ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອົງການປົກຄອງແຂວງບໍລິຄໍາໄຊ ແລະ ບໍລິສັດຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ລົງນາມເຊັນບົດບັນທຶກຊ່ວຍຈຳ

Jun 9, 2025

ພິທີລົງນາມເຊັນບົດບັນທຶກຊ່ວຍຈຳລະຫວ່າງອົງການປົກຄອງແຂວງບໍລິຄຳໄຊ ແລະ ບໍລິສັດຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 07 ມິຖຸນາ 2025 ຢູ່ຫ້ອງການຂອງບໍລິສັດເຂດບ້ານ ຫຼັກ 5 ເມືອງຄຳເກີດ, ຕາງໜ້າລົງນາມແທນອົງການປົກຄອງໂດຍ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ,ລົງນາມຝ່າຍບໍລິສັດໂດຍ ທ່ານ ຫວຽນບາສ້ານ ຮອງອໍານວຍການບໍລິສັດ, ມີທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄຳໄຊ, ທ່ານ ເລແທັງ ປະທານໃຫຍ່ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ, ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ຈຸດປະສົງຂອງການລົງນາມເຊັນບົດບັນທຶກຮ່ວມກັນ ກໍເພື່ອເປັນການສ້າງພື້ນຖານໃຫ້ແກ່ວຽກງານການຮ່ວມມືຍຸດທະສາດ ລະຫວ່າງ ອົງການປົກຄອງແຂວງບໍລິຄໍາໄຊ ກັບ ບໍລິສັດ ແລະ ສ້າງເງື່ອນໄຂຊ່ວຍອໍານວຍຄວາມສະດວກເຊິ່ງກັນ ແລະ ກັນ ໃນນາມເປັນຄູ່ຮ່ວມພັດທະນາ, ສຶກສາສໍາຫຼວດທ່າແຮງບົ່ມຊ້ອນທາງດ້ານພະລັງງານ (ພະລັງງານລົມ, ພະລັງງານແສງຕາເວັນ, ພະລັງງານໄຟຟ້ານໍ້ຕົກ) ເພື່ອຮັບໃຊ້ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມອງແຂວງ, ສ້າງເງື່ອນໄຂອໍານວຍຄວາມສະດວກເຊິ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດບັນດາໂຄງການໄຟຟ້າພະລັງງານລົມ ແລະ ໂຄງການລົງທຶນອື່ນໆ ຢູ່ແຂວງບໍລິຄໍາໄຊ ບົນພື້ນຖານການປະຕິບັດຕາມລະບຽບການ ແລະ ຂັ້ນຕອນກົດໝາຍ ສປປ ລາວ, ສ້າງເງື່ອນໄຂອໍານວຍຄວາມສະດວກ ແລະ ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ການລົງທຶນ, ການກໍ່ສ້າງພື້ນຖານໂຄງລ່າງເສັ້ນທາງຄົມມະນາຄົມ, ວຽກງານຊ່ວຍເຫຼືອສັງຄົມ, ການສຶກສາ, ສາທາລະນະສຸກ ແລະ ຂົງເຂດອື່ນໆ, ສຳລັບອົງການປົກຄອງແຂວງ ເຫັນດີສະໜັບສະໜູນ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກ ໃນການຊຸກຍູ້ດ້ານການດໍາເນີນເອກະສານຕາມລະບຽບການ, ຂັ້ນຕອນກົດໝາຍ, ປະສານງານກັບຂັ້ນສູນກາງຊ່ວຍຜູ້ລົງທຶນ ແລະ ອຳນວຍຄວາມສະດວກດ້ານຕ່າງໆ ໃນການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງບໍລິສັດຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ແລະ ບໍລິສັດອື່ນໆໃນເຄືອຂ່າຍດຽວກັນ ທີ່ມີຄວາມຕ້ອງການ ແລະ ດໍາເນີນການລົງທຶນ ຢູ່ແຂວງບໍລິຄໍາໄຊ ເປັນຕົ້ນແມ່ນໂຄງການໄຟຟ້າພະລັງງານລົມ ເຈື່ອງເຊີນ (250MW), ໂຄງການໄຟຟ້າພະລັງງານລົ້ມເຈື່ອງເຊີນ 2 (350MW), ໂຄງການໄຟຟ້າພະລັງງານລົມກາລອງ (750MW), ໂຄງການໄຟຟ້າພະລັງງານລົມພິລາ (500MW), ໂຄງການໄຟຟ້າພະລັງງານລົມຜາຂາວ (750MW), ໂຄງການໄຟຟ້າພະລັງງານລົມນໍ້າຕົງ (750MW) ສະຖານີໄຟຟ້າ, ສະໜາມທ້ອນໂຮມອຸປະກອນກັງຫັນລົມ, ບັນດາບໍ່ວັດສະດຸ, ໂຮງຄົບຫີນ ຫຼື ກິດຈະການກໍ່ສ້າງສໍາຮອງອື່ນໆ ຮັບໃຊ້ບັນດາໂຄງການພະລັງງານລົມຂອງບໍລິສັດ. ມີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຕາມ MOU, PDA ແລະ CA ທີ່ໄດ້ເຊັນຮ່ວມກັບລັດຖະບານ ໂດຍຮັບປະກັນຖືກຕ້ອງຕາມລະບຽບການ ແລະ ກົດໝາຍກ່ຽວຂ້ອງ ຂອງ ສປປ ລາວ ໃນຕະຫຼອດໄລຍະການຈັດຕັ້ງປະຕິບັດໂຄງການ ແລະ ຮັບປະກັນຈະປະສານສົມທົບຮ່ວມກັບບັນດາຂະແໜງການຂອງລັດຖະບານຫວຽດນາມ, ບັນດາກະຊວງ, ຂະແໜງການຂັ້ນສູນກາງຂອງລັດຖະບານລາວ ແລະ ອົງການປົກຄອງແຂວງ ເພື່ອດໍາເນີນການປະກອບເອກະສານໃຫ້ສໍາເລັດຖືກຕ້ອງຄົບຖ້ວນຕາມກົດໝາຍໂດຍໄວ ແລະ ຈັດຕັ້ງປະຕິບັດໂຄງການໃຫ້ແລ້ວສໍາເລັດຕາມແຜນການ ແລະ ກຳນົດເວລາທີ່ໄດ້ໃຫ້ຄຳໝັ້ນສັນຍາ ກັບແຂວງ ແລະ ລັດຖະບານ, ສຳລັບຜູ້ລົງທຶນ ມີຄວາມຮັບຜິດຊອບປະຕິບັດບັນດາພັນທະຕ່າງໆ ຕາມ MOU, PDA ແລະ CA ໃຫ້ທ້ອງຖິ່ນ ແລະ ລັດຖະບານ, ກໍ່ສ້າງບັນດາໂຄງການລົງທຶນຕ່າງໆຂອງບໍລິສັດ ດ້ວຍຄວາມຮັບຜິດຊອບສູງ ທັງຮັບປະກັນຈຳກັດຜົນກະທົບຕໍ່ ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດ, ຊ່ວຍເຫຼືອເງິນງົບປະມານໃຫ້ແຂວງ 150.000 ໂດລາ/ປີ ເລີ່ມປະຕິບັດແຕ່ປີ 2025 ເປັນຕົ້ນໄປ, ຊ່ວຍເຫຼືອກໍ່ສ້າງເຮືອນໃຫ້ບັນດາຄອບຄົວອານາຖາ ຢູ່ເມືອງໄຊຈຳພອນ, ເມືອງວຽງທອງ ແລະ ເມືອງຄໍາເກີດ ມູນຄ່າ 7-10 ຕື້ກີບ/ປີ, ຍົກພື້ນຖານໂຄງລ່າງດ້ານການສຶກສາ, ສາທາລະນະສຸກ ຢູ່ ເມືອງຄໍາເກີດ, ເມືອງໄຊຈຳພອນ ແລະ ເມືອງວຽງທອງ ທີ່ຕິດພັນກັບໂຄງການ.
ຂ່າວ-ພາບ: ສາຍສະໝອນ