ໃນໂອກາດຜ່ານຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ຈັດຂື້ນລະຫວ່າງວັນທີ 15 ຫາ 16 ຕຸລາ 2025 ທີ່ຫໍປະຊຸມໃຫ່ຍຂອງແຂວງ. ສະຫາຍ ຄຳພັນ ສິດທິດໍາພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງວຽງຈັນ ໃຫ້ຮູ້ວ່າ: ໄດ້ຍູ້ແຮງການຜະລິດເປັນສິນຄ້າຕາມທິດຫັນເປັນອຸດສາຫະກຳ-ທັນສະໄໝ ແລະ ການບໍລິການທ່ອງທ່ຽວ ເຮັດໃຫ້ເສດຖະກິດຂອງແຂວງ ຂະຫຍາຍຕົວໃນຈັງຫວະທີ່ດີ, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງແຂວງໃນ 5 ປີຜ່ານມາຂະຫຍາຍຕົວສະເລ່ຍ 4,9% ສະເລ່ຍຕໍ່ຫົວຄົນໄດ້ຮັບ 23 ລ້ານກວ່າກີບ ຫຼື 1,038 ໂດລາຕໍ່ປີ. ສະເພາະປີ 2025 ຄາດວ່າຈະຂະຫຍາຍຕົວໃນລະດັບ 6%, ສະເລ່ຍຕໍ່ຫົວຄົນຈະໄດ້ຮັບ 34 ລ້ານກວ່າກີບ ຫຼື ເທົ່າກັບ 1,606 ໂດລາ, ເຮັດໃຫ້ການພັດທະນາໂດຍລວມ ກໍຄືຊີວິດການເປັນຢູ່ຂອງປະຊາຊົນແຂວງວຽງຈັນ ນັບມື້ໄດ້ຮັບການປັບປຸງຍົກສູງຂຶ້ນກວ່າເກົ່າ.

ສຳລັບການພັດທະນາຕາມແລວເສດຖະກິດ 4.4.3 ຂອງແຂວງໄດ້ຂະຫຍາຍຕົວໄປຕາມທິດທາງທີ່ກໍານົດໄວ້, ຫົວໜ່ວຍການຜະລິດ ແລະ ການບໍລິການ ມີຈຳນວນເພີ່ມຂຶ້ນຢ່າງຈະແຈ້ງ, ການຜະລິດເປັນສິນຄ້າໄດ້ປາກົດຕົວພົ້ນເດັ່ນຂຶ້ນໃນຮູບແບບເປັນກຸ່ມ-ເປັນຟາມ, ອຸດສະຫະກຳ-ຫັດຖະກຳ ປຸງແຕ່ງຜົນຜະລິດກະສິກຳ ແລະ ການບໍລິການທ່ອງທ່ຽວຂະຫຍາຍຕົວ ແລະ ເກີດມີໜໍ່ແໜງສິນຄ້າໂອດ໋ອບໃໝ່ເພີ່ມຂຶ້ນ.


