ໃນຕອນບ່າຍ ຂອງວັນທີ 18 ກັນຍາ 2024 ນີ້, ທີ່ສະຖານກົງສູນໃຫຍ່ ສສ ຫວຽດ ນາມ ປະຈໍາພາກເໜືອ ປະຈໍາແຂວງຫຼວງພະບາງ ໄດ້ມີພິທີມອບຮັບເງິນຊ່ວຍເຫຼືອຈາກ ອົງການປົກຄອງແຂວງຫຼວງພະບາງ ສປປ ລາວ ຈຳນວນ 1.000.000.000 ດົງ (ໜຶ່ງຕື້ດົງ) ເພື່ອນຳໄປຊ່ວຍເຫຼືອປະຊາຊົນ 5 ແຂວງ ຂອງ ສສ ຫວຽດນາມ ຖືກຜົນກະທົບ ຈາກພາຍຸໄຕ້ຝຸ່ນຢາກິ ຜັດຜ່ານ ໃນນັ້ນ ໄດ້ມອບໃຫ້ອົງການປົກຄອງແຂວງກວາງນິ່ງ 300.000.000 ດົ່ງ, ແຂວງເຊີນລາ 200.000.000 ດົ່ງ, ແຂວງທ້າຍຫງວຽນ 200.000.000 ດົ່ງ, ແຂວງລາວກ່າຍ 200.000.000 ດົ່ງ ແລະແຂວງອຽນບ້າຍ 100.000.000 ດົ່ງ ເພື່ອແບ່ງເບົາຄວາມທຸກໂສກຂອງປະຊາຊົນຜູ້ຖືກຜົນກະທົບ.
ກ່າວມອບໂດຍ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ແລະຕາງໜ້າກ່າວຮັບໂດຍ ທ່ານ ນາງ ກຽວທິຮັງຟຸກ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກເໜືອ ປະຈໍາແຂວງຫຼວງພະບາງ
ພາບ-ຂ່າວ: ທະນູສີນ ອິດທິພົນ





