ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອົງການສະຫະປະຊາຊາດ ພ້ອມທີ່ຈະໃຫ້ການຊ່ວຍເຫຼືອປະເທດທີ່ໄດ້ຮັບຜົນກະທົບຈາກແຜ່ນດິນໄຫວທີ່ເກີດຂຶ້ນໃນວັນທີ 28 ມີນາ

Mar 29, 2025

ວັນທີ 28 ມີນານີ້, ຢູ່ສໍານັກງານໃຫຍ່ອົງການສະຫະປະຊາຊາດທີ່ນະຄອນນີວຢອກຂອງອາເມຣິກາ, ທ່ານ ອັນໂຕນີໂອ ກູເຕີເຣັສ, ເລຂາທິການໃຫຍ່ອົງການສະຫະປະຊາ ຊາດ ໄດ້ສະແດງຄວາມເປັນຫ່ວງຕໍ່ເຫດການແຜ່ນດິນໄຫວທີ່ມີສູນກາງຢູ່ມຽນມາ, ພ້ອມທັງສະແດງຄວາມເຫັນໃຈຕໍ່ລັດຖະບານ ແລະ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກແຜ່ນດິນໄຫວຄັ້ງນີ້ໃນພາກພື້ນອາຊີຕາເວັນອອກສຽງໃຕ້.​
ທ່ານ ກູເຕີເຣັສ ຢືນຢັນວ່າ: ພາກສ່ວນຕ່າງໆ ຂອງອົງການສະຫະປະຊາຊາດໄດ້ປຸກລະດົມການເຄື່ອນໄຫວຕ່າງໆ ແລະ ພ້ອມທີ່ຈະໃຫ້ການຊ່ວຍເຫຼືອຕໍ່ປະເທດ ແລະ ປະຊາຊົນທີ່ມີຄວາມຕ້ອງການ.
ສ່ວນ ທ່ານ ທອມ ເຟຼັດເຊີ ຮອງເລຂາທິການໃຫຍ່ທີ່ຮັບຜິດຊອບວຽກງານມະ ນຸດສະທໍາ, ທັງເປັນຜູ້ປະສານງານວຽງງານບັນເທົາທຸກສຸກເສີນຂອງອົງການສະຫະປະຊາຊາດໄດ້ຢືນຢັນຜ່ານສື່ສັງຄົມອອນໄລວ່າ: ພາຍໃຕ້ການສະໜັບສະໜູນຈາກເຄືອຂ່າຍກູ້ໄພສຸກເສີນຂ້າມປະເທດ, ຄະນະແກ້ໄຂວິກິດການຂອງອົງການສະຫະປະຊາ ຊາດຢູ່ມຽນມາພວມຮັບມືກັບແຜ່ນດິນໄຫວຮຸນແຮງຄັ້ງນີ້ຢ່າງວ່ອງໄວ. ຖ້າມີຄວາມຕ້ອງການ, ອົງການສະຫະປະຊາຊາດຈະນໍາໃຊ້ກອງທຶນສຸກເສີນສູນກາງເພື່ອສະໜັບສະ ໜູນການກູ້ໄພ.
ທີ່ມາ: CMG