(4.11.24) ພິທີມອບ-ຮັບ ເຄື່ອງບັນເທົາທຸກສຸກເສິນ, ຈັກດູດນໍ້າ ຈໍານວນ 20 ເຄື່ອງ ຍີ່ຫໍ້ ຮອນດ້າ, ພ້ອມອຸປະກອນຄົບຊຸດ ມູນຄ່າທັງ ໝົດ 190,000,000 ກີບ ໃຫ້ສູນນໍ້າສະອາດ ແລະ ສິ່ງແວດລ້ອມ ກະຊວງສາທາລະນະສຸກ ເພື່ອໄປມອບໃຫ້ເມືອງສີໂຄດຕະບອງ ແລະ ເມືອງຫາດຊາຟອງ, ນະຄອນຫຼວງວຽງຈັນ.
ຕາງໜ້າມອບໂດຍ ທ່ານ ນາງ. ເອເດວໄວສ ຊິລານ ຜູ້ອໍານວຍ ການອົງການສຸພານິມີດສາກົນ ປະຈໍາ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ດຣ. ແສງເພັດ ແກ້ວມະນີ ຫົວໜ້າສູນນໍ້າສະອາດ ແລະ ສິ່ງແວດລ້ອມ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະ ຊວງ ສາທາລະນະສຸກ ມີບັນດາສ່ວນພາກທີ່ກ່ຽວຂ້ອງເຂົ້າຮ່ວມ.
ທີ່ມາ: ສູນຂ່າວສານການແພດ





