ອົງການອາຫານໂລກ (WFP) ປະຈໍາລາວ ໄດ້ແຈກຢາຍເຂົ້າສຸກເສີນ ເພື່ອຊ່ວຍເຫລືອຊຸມຊົນທີ່ໄດ້ຮັບຜົນກະທົບ ໄພນ້ຳຖ້ວມ, ດິນເຈື່ອນ ແລະ ພາຍຸ ນັບແຕ່ເດືອນມິຖຸນາ ເປັນຕົ້ນມາ ເຊິ່ງໄດ້ສ້າງຄວາມເສຍຫາຍ ໃຫ້ປະຊາຊົນປະມານ 145.000 ຄົນໃນທົ່ວປະເທດ. ພາຍຸໄຕ້ຝຸ່ນຢາກິ ເຮັດໃຫ້ເກີດມີຝົນຕົກໜັກ, ນໍ້າຖ້ວມໜັກ ແລະ ດິນເຈື່ອນເພີ່ມຂຶ້ນອີກ ນັບແຕ່ວັນທີ 9 ກັນຍາ ເຮັດໃຫ້ປະຊາຊົນ 33.000 ຄົນ ຢູ່ 2 ເມືອງຂອງແຂວງຫລວງນໍ້າທາ ບໍ່ມີບ່ອນຢູ່ອາໄສເປັນການຊົ່ວຄາວ. ພ້ອມນີ້, ພາຍຸດັ່ງກ່າວຍັງໄດ້ສ້າງຄວາມເສຍຫາຍໃນທົ່ວປະເທດ ແລະ ເຮັດໃຫ້ເກີດໄພນ້ຳຖ້ວມຢູ່ບໍລິເວນລຸ່ມແມ່ນ້ຳຂອງ ແລະ ແມ່ນ້ຳສາຂາຕ່າງໆຕື່ມອີກ, ເຮັດໃຫ້ປະຊາຊົນ 40.000 ຄົນຢູ່ແຂວງຫລວງນ້ຳທາ ຍັງຢູ່ໃນສະພາວະຕ້ອງການຄວາມຊ່ວຍເຫລືອຢ່າງຮີບດ່ວນ.
ທ່ານ ມາກ-ອັນເດຣ ໂປຣສ ຜູ້ຕາງໜ້າອົງການອາຫານໂລກ ແລະ ຜູ້ອໍານວຍການປະຈໍາລາວ ໄດ້ກ່າວວ່າ: ອົງການອາຫານໂລກ ໄດ້ປະສານສົມທົບກັບອົງການກາແດງລາວ ແຈກຢາຍເຂົ້າສານຈຳ ນວນ 100 ໂຕນ ໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຮ້າຍແຮງ 14.000 ຄົນ. ພ້ອມນີ້, ຍັງໄດ້ປະສານສົມທົບກັບ ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ແລະ ບັນດາອົງການມະນຸດສະທຳອື່ນໆ ເພື່ອສ້າງການເຄື່ອນໄຫວຕອບໂຕ້ ແລະ ຟື້ນຟູໄພພິບັດທີ່ມີປະສິດທິພາບ ແລະ ປະສິດທິຜົນ. ຫວັງຢ່າງຍິ່ງວ່າການແຈກຢາຍເຂົ້າໃນຄັ້ງນີ້, ຈະຊ່ວຍບັນເທົາຄວາມ ທຸກຍາກຂາດເຂີນ ຂອງປະຊາຊົນທີ່ກຳລັງຜະ ເຊີນ ກັບຄວາມເສຍຢ່າງໜັກໜ່ວງຢູ່ແຂວງຫລວງນ້ຳທາ ແລະ ພວກເຮົາຈະໃຊ້ຄວາມຊໍານິຊຳນານ ເຂົ້າໃນການຟື້ນຟູຄືນໃຫ້ດີກວ່າເກົ່າ, ອົງການອາຫານໂລກ ຈະສືບຕໍ່ເຮັດວຽກຮ່ວມກັບຊຸມຊົນທ້ອງຖິ່ນ ຟື້ນຟູຊີວິດການເປັນຢູ່, ປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ເສີມສ້າງການກຽມພ້ອມໃນການຜະເຊີນໜ້າກັບໄພພິບັດ ດ້ານສະພາບອາກາດໃນອະນາຄົດ.
ໂອກາດນີ້, ທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງຫລວງນໍ້າທາ ໄດ້ກ່າວວ່າ: ຜົນກະທົບຂອງພາຍຸໄຕ້ຝຸ່ນຢາກິ (Yagi) ຢູ່ແຂວງຫລວງນໍ້າທາ ແມ່ນໜັກໜ່ວງຫລາຍ ແລະ ຄະນະນໍາແຂວງ ມີຄວາມມຸ່ງໝັ້ນທີ່ຈະໃຫ້ການຊ່ວຍເຫລືອຜູ້ປະສົບໄພ.
ລັດຖະບານລາວ ໄດ້ເຫັນຄວາມສຳຄັນຂອງການຮ່ວມມື ກັບອົງການອາຫານໂລກ ແລະ ອົງການກາແດງແຫ່ງຊາດລາວ ທີ່ເຮັດໃຫ້ສາມາດເຂົ້າເຖິງແຫລ່ງ ທຶນ ເພື່ອໃຫ້ການຊ່ວຍເຫລືອປະຊາຊົນ ໃນພື້ນທີ່ທີ່ຖືກຜົນກະທົບ.





