ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 17 ພຶດສະພາ 2023 ທີ່ນະຄອນຫຼວງວຽງຈັນ, ລັດຖະບານອົດສະຕຣາລີ ເເລະ ລັດຖະບານອີຕາລີ ໄດ້ມອບອຸປະກອນໄອທີ ໃຫ້ເເກ່ ກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເພື່ອຊຸກຍູ້ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນໃນວຽກງານສັກວັກຊີນກັນພະຍາດທົ່ວໄປ ເເລະ ໂຄວິດ-19, ພ້ອມທັງຊຸກຍູ້ ວຽກງານໂຄສະນາສິດທິຂອງ ແມ່ຍິງ ແລະ ເດັກນ້ອຍ ໃນ ສປປ ລາວ.
ການລະບາດຂອງພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ວຽກງານສັກຢາກັນພະຍາດຂອງ ສປປ ລາວ ຢ່າງຫຼວງຫຼາຍ, ເຮັດໃຫ້ເດັກນ້ອຍຫຼາຍຄົນໄດ້ພາດໂອກາດໃນການສັກວັກຊີນໄປ. ດັ່ງນັ້ນ, ວຽກງານສັກຢາກັນພະຍາດ ຈື່ງເປັນໜື່ງໃນບູລິມະສິດທີ່ສຳຄັນຂອງ ລັດຖະບານ ແຫ່ງ ສປປ ລາວ ແລະ ດ້ວຍເຫດຜົນນັ້ນ, ການສື່ຂໍ້ຄວາມທີ່ຊັດເຈນກ່ຽວກັບວັກຊີນກັນພະຍາດ ໂຄວິດ-19 ແລະ ວັກຊີນອື່ນໆ ຈື່ງມີຄວາມສຳຄັນຫຼາຍໃນການສ້າງຄວາມເຂົ້າໃຈກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ປະຕິບັດສຸຂະອະນາໄມ ເພື່ອຊ່ວຍປົກປ້ອງຊີວິດ ແລະ ຫຼຸດຜ່ອນການແຜ່ລະບາດຂອງພະຍາດ.
ໃນພິທີ, ທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໄດ້ກ່າວວ່າ: “ການໃຫ້ຂໍ້ມູນທີ່ຖືກຕ້ອງ ແລະ ມີຄວາມເໝາະສົມ ແມ່ນປັດໃຈສໍາຄັນໃນການປົກປ້ອງເດັກນ້ອຍ ແລະ ຄອບຄົວ ຈາກພະຍາດ ໂຄວິດ-19. ພວກເຮົາຕ້ອງສືບຕໍ່ໃຫ້ຄວາມສໍາຄັນໃນການໃຫ້ຂໍ້ມູນກ່ຽວກັບ ວິທີການປ້ອງກັນ ເເລະ ຄວບຄຸມພະຍາດ ໂຄວິດ-19 ແລະ ປະຕິບັດສຸຂະອະນາໄມ, ເຊິ່ງອຸປະກອນໄອທີ ທີ່ໄດ້ຮັບຈາກອົງການ ຢູນິເຊັບ ຈະເປັນການປະກອບສ່ວນອັນດີເຂົ້າໃນຈຸດປະສົງດັ່ງກ່າວ”.
ອຸປະກອນມອບໂດຍ ອົງການຢູນິເຊັບ ນັ້ນເເມ່ນສະໜັບສະໜູນໂດຍ ລັດຖະບານອົດສະຕຣາລີ ແລະ ລັດຖະບານອີຕາລີ ເເລະ ລວມມີ ໂທລະໂຄ່ງ, ແລັັບທອບ, ຄອມພິວເຕີຕັ້ງໂຕະ, ເຄື່ອງພິມ, ຈັກໂຟໂຕໂກປີ, ຈໍໂປຣເຈັກເຕີ LCD ເເລະ ກ້ອງຖ່າຍຮູບ, ເຊິ່ງອຸປະກອນດັ່ງກ່າວຈະຊ່ວຍໃນການຈັດກິດຈະກຳນຳຊຸມຊົນ ເພື່ອສົ່ງເສີມການສັກວັກຊີນກັນພະຍາດ ໂຄວິດ-19 ເເລະ ວັກຊີນປົກກະຕິສຳລັບເດັກນ້ອຍ, ພ້ອມທັງຊຸກຍູ້ການສົນທະນາໃນຊຸມຊົນເພື່ອສ້າງຄວາມເຂົ້າໃຈກ່ຽວກັບການລະບາດຂອງພະຍາດ ແລະ ຜົນດີຂອງວັກຊີນ. ກິດຈະກຳເຫຼົ່ານີ້ເເມ່ນໄດ້ຈັດຂຶ້ນໂດຍ ສູນຂ່າວສານການແພດສຸຂະສຶກສາ ເເລະ ສູນກາງ ແນວລາວ ສ້າງຊາດ.
 
ທ່ານນາງ Vanessa Hegarty, ເລຂາທີໜຶ່ງຂອງສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ, ກ່າວວ່າ: “ການສື່ສານ ແລະ ການມີສ່ວນຮ່ວມຂອງຊຸມຊົນໃນຂັ້ນຮາກຖານ ເປັນວິທີທີ່ສຳຄັນໃນການສົ່ງເສີມການສັກວັກຊີນໃນຊຸມຊົນ. ລັດຖະບານອົດສະຕຣາລີໃຫ້ຄຳໝັ້ນສັນຍາທີ່ຈະສະໜັບສະໜູນຊຸມຊົນທີ່ມີຄວາມສ່ຽງໃນ ສປປ ລາວ ແລະ ຫວັງວ່າ ການຮ່ວມມືຂອງພວກເຮົາກັບລັດຖະບານເເຫ່ງ ສປປ ລາວ ຈະຊ່ວຍໃນການເສີມຂະຫຍາຍການຮັບວັກຊີນໃນເຂດຫ່າງໄກສອກຫຼີກ.”
ການສະໜັບສະໜູນຂອງຄູ່ຮ່ວມພັດທະນາຕໍ່ລັດຖະບານເເຫ່ງ ສປປ ລາວ ໃນການຮັບມືກັບພະຍາດ ໂຄວິດ-19 ແມ່ນມີຄວາມສຳຄັນຕໍ່ວຽກງານສື່ສານຄວາມສ່ຽງ ແລະ ການສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນໃນການສັກວັກຊີນ, ພ້ອມທັງການຮັບປະກັນຄວາມປອດໄພ ແລະ ສະຫວັດດີການຂອງເດັກ ແລະ ແມ່ຍິງໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19.
ທ່ານນາງ Maryam Abdu, ວ່າການເເທນຮອງຜູ້ຕາງໜ້າ ອງົການຢູນິເຊັບ ປະຈຳ ສປປ ລາວ, ໄດ້ກ່າວວ່າ: “ອົງການຢູນິເຊັບ ມີຄວາມ ມຸ່ງໝັ້ນ ທີ່ຈະສະໜັບສະໜູນ ລັດຖະບານ ແຫ່ງ ສປປ ລາວ ໃນການປະຕິບັດວຽກງານສື່ສານຄວາມສ່ຽງ ແລະ ກິດຈະກໍາເພື່ອສົ່ງເສີມການມິສ່ວນຮ່ວມຂອງຊຸມຊົນໃນວຽກງານສັກວັກຊີນກັນພະຍາດທົ່ວໄປ ເເລະ ວັກຊີນເຂັມກະຕຸ້ນສຳລັບ ໂຄວິດ-19.
ຍິ່ງໄປກວ່ານັ້ນ, ອຸປະກອນທີ່ໄດ້ສະໜອງໃຫ້ນັ້ນ ເປັນຫຼັກຖານທີ່ສະແດງເຖິງການຮ່ວມມືອັນຍາວນານ ເເລະ ແໜັ້ນເເຟ້ນຂອງພວກເຮົາກັບ ລັດຖະບານເເຫ່ງ ສປປ ລາວ, ໂດຍສະເພາະໃນປີນີ້ເຊິ່ງເປັນປິທີ່ ອົງການຢູນິເຊັບ ສະເຫຼີມສະຫຼອງຄົບຮອບ 50 ປີ ໃນ ສປປ ລາວ. ພວກເຮົາຫວັງວ່າອຸປະກອນໄອທີເຫຼົ່ານີ້ ຈະເປັນການປະກອບສ່ວນເຂົ້າຕໍ່ການເສີມສ້າງສາຍການຮ່ວມມືດັ່ງກ່າວເພື່ອຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍທຸກຄົນໃນ ສປປ ລາວ.”