ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອົງການແຄ ນານາຊາດ ປະຈຳ ລາວ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ທີ່ປະສົບໄພນໍ້າຖ້ວມຢູ່ 3 ເມືອງຂອງແຂວງຫລວງນໍ້າທາ

Oct 29, 2024

ເມື່ອບໍ່ດົນມານີ້, ອົງການແຄ ນາໆຊາດ ປະຈໍາ ສປປ ລາວ ສືບ ຕໍ່ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ທີ່ປະສົບໄພນໍ້າຖ້ວມ ຢູ່ບ້ານວຽງເໜືອ ຊຶ່ງມີ 291 ຫຼັງຄາເຮືອນ ແລະ ບ້ານ ປຸ່ງ-ທົ່ງຂວາ ມີ 153 ຫຼັງຄາເຮືອນ.
ເຄື່ອງທີ່ນໍາມາມອບຄັ້ງນີ້ ປະກອບມີເຄື່ອງນຸ່ງຫົ່ມ, ເຄື່ອງອຸປະ ໂພກ-ບໍລິໂພກ, ຢາ ແລະ ເຄື່ອງໃຊ້ໃນຄົວເຮືອນ ລວມມູນຄ່າທັງ ໝົດ 56 ພັນກວ່າໂດລາສະຫະລັດ. ໃນນີ້ ມອບໃຫ້ 33 ບ້ານພາຍໃນ 3 ເມືອງ ຄື: ເມືອງຫຼວງນໍ້າທາ, ເມືອງນາແລ ແລະ ເມືອງລອງ ໂດຍໄດ້ຮັບການສະໜັບສະໜູນ ຈາກອົງການເເພດບໍ່ມີພົມແດນ ປະເທດສະວິດ ມອບໂດຍຕາງໜ້າອົງການແຄ ນານາ ຊາດ ປະຈຳ ສປປ ລາວ ຮັບໂດຍຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.
ຂ່າວ: ມຸນຕີ