ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອົງການໄອຍະການປະຊາຊົນສູງສຸດ ມອບໃບຍ້ອງຍໍໃຫ້ແກ່ຊ່ຽວ ຊານໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມ ແຂງລັດທີ່ປົກຄອງດ້ວຍກົດໝາຍໃນຂົງເຂດຍຸຕິທຳ

Feb 10, 2025

ໃນຕອນເຊົ້າວັນທີ 10 ກຸມພາ 2025 ທີ່ອົງການໄອຍະການປະຊາຊົນສູງສຸດ ໄດ້ມີພິທີມອບໃບຍ້ອງຍໍຜົນງານໃຫ້ແກ່ ສາດ ສະດາຈານ ແລະ ຊ່ຽວຊານ ປະຈຳ ໂຄງການສົ່ງເສີມການພັດທະ ນາ ແລະ ສ້າງຄວາມເຂັ້ມແຂງລັດທີ່ປົກຄອງດ້ວຍກົດໝາຍໃນຂົງເຂດຍຸຕິທຳ (J-ROL).
ໃຫ້ກຽດມອບໃບຍ້ອງຍໍ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທ່ານ ໂຄອິຊູມິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ນາງ ຢູກິ ໂຢຊິມູລະ ຮອງຫົວໜ້າໂຄງການ JICA ປະຈຳ ສປປ ລາວ ແລະ ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະຝຶກອົບ ຮົມໄອຍະການ, ຄະນະບໍລິຫານໂຄງການຂອງອົງການໄອຍະການປະຊາຊົນສູງສຸດ, ຄະນະນິຕິສາດ ແລະ ລັດຖະສາດ, ສະມາຊິກກຸ່ມຄົ້ນຄວ້າ, ນັກສຶກສາຈາກມະຫາວິທະຍາໄລເຄໂອ ປະເທດຍີ່ປຸ່ນ ແລະ ພະນັກງານທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍ,ຊົມເຊີຍ ຕໍ່ຜົນງານຂອງ 1. ທ່ານ ສາດສະດາຈານ ຮິໂຣຊິ ມັດສຶໂອະ ( Hiroshi MATSUO), 2. ທ່ານ ຮາຢາໂຕະ ຢາໂອອິຕະ ( Hayato YAOITA), 3. ທ່ານ ອະກິຕະກະ ອະຊໍາໂບ (Akitaka ASAMBO),ໃນໂອກາດສະເຫຼີມສະຫຼອງຄົບ ຮອບ 35 ປີ ຂອງອົງການໄອຍະການປະຊາຊົນສູງສຸດ ທີ່ປະກອບສ່ວນສຳຄັນເຂົ້າໃນການຊ່ວຍເຫລືອປະເທດຊາດ ເວົ້າລວມ, ເວົ້າສະເພາະ ວຽກງານຂອງອົງການໄອຍະການປະຊາຊົນສູງສຸດ ທີ່ໄດ້ ຮັບຜົນສໍາເລັດ ເປັນຕົ້ນ ແມ່ນໄດ້ສ້າງປະມວນກົດໝາຍແພ່ງ ສໍາເລັດ, ໄດ້ສ້າງປື້ມຄູ່ມືໃນຂົງເຂດກົດໝາຍແພ່ງ, ການຄ້າ, ເສດຖະ ກິດ, ແຮງງານ, ກົດໝາຍອາຍາ, ການດໍາເນີນຄະດີແພ່ງ, ການດໍາ ເນີນຄະດີອາຍາ, ປື້ມຄູ່ມືວ່າດ້ວຍການສືບສວນ-ສອບສວນ, ໄດ້ຄົ້ນຄວ້າ, ພັດທະນາຫຼັກສູດການສຶກສາ, ການຝຶກອົບຮົມກົດ ໝາຍ ຂອງ ສປປ ລາວ ພ້ອມທັງໄດ້ເອົາປື້ມທີ່ຂຽນສໍາເລັດລົງໄປເຜີຍແຜ່, ຝຶກອົບຮົມໃຫ້ພະນັກງານທີ່ກ່ຽວຂ້ອງໃນຂອບ ເຂດທົ່ວປະເທດ. ເພື່ອນຳໃຊ້ເຂົ້າໃນຊີວິດຕົວຈິງ ຢ່າງມີປະສິດທິ ຜົນ.
Cr: ອົງການໄອຍະການປະຊາຊົນສູງສຸດ