ອົງການໄອຍະການປະຊາຊົນສູງສຸດ ເປີດຂະບວນການອະນາໄມ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ

ອົງການໄອຍະການປະຊາຊົນສູງສຸດ ເປີດຂະບວນການອະນາໄມໃນຕອນເຊົ້າວັນທີ 20 ມີນາ 2025 ຢູ່ເຂດອ້ອມຮອບສໍານັກງານຂອງຕົນທີ່ນະຄອນຫລວງວຽງຈັນ. ມີພະນັກງານ,ສະມາຊິກພັກ,3 ອົງການຈັດຕັ້ງມະຫາຊົນຄື:ສະມາຊິກຊາວຫນຸ່ມ,ກໍາມະບານ ເເມ່ຍິງ ອ້ອມຂ້າງອົງການໄອຍະການປະຊາຊົນສູງສຸດເຂົ້າຮ່ວມ.
ທ່ານ ນາງ ພອນທິບ ສາວະລີ ຄະນະບໍລິຫານງານພັກ ຫົວຫນ້າກົມຈັດຕັ້ງ-ພະ ນັກງານອົງການໄອຍະການປະຊາຊົນສູງສຸດ ໃຫ້ສໍາພາດວ່າ: ການເຮັດອະນາໄມຄັ້ງນີ້ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວວັນທີ 22 ມີນາຄົບຮອບ 70 ປີ, ວັນຊາດທີ 2 ທັນວາຄອບຄົບ 50 ປີ ເເລະ ວັນເກີດຂອງປະທານໄກສອນ ພົມວິຫານ ຜູ້ນໍາທີ່ເເສນເຄົາລົບຮັກຂອງປວງຊົນລາວທັງຊາດຄົບຮອບ 105 ປີ ໃຫ້ເປັນຂະບວນການຟົດຟື້ນ.
ໂອກາດນີ້, ທ່ານຍັງໄດ້ສະເເດງຄວາມຮູ້ສຶກສ່ວນຕົວກ່ຽວກັບການນໍາພາ-ຊີ້ນໍາ-ຂອງພັກປະຊາຊົນປະຕິວັດລາວ ຕະຫລອດໄລຍະ 70 ປີ ປະເທດຊາດນັບມື້ ນັບມີສະຖຽນລະພາບທາງດ້ານການເມືອງຢ່າງຫນັກເເຫນ້ນ, ສັງຄົມມີຄວາມສະຫງົບ-ປອດໄພ, ສີວິໄລ ເເລະ ຍຸຕິທໍາ, ພື້ນຖານເສດຖະກິດ-ສັງຄົມນັບມື້ໄດ້ຮັບການພັດທະນາຕາມເເນວທາງນະໂຍບາຍຂອງພັກຢ່າງບໍ່ຢຸດຢັ້ງ.
ທ່ານ ນາງ ພອນທິບ ສາວະລີ ໃຫ້ຮູ້ຕື່ມວ່າ: ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກປະຊາຊົນປະຕິວັດລາວ ອົງການໄອຍະການປະຊາຊົນໄດ້ນັບມື້ເຕີບໃຫຍ່ເຂັ້ມເເຂງຂະ ຫຍາຍຕົວຢ່າງບໍ່ຢຸດຢັ້ງ. ປັດຈຸບັນ ອົງການໄອຍະການປະກອບມີ ອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນພາກ 3, ອົງການໄອຍະການປະຊາຊົນເເຂວງ-ນະຄອນລວງວຽງຈັນ 18 ເເຫ່ງ, ອົງການໄອຍະການປະຊາຊົນເຂດ 46 ເຂດ ເເລະ ອົງການໄອຍະການປະຊາຊົນເຂດປະຈໍາເມືອງ 22 ເມືອງ ເເລະ ອົງການໄອຍະການທະຫານ.
ຂ່າວ:ເດດອາລຸນ ແກ້ວວິໄລ
ພາບ:ຕາລີເຊ້ຍ ລໍ່ມີໄຊ





