ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2025, ທ່ານ ສົມມະນາ ປິນທິບ ຫົວໜ້າອົງການໄອຍະການປະຊາຊົນແຂວງ ຮອງຫົວໜ້າຄະນະກໍາມະການອະໄພຍະໂທດຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງເຜີຍແຜ່ ລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ຜົນການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂອງແຂວງໄຊຍະບູລີ, ໂດຍໃຫ້ກຽດເຂົ້າຮ່ວມຮັບຟັງມີ ທ່ານ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ ວ່າການເຈົ້າເມືອງຫົງສາ, ມີອົງການໄອຍະການປະຊາຊົນເຂດ III ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ລັດຖະບັນຍັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານໃຫ້ອະໄພຍະໂທດໃຫ້ມີປະສິດທິພາບ, ຮັບປະກັນນະໂຍບາຍມະນຸດສະທຳ, ເພື່ອສຶກສາອົບຮົມນັກໂທດ ໃຫ້ເຫັນໄດ້ແນວທາງນະໂຍບາຍອັນຖືກຕ້ອງເປັນທຳຂອງລັດ ແຫ່ງ ສປປ ລາວ ກໍ່ສ້າງຕົນເອງໃຫ້ກາຍເປັນພົນລະເມືອງດີຂອງຊາດ ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂໃຫ້ມີການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ການຈັດຕັ້ງປະຕິບັດວຽກງານອະໄພຍະໂທດຂອງຄະນະກໍາມະການອະໄພຍະໂທດລະດັບແຂວງໄຊຍະບູລີ ໄລຍະຜ່ານມາແມ່ນໄດ້ດໍາເນີນຕາມຂັ້ນຕອນ, ລະບຽບການ ແລະ ເປັນໝູ່ຄະນະ, ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ ແລະ ຍຸຕິທໍາ, ເຊິ່ງເລີ່ມແຕ່ຂັ້ນຕອນການຄົ້ນຄວ້າເຊື່ອມຊຶມ, ການດໍາເນີນການກວດກາຄັດເລືອກໄຈ້ແຍກຜູ້ກ້າວໜ້າ ແລະ ການຄົ້ນຄວ້າຕົກລົງນໍາສະເໜີບັນຊີລາຍຊື່ນັກໂທດ ທີ່ເຫັນວ່າມີເງື່ອນໄຂທີ່ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດກໍານົດໄວ້ລວມທັງການປະກອບເອກະສານຢັ້ງຢືນຄວາມຖືກຕ້ອງ, ຄົບຖ້ວນ, ຊັດເຈນ ແລະ ທັນເວລາ. ໃນໂອກາດນີ້ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດເຫັນຕໍ່ຂອດການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາໃຫ້ຖືກຕ້ອງຕາມຂັ້ນຕອນ, ພ້ອມນີ້ປະທານກອງປະຊຸມຍັງໄດ້ມີຄຳເຫັນເນັ້ນໜັກໃຫ້ທຸກພາກສ່ວນສືບຕໍ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີຄວາມເປັນເອກະພາບກັນ, ຮັບປະກັນ ຄວາມຖືກຕ້ອງໂປ່ງໃສ ຫັນເອົາການຄຸ້ມຄອງລັດຄຸ້ມຄອງສັງຄົມໄປສູ່ກົດໝາຍເທື່ອລະກ້າວ.
ຂ່າວ-ພາບ: ຖວທ ຫົງສາ





