ອົງການ ກາວີ (GAVI) ມອບລົດຈັກໃຫ້ພະແນກສາທາລະນາສຸກແຂວງຫົວພັນຈໍານວນ 16 ຄັນ
ວັນທີ່ 21 ທັນວາ 2023ນີ້ຢູ່ທີ່ພະແນກສາທາລະນາສຸກແຂວງ ຫົວພັນ ອົງການ ກາວີ (GAVI)ໄດ້ນໍາເອົາລົດຈັກ ຈໍານວນ 16 ຄັນ ມູນຄ່າ 493 ລ້ານກວ່າກີບ ມອບໃຫ້ແກ່ພະແນກສາທາລະນາສຸກແຂວງຫົວພັນ, ຕ່າງໜ້າມອບ ໂດຍແມ່ນທ່ານ ບຸນແຜງ ພູມມະໄລສິດ ກໍາມະການສູນກາງພັກລັດຖະມົນຕີ ກະຊວງສາທາລະນາສຸກ , ທ່ານ ວິລະພອນ ພົມວົງສີ ຫົວໜ້າພະແນກສາທາລະນາສຸກແຂວງຫົວພັນເປັນຜູ້ຮັບຮັບ ໂດຍມີຜູ້ຕ່າງໜ້າອົງການ ກາວີ(GAVI), ມີຮອງຫົວໜ້າພະແນກສາທາລະນາສຸກແຂວງຫົວພັນ, ພະນັກງານພາຍໃນພະແນກສາທາເຂົ້າຮ່ວມນໍາ.

ຈໍານວນລົດຈັກທີ່ນໍາມາມອບໃນຄັ້ງນີ້ແມ່ນ ເພື່ອສະໜອງໃຫ້ແກ່ບັນດາໂຮງໝໍນ້ອຍທີຍັງຂາດອຸປະກອນຮັບໃຊ້ ຢູ່ພາຍໃນແຂວງຫົວພັນຈໍານວນ 16 ແຫ່ງໃນ6 ເມືອງຄື: ເມືອງຊໍາເໜືອ, ເມືອງຊຽງຄໍ້, ເມືອງສົບເບົາ, ເມືອງວຽງໄຊ, ເມືອງຫົວເມືອງ ແລະ ເມືອງກວັນ,ເພື່ຶອນໍາໃຊ້ເຂົ້າໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮັກສາສຸຂະພາບແມ່ ແລະ ເດັກຢູ່ໃນເຂດຂອງຕົນຮັບຜິດຊອບ ໃຫ້ມີຄວາມສະດວກກວ່າເກົ່າ.



