ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອົງຄະນະພັກເມືອງຊົນນະບູລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VII

Apr 1, 2025

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ຄັ້ງທີ VII ໄຂຂຶ້ນໃນວັນທີ 1 ເມສາ 2025 ໂດຍມີສະຫາຍບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສະຫວັນນະເຂດ, ສະຫາຍ ສຸກສາຄອນ ໂພທິລາດ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງໆຊົນນະບູລີ ພ້ອມດ້ວຍ ພະແນກການ-ກົມກອງອ້ອມຂ້າງແຂວງ, ການນໍາຈາກບັນດາເມືອງ, ອົງການຈັດຕັ້ງມະຫາຊົນພາຍໃນເມືອງ ແລະ ບັນດາຜູ້ແທນສົມບູນເຂົ້າຮ່ວມ.
ສະຫາຍ ສຸກສາຄອນ ໂພທິລາດ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງຊົນນະບູລີ ໄດ້ດຳເນີນພາຍໃຕ້ຄຳຂວັນ ‘ຍົກສູງບົດບາດການນໍາພາຂອງພັກ, ພັດທະນາພື້ນຖານໂຄງລ່າງໃຫ້ທົ່ວເຖິງ, ຜະລິດສະບຽງອາຫານໃຫ້ພຽງພໍ ແລະ ກາຍເປັນສິນຄ້າ, ອະນຸລັກທຳມະຊາດ ແລະ ວັດທະນະທຳ ຕິດພັນກັບການທ່ອງທ່ຽວ, ສ້າງໃຫ້ເມືອງຊົນນະບູລີເປັນເມືອງທີ່ເຂັ້ມແຂງ ຮອບດ້ານເທື່ອລະກ້າວ’. ກອງປະຊຸມຄັ້ງນີ້, ຈະໄດ້ຜ່ານບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສຳຫລວດການນໍາພາລວມ ຂອງອົງຄະນະພັກເມືອງ ຄັ້ງທີ VI. ພ້ອມນີ້, ຈະໄດ້ພ້ອມກັນຄົ້ນຄວ້າ-ປະກອບຄຳເຫັນ ເຂົ້າໃສ່ຮ່າງບົດລາຍງານການເມືອງ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ເພື່ອເປັນການຢັ້ງຢືນເຖິງຜົນງານດ້ານຕ່າງໆ ໃນການນໍາພາ-ຊີ້ນໍາຂອງອົງຄະນະພັກເມືອງ ໃນຊຸມປີຜ່ານມາ ແລະ ທິດທາງ 5 ປີຕໍ່ໜ້າ ພ້ອມທັງ ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານພັກເມືອງຊຸດໃໝ່ ແລະ ຜູ້ແທນສົມບູນ, ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ X ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ນອກຈາກນີ້, ໃນກອງປະຊຸມ ຍັງໄດ້ຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງຊົນນະບູລີ, ການປະກອບຄຳຄິດຄຳເຫັນ ຈາກຜູ້ຕາງໜ້າຈາກພາກສ່ວນຕ່າງໆ ເປັນຕົ້ນ ຂົງເຂດ ປກຊ-ປກສ, ຂົງເຂດເສດຖະກິດ, ຂົງເຂດວັດທະນະທຳ-ສັງຄົມ, ໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ແລະ ກຸ່ມການຜະລິດແນວພັນເຂົ້າ ບ້ານກອງປະທຸມວັນ.