ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອົງຄະນະພັກເມືອງແອດ ໄຂກອງປະຊຸມໃຫຍ່ ຄັ້ງທີ VI

Mar 18, 2025

ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກເມືອງແອດ ແຂວງຫົວພັນ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າມື້ນີ້ (18 ມີນາ 2025) ຢູ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງແອດ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ວັນເພັດ ສີບຸນແສງ ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງໆແອດ. ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫົວພັນ. ມີບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, 10 ເມືອງທົ່ວແຂວງ, ພາກສ່ວນກ່ຽວຂ້ອງ, ຜູ້ຊົງຄຸນວຸດທິ, ແຂກຖືກເຊີນ ແລະ ຜູ້ແທນສົມບູນ ຈຳນວນ 133 ສະຫາຍ, ຍິງ 7 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດທົ່ວເມືອງ 2. 120 ສະຫາຍ, ຍິງ 430 ສະຫາຍ.
ໃນກອງປະຊຸມ, ສະຫາຍ ວັນເພັດ ສີບຸນແສງ ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງໆແອດ ໄດ້ມີຄຳເຫັນເປີດກອງປະຊຸມຢ່າງເປັນທາງການ. ເຊິ່ງສະຫາຍ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ອົງຄະນະພັກເມືອງແອດຄັ້ງນີ້ ແມ່ນໝາກຜົນລວມຍອດແຫ່ງຄວາມສາມັກຄີເປັນປຶກແຜ່ນຂອງຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ແລະ ຊາວເມືີອງແອດບັນດາເຜົ່າ ທີ່ເປັນເຈົ້າການຈັດຕັ້ງປະຕິບັດໜ້າທີ່ການເມືອງ ແລະ ຄວາມຮັບພິດຊອບຂອງຕົນ, ຕັ້ງໜ້າເຂົ້າຮ່ວມຂະບວນການວຽກງານຮອບດ້ານ ເຊິ່ງເປັນປັດໄຈຕົ້ນຕໍ ເຮັດໃຫ້ເມືອງແອດ ມີສະຖຽນລະພາບທາງການເມືອງ, ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ການພັດທະນາເສດຖະກິດ ຫຼາຍດ້ານຂະຫຍາຍຕົວກ້ວາງຂວາງ ແລະ ຟົດຟື້ນ. ພ້ອມນີ້, ສະຫາຍຍັງໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມໃຫຍ່ ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ພ້ອມກັນສູມສະຕິປັນຍາ, ຄວາມຮູ້ຄວາມສາມາດ ເຂົ້າໃນການຄົ້ນຄ້ວາ ຄິດຫງໍ່າຕໍ່ບັນດາເນື້ອໃນກອງປະຊຸມດ້ວຍຄວາມຮັບຜິດຊອບ ແລະ ເປັນເຈົ້າການ.
ກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກເມືອງແອດ ຈະໄດ້ດຳເນີນເປັນເວລາ 1 ວັນເຄີ່ງຈິ່ງຈະອັດລົງ. ເຊິ່ງຜູ້ແທນກອງປະຊຸມໃຫຍ່ ຈະໄດ້ພ້ອມກັນພິຈາລະນາຮັບຮອງເອົາເນື້ີອໃນທີ່ສຳຄັນຄື: ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2029), ຮັບຟັງລາຍງານບົດສຳຫຼວດການນຳພາຂອງຄະນະບໍລິຫານງານພັກເມືອງ ສະໄໝທີ V ເພື່ອເປັນບ່ອນອີງ, ເປັນບົດຮຽນໃຫ້ແກ່ການນຳພາ-ຊີ້ນຳໃນສະໄໝຕໍ່ໄປ. ຈາກນັ້ນ, ຜູ້ແທນກອງປະຊຸມໃຫຍ່ຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອເປັນຫຼັກແຫຼ່ງນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ໃຫ້ປະກົດຜົນເປັນຈິງ ແລະ ໃຊ້ສິດເລືອກເອົາຜູ້ແທນສົມບູນ-ສຳຮອງເປັນຕົວແທນຂອງອົງຄະນະພັກເມືອງແອດ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງຫົວພັນ ທີ່ຈະໄຂຂຶ້ນໃນຕໍ່ໜ້າ.
ຂ່າວ-ພາບ: ໄອແກ້ວ