ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອົງຄະນະພັກເມືອງໃໝ່ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XV

Mar 28, 2025

ອົງຄະນະພັກເມືອງໃໝ່ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XV
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງໃໝ່ ແຂວງຜົ້ງ ສາລີ ຄັ້ງທີ XV ໄຂຂຶ້ນໃນວັນທີ 27 ມີນາ 2025. ມີ ສະຫາຍ ຄໍາຜອຍ ວັນນະສານ, ກຳມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກແຂວງ ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍຜູ້ແທນສົມບູນ 139 ສະຫາຍ ຍິງ 14 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກໃນທົ່ວເມືອງ 212 ສະຫາຍ ຍິງ 27 ສະຫາຍ ເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍ ພອນທະວີ ໄຊມົນຕີ ໄດ້ກ່າວວ່າ: ໄລຍະ 5 ປີຜ່ານມາ ເຫັນວ່າມີຜົນສໍາເລັດຫລາຍດ້ານ ເປັນຕົ້ນ ທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ, ທົ່ວສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ, ເສດຖະກິດ-ສັງຄົມ ມີການພັດທະນາດ້ວຍບາດກ້າວ ແລະ ທ່ວງທ່າໃໝ່, ປະຊາຊົນບັນດາເຜົ່າມີຄວາມສາ ມັກຄີປອງດອງ, ພື້ນຖານໂຄງລ່າງຂອງເມືອງໄດ້ຮັບການປັບປຸງ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນກ້າວໆ, ອັດຕາສ່ວນຄວາມທຸກຍາກໄດ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ.
ພ້ອມນີ້, ໄດ້ເອົາໃຈໃສ່ດ້ານການພັດທະນາ ເສດຖະກິດເປັນໃຈກາງ ສຸມໃສ່ພັດທະນາຕາມແລວ 1, 4, 6 ຂອງເມືອງວາງອອກ ເຮັດໃຫ້ການຂະຫຍາຍຕົວເສດຖະກິດສະເລ່ຍ 7,09% ທຽບໃສ່ແຜນປະຕິບັດໄດ້ 71,96% ໃນນີ້, ຂະແໜງກະສິກຳ-ປ່າໄມ້ ແລະ ການປະມົງຂະຫຍາຍຕົວ 7,19%, ຂະແໜງອຸດສາຫະກໍາ-ຫັດຖະກຳ ຂະຫຍາຍຕົວ 10,45%, ຂະແໜງບໍລິການ ຂະຫຍາຍຕົວ 10,77%, ລວມຍອດລາຍຮັບຜົນຜະລິດໃນ 5 ປີບັນລຸ 1.243,66 ຕື້ກີບ ທຽບໃສ່ແຜນການປະຕິບັດໄດ້ 90,97%, ມູນຄ່າເພີ່ມຕາມລາຄາໃນປີ 2024 ລວມຍອດລາຍຮັບຜົນຜະລິດບັນລຸ 288,17 ຕື້ກີບ, ສະເລ່ຍຕໍ່ຫົວຄົນບັນລຸໄດ້ 476 ໂດລາສະຫະລັດຕໍ່ຄົນຕໍ່ປີ, ທຽບໃສ່ແຜນການປະຕິບັດ 35,27% ເທົ່າກັບ 10.177,69 ລ້ານກີບຕໍ່ຄົນຕໍ່ປີ.
ກອງປະຊຸມໃຫຍ່ຄັ້ງນີ້ ຜູ້ແທນ ຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາເຫັນໃສ່ຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ພ້ອມທັງທົບທວນຕີລາຄາຄືນ ກ່ຽວ ກັບການຈັດຕັ້ງປະຕິບັດ ແນວທາງການປ່ຽນແປງໃໝ່ ທີ່ມີຫລັກ ການຂອງພັກ ກໍຄືການຈັດຕັ້ງປະຕິບັດເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ ຄັ້ງທີ XV ຂອງອົງຄະນະພັກເມືອງ ກ່ຽວກັບດ້ານຕັ້ງ ໜ້າ ແລະ ຖອດຖອນບົດຮຽນຢ່າງພາວະວິໄສ ພ້ອມດຽວກັນນັ້ນ, ຈະໄດ້ພ້ອມກັນກຳນົດທິດທາງໜ້າທີ່ແຕ່ນີ້ຮອດປີ 2029.
ຂ່າວ: ວັນວີໄລ