ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອົງຄະນະພັກ ເມືອງສະໜາມໄຊ ໄຂກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XIII

Mar 18, 2025

ອົງຄະນະພັກ ເມືອງສະໜາມໄຊ ໄຂກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XIII
ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງຜູ້ແທນອົງຄະນະພັກ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ 18 ມີນາ 2025 ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອັດຕະປື.
ໂອກາດດັ່ງກ່າວ ສະຫາຍ ສຸລິວົງ ອະໄພວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງສະໜາມໄຊ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງສະໜາມໄຊ ເທື່ອນີ້ ໄດ້ດໍາເນີນໄປພາຍໃຕ້ຄໍາຂວັນທີ່ວ່າ: ສ້າງເມືອງສະ ໜາມໄຊ ໃຫ້ເປັນເມືອງເຂັ້ມແຂງຮອບດ້ານ, ສ້າງບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຕາມທິດສ້າງສັງຄົມນິຍົມຂື້ນມາແຕ່ຮາກ ຖານ, ຕິດພັນກັບທິດ ສ້າງເສດຖະກິດເອກະລາດ ເປັນເຈົ້າ ຕົນ ເອງໃນໄລຍະໄໝ່.
ກອງປະຊຸມຈະໄດ້ດໍາເນີນເປັນເວລາ 2 ວັນ ຕາມວາລະຂອງກອງປະຊຸມ ບັນດາຜູ້ແທນສົມບູນທີ່ເຂົ້າຮ່ວມຈໍານວນ 119 ສະຫາຍ, ຍິງ 11 ສະຫາຍ, ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 1.631 ສະຫາຍໃນທົ່ວເມືອງສະໜາມໄຊ ຈະໄດ້ຮັບຟັງບົດລາຍງານການເມືອງ ແລະ ຮັບຮອງເອົາທິດທາງແຜນການຄາດໝາຍສູ້ຊົນຂອງອົງຄະນະພັກເມືອງ ແຕ່ນີ້ຮອດປີ 2029,
ພ້ອມນັ້ນ ຍັງຈະໄດ້ຮັບຟັງການປະກອບຄໍາ ເຫັນຂອງບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ແລະ ກົມກອງຕົວແບບຈຳນວນໜຶ່ງ ແລະທີ່ສໍາຄັນບັນດາສະຫາຍຜູ້ແທນສົມບູນ ຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະພັກເມືອງ ຊຸດໃໝ່ສະໄໝທີ XIII, ພ້ອມທັງ ເລືອກຕັ້ງເອົາເລຂາ-ຮອງເລຂາພັກເມືອງ, ປະທານ-ຮອງປະທານກວດກາພັກເມືອງ, ເພື່ອເປັນ ຫຼັກແຫຼ່ງນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ທີ່ໄດ້ກຳນົດໄວ້ ແລະ ຈະໄດ້ພ້ອມກັນປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ- ສຳຮອງ ໄປຮ່ວມກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງນໍາອີກ.
ຂ່າວ: ສິດຕິພອນ.