ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອົດສະຕຣາລີ ມອບເຄື່ອງຊ່ວຍເຫຼືອຕອບໂຕ້ໄພພິບັດໃຫ້ ສປປ ລາວ

Oct 30, 2024

ວັນທີ 29 ຕຸລາ 2024 ນີ້, ທີ່ສະໜາມບິນສາກົນວັດໄຕ ທ່ານນາງ ເມແກັນ ຈອນສ ເອກອັກຄະລັດຖະທູດອົດສະຕຣາລີ ໄດ້ມອບເຄື່ອງຊ່ວຍເຫຼືອຕອບໂຕ້ໄພພິບັດເພີ່ມອີກ 𝟮𝟴 ໂຕນ ໃຫ້ແກ່ ສປປ ລາວ ຕາງໜ້າຮັບໂດຍ ທ່ານ ລີປາວ ຢ່າງ, ຮອງລັດຖະ ມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ.
ການມອບເຄື່ອງຊ່ວຍເຫຼືອຕອບໂຕ້ໄພພິບັດຄັ້ງນີ້ແມ່ນຄັ້ງ ທີ 2 ຂອງອົດສະຕຣາລີໃນປີນີ້ ໂດຍເຄື່ອງຊ່ວຍເຫຼືອເຫຼົ່ານີ້ຈະຖືກຈັດສົ່ງ ເພື່ອນຳໄປຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພ ນໍ້າຖ້ວມເມື່ອບໍ່ດົນມານີ້ ແລະ ຈະນຳໃຊ້ເມື່ອເກີດມີເຫດການສຸກ ເສີນໃນຕໍ່ໜ້າ.
ສຳລັບເຄື່ອງຊ່ວຍເຫຼືອນີ້ຈະສາມາດຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຫຼາຍກວ່າ 3.000 ຄອບຄົວ ເຊິ່ງມີ: ຊຸດອຸປະກອນສຸຂະອະນາໄມ 468 ຊຸດ, ຊຸດເຄື່ອງຄົວ 2.016 ຊຸດ, ຜ້າຫົ່ມ 3.400 ຜືນ, ມຸ້ງ 3.200 ດາງ ແລະ ສາດຢາງ 2.250 ຜືນ.
ທີ່ມາ: Australia in Laos