ໃນໂອກາດໄດ້ເດີນທາງມາເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຢູ່ນະຄອນຫລວງວຽງຈັນ, ໃນຕອນເຊົ້າວັນທີ 11 ຕຸລາ 2024 ນີ້, ທ່ານ ແອນໂຕນີ ອານບານີຊີ ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ຈັດພາເຂົ້າເຊົ້າ ສະເຫລີມສະຫລອງຄົບຮອບ 1 ປີ ຍຸດທະສາດເສດຖະກິດອາຊີຕາເວັນອອກສຽງໃຕ້ 2040 ຂອງອົດສະຕຣາລີ ເພື່ອເພີ່ມທະວີຄຳໝັ້ນສັນຍາຂອງອົດສະຕາລີ ໃນການລົງເລິກ ການພົວພັນດ້ານເສດຖະກິດກັບອາຊີຕາເວັນອອກສ່ຽງໃຕ້ ຫລື ອາຊຽນ ໂດຍມີ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ, ມີຮອງລັດຖະມົນຕີ ແລະ ນັກທຸລະກິດ ຈາກບັນດາປະເທດອາຊຽນ ເຂົ້າຮ່ວມ.
ທ່ານ ແອນໂຕນີ ອານບານີຊີ ໄດ້ມີຄໍາເຫັນວ່າ: ຄວາມໝັ້ນຄົງ, ຄວາມຈະເລີນຮຸ່ງເຮືອງ ແລະ ອະນາຄົດດ້ານເສດຖະກິດຂອງ ອົດສະຕຣາລີ ມີການເຊື່ອມໂຍງຢ່າງສະໜິດແໜ້ນເຂົ້າກັບອາຊີຕາເວັນອອກສ່ຽງໃຕ້ ແລະ ອົດສະຕຣາລີ ພວມຕັ້ງໜ້າຜັນຂະຫຍາຍບັນດາຂໍ້ລິເລີ່ມທີ່ນອນໃນຍຸດທະສາດດັ່ງກ່າວ, ໃນນັ້ນມີບັນດາຂໍ້ລິເລີ່ມທີ່ໄດ້ປະກາດໃນກອງປະຊຸມສຸດຍອດພິເສດ ອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີແຫ່ງການພົວພັນຄູ່ເຈລະຈາໃນເດືອນມີນາ ປີ 2024 ນີ້. ພ້ອມນີ້, ທ່ານຍັງໄດ້ຊົມເຊີຍ ສປປລາວ ໃນການເປັນປະທານອາຊຽນ ແລະ ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ໂດຍສະເພາະການຈັດກອງປະຊຸມ ສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 44 ແລະ ກອງປະຊຸມ ສຸດຍອດອາຊີຕາເວັນອອກ ຄັ້ງທີ 19 ຢູ່ນະຄອນຫລວງວຽງຈັນ.
ພ້ອມນີ້, ທ່ານ ນິໂກລາດ ມໍ (Nicolas Moore) ທູດພິເສດ ປະຈໍາອາຊີຕາເວັນອອກສ່ຽງໃຕ້, ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ ໄດ້ກ່າວວ່າ: ຕະຫລອດໄລຍະ 1 ປີ ທີ່ຜ່ານມາ, ຂໍລິເລີ່ມດັ່ງກ່າວ ໄດ້ມີຜົນສໍາເລັດຫລາຍຢ່າງ ເປັນຕົ້ນ ໂຄງການສະໜອງເງິນກູ້ເພື່ອການລົງທຶນ ອາຊີຕາເວັນອອກສ່ຽງໃຕ້ ມີມູນຄ່າ 2 ຕື້ ໂດລາສະຫະລັດ ເພື່ອສະໜັບສະໜູນບັນດາໂຄງການທີ່ສົ່ງເສີມການຄ້າ ແລະ ການລົງທຶນ ຢູ່ໃນ ອາຊີຕາເວັນອອກ ສ່ຽງໃຕ້, ເພີ່ມທຶນການສຶກສາໃຫ້ນັກສຶກສາ ຈາກປະເທດອາຊຽນ, ຂະຫຍາຍຂອບການຮວມມື ແມ່ນໍ້າຂອງ-ອົດສະຕຣາລີ ແລະ ໂຄງການພັດທະນາພື້ນຖານໂຄງລ່າງ, ສ້າງຕັ້ງທີມງານເຈລະຈາການລົງທຶນ ອົດສະຕຣາລີ ຢູ່ພາກພື້ນ, ສ້າງສູນເຕັກໂນໂລຊີ ຢູ່ນະຄອນຈາກາຕາ ແລະ ນະຄອນ ໂຮ່ຈີ່ມິ່ງ, ລວມທັງເພີ່ມອາຍຸວີຊາການເຂົ້າ-ອອກ ປະເທດອົດສະຕຣາລີ ສໍາລັບນັກທຸລະກິດ ຈາກ ບັດດາປະເທດອາຊຽນ ຈາກ 3 ປີ ມາເປັນ 5 ປີ.
ທີ່ມາ: ຂປລ




