ເພື່ອສືບຕໍ່ເປັນຄູ່ຮ່ວມມືທີ່ມີຄວາມຮັບຜິດຊອບ ແລະ ມີໝາກຜົນດີຂອງອົດສະຕຣາລີ ກັບ ສປປ ລາວ, ທ່ານນາງ ເບັນນິຕາ ຊຳເມີວິວ, ຮອງເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສປປ ລາວ ໄດ້ຢ້ຽມຢາມແຂວງບໍ່ແກ້ວ ໃນລະຫວ່າງວັນທີ 19-21 ກຸມພາ ເພື່ອຕິດຕາມ ແລະ ຊຸກຍູ້ໂຄງການຕ່າງໆທີ່ໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ.
ໂຄງການດັ່ງກ່າວປະກອບມີ: ໂຄງການສົ່ງເສີມສຸຂະພາບຕາ, ໂຄງການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ແລະໂຄງການສົ່ງເສີມສຸຂະພາບຈະເລີນພັນ ແລະ ສິດທິທາງເພດ.
ນອກນັ້ນ ຮອງເອກອັກຄະລັດຖະທູດ ອົດສະຕຣາລີ ຍັງໄດ້ເຂົ້າຢ້ຽມຄຳນັບ ພະນະທ່ານ ທອງຈັນ ມະນີໄຊ, ເຈົ້າແຂວງໆບໍ່ແກ້ວ ກ່ອນຈະໄປເຂົ້າຮ່ວມ ແລະກ່າວເປີດກອງປະຊຸມສຳມະນາວຽກງານສິດທິມະນຸດ ແລະ ຍັງໄດ້ພົບປະກັບເຈົ້າໜ້າທີ່ອາວຸໂສຈາກຂະແໜງການຕ່າງໆ ລວມທັງສະພາການຄ້າ ແລະ ອຸດສາຫະກຳ ແຂວງບໍ່ແກ້ວ.
ໃນການພົບປະກັບພະນະທ່ານ ທອງຈັນ, ທ່ານນາງ ເບັນນິຕາ ຊຳເມີວິວ ໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍາວນານ ລະຫວ່າງລາວ ແລະ ອົດສະຕຣາລີ ໃນຕະຫຼອດ 73 ປີຜ່ານມາ. ທ່ານນາງ ເບັນນິຕາ ຊຳເມີວິວ ຢືນຢັນວ່າ, ພາຍໃຕ້ການເປັນຄູ່ຮ່ວມມືຮອບດ້ານລະຫວ່າງ ລາວ-ອົດສະຕຣາລີ, ການຮ່ວມມືສອງຝ່າຍ ລະຫວ່າງສອງປະເທດຈະສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ.
ໃນຂະນະທີ່ຢ້ຽມຢາມແຂວງບໍ່ແກ້ວ, ຮອງເອກອັກຄະລັດຖະທູດ ອົດສະຕາລີ ໄດ້ໄປຢ້ຽມຢາມໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບວຽກງານການຮັກສາສຸຂະພາບຕາ ຢູ່ ສປປ ລາວ ທີ່ຈັດຕັ້ງປະຕິບັດໂດຍມູນນິທິ Fred Hollows. ໂຄງການນີ້ຊ່ວຍປັບປຸງການເຂົ້າເຖິງການຮັກສາສຸຂະພາບຕາ ສໍາລັບກຸ່ມຄົນດ້ອຍໂອກາດ ແລະຮ່ວມມືກັບຄູ່ຮ່ວມພັດທະນາເພື່ອສະຫນອງການບໍລິການໃນຂະແໜງສຸຂະພາບຕາ. ໂຄງການດັ່ງກ່າວຍັງເຮັດວຽກຮ່ວມມືກັບກະຊວງສາທາລະນະສຸກ ເພື່ອປັບປຸງການບໍລິການຕ່າງໆ ໂດຍຜ່ານການຝຶກອົບຮົມໃຫ້ຜູ້ເຮັດວຽກກ່ຽວກັບການຮັກສາສຸຂະພາບຕາ ແລະຍົກລະດັບສິ່ງອໍານວຍຄວາມສະດວກຂອງລະບົບການຮັກສາສຸຂະພາບຕາ ໃນ ສປປ ລາວ.
ນອກຈາກນັ້ນ, ຮອງເອກອັກຄະລັດຖະທູດ ອົດສະຕາລີ ຍັງໄດ້ໃຫ້ກຽດກ່າວເປີດກອງປະຊຸມສຳມະນາກ່ຽວກັບສິດທິມະນຸດ, ເຊິ່ງໄດ້ຮັບການສະໜັບສະໜູນຈາກໂຄງການຮ່ວມມືວິຊາການດ້ານສິດທິມະນຸດ ລະຫວ່າງ ອົດສະຕຣາລີ ແລະສປປລາວ. ຈຸປະສົງຂອງກອງປະຊຸມແມ່ນເພື່ອເພີ່ມຄວາມເຂົ້າໃຈ ແລະ ປະຕິບັດສິດທິມະນຸດໃນທຸກຂະແຫນງການຂອງລັດຖະບານ ແລະ ທົ່ວສັງຄົມລາວ. ໂດຍຜ່ານໂຄງການດັ່ງກ່າວ, ອົດສະຕຣາລີ ໃຫ້ຄຳໝັ້ນສັນຍາວ່າຈະສະໜັບສະໜູນ ສປປ ລາວ ໃຫ້ສາມາດ ປະຕິບັດພັນທະດ້ານສິດທິມະນຸດຂອງຕົນຢ່າງມີຜົນສຳເລັດ.
ໃນໄລຍະການຢ້ຽມຢາມ, ທ່ານນາງ ເບັນນິຕາ ຊຳເມີວິວ ໄດ້ໄປຢ້ຽມຢາມສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກແຂວງບໍ່ແກ້ວ. ສູນດັ່ງກ່າວ ແມ່ນສະຖານທີ່ປົກປ້ອງຜູ້ຖຶກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ທາງສູນຍັງຊ່ວຍເຂົາເຈົ້າໃຫ້ປອດໄພຈາກການຊຳເຕີມຈາກຜູ້ກະທໍາຜິດ, ແລະຊ່ວຍຟື້ນຟູຈິດໃຈຂອງເຂົາເຈົ້າໃຫ້ຄືນສູ່ສະພາບປົກກະຕິ.
ຢູ່ສປປລາວ, ມີແມ່ຍິງ 7 ໃນ 10 ຄົນ ຜູ້ທີ່ໄດ້ຮັບຜົນກະທົບຈາກການໃຊ້ຄວາມຮຸນແຮງ ບໍ່ໄດ້ຂໍຄວາມຊ່ວຍເຫຼືອຈາກເຈົ້າຫນ້າທີ່ທີ່ກ່ຽວຂ້ອງ. ອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ຮ່ວມມືກັບ ກອງທຶນປະຊາກອນຂອງສະຫະປະຊາຊາດ ແລະ ສະຫະພັນແມ່ຍິງລາວ ເພື່ອສ້າງຄວາມເຂັ້ມແຂງໃຫ້ຜູ້ຖຶກເຄາະຮ້າຍ ຈາກການໃຊ້ຄວາມຮຸນແຮງທາງເພດ ໃຫ້ສາມາດເຂົ້າເຖິງການບໍລິການຕ່າງໆ ເຊິ່ງປະກອບມີ ການຮັກສາສຸຂະພາບ, ການໃຫ້ຄໍາປຶກສາທາງດ້ານກົດໝາຍ, ການໃຫ້ຄໍາປຶກສາ ແລະການຝຶກອົບຮົມວິຊາຊີບ.
ສຸດທ້າຍ, ທ່ານນາງ ເບັນນິຕາ ຊຳເມີວິວ ໄດ້ລົງຢ້ຽມຢາມຄລີນິກເຄື່ອນທີ່ ເຊິ່ງດຳເນີນການພາຍໃຕ້ໂຄງການສົ່ງເສີມສຸຂະພາບຈະເລີນພັນແລະສິດທິທາງເພດ ຈັດຕັ້ງປະຕິບັດໂດຍສະມາຄົມສົ່ງເສີມສຸຂະພາບຄອບຄົວ. ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແລະ ສິດທິທາງເພດ ກວມເອົາ 308 ບ້ານໃນ 8 ເມືອງ ຂອງແຂວງບໍ່ແກ້ວ ແລະ ແຂວງຫຼວງນໍ້າທາ ທີ່ໃຫ້ບໍລິການກ່ຽວກັບ ສຸຂະພາບຈະເລີນພັນ.








