ໃນວັນທີ 16 ມິຖຸນານີ້, ສະແຕນດາດ ອົດສະຕຣາລີ (Standards Australia) ຈັດກອງປະຊຸມສຳມະນາກ່ຽວກັບການນຳໃຊ້ປັນຍາປະດິດ AI ຢ່າງຮັບຜິດຊອບໃຫ້ແກ່ ພະນັກງານຈາກພາກສ່ວນຕ່າງໆຂອງລັດ, ພາກທຸລະກິດ ແລະ ຄູ່ຮ່ວມງານຕ່າງໆ ຈຳນວນ 60 ກວ່າທ່ານ ທີ່ມີຄວາມສົນໃຈຢາກຮຽນຮູ້ ແລະ ເຂົ້າໃຈວ່າປັນຍາປະດິດຈະສ້າງຄຸນຄ່າໃຫ້ແກ່ປະຊາຊົນລາວແນວໃດ.
ອົດສະຕຣາລີກຳລັງສະຫນັບສະຫນູນຂໍ້ລິເລີ່ມຕ່າງໆໃນອາຊີຕາເວັນອອກສ່ຽງໃຕ້ເພື່ອແລກປ່ຽນຄວາມຮູ້, ສ້າງທັກສະຄວາມອາດສາມາດ ແລະ ປູກຈິດສຳນຶກກ່ຽວກັບຄວາມສໍາຄັນຂອງມາດຕະຖານສາກົນໃນຂະແຫນງໄຊເບີ ແລະ ເທັກໂນໂລຢີ.
ໃນໄລການຝຶກອົບຮົມ, ຜູ້ສ້ຽວຊານຈາກສະແຕນດາດ ອົດສະຕຣາລີ ໄດ້ນໍາສະເຫນີຄວາມຮູ້ກ່ຽວກັບມາດຕະຖານສາກົນໃນການແກ້ໄຂຄວາມສ່ຽງຈາກ AI, ແລະຜົນປະໂຫຍດຂອງລະບົບມາດຕະຖານ ການຄຸ້ມຄອງ AI ເພື່ອການນໍາໃຊ້ AI ຢ່າງປອດໄພ, ມີຄວາມຮັບຜິດຊອບແລະມີປະສິດທິຜົນ.
AI ແມ່ນເທັກໂນໂລຢີທີ່ສໍາຄັນ ທີ່ພວກເຮົາຄວນພິຈາລະນາໃນປີ 2025. AI ສ້າງໂອກາດການປ່ຽນແປງ ທາງດ້ານເສດຖະກິດ ແລະ ການພັດທະນາ, ລວມທັງຄວາມປອດໄພທາງໄຊເບີ, ການປົກປ້ອງຜູ້ບໍລິໂພກ, ການຮັກສາສຸຂະພາບ, ການສຶກສາ, ການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ການຫຼຸດຜ່ອນຜົນກະທົບຈາກການປ່ຽນແປງດິນຟ້າອາກາດ. ການນຳໃຊ້ AI ສາມາດເຮັດໃຫ້ໂຄງການທີ່ມີປະສິດທິພາບ ແລະຖືກຕ້ອງຫຼາຍຂຶ້ນ, ການວິເຄາະຂໍ້ມູນທີ່ດີຂຶ້ນ ແລະ ການຕັດສິນໃຈໂດຍອີງໃສ່ຂໍ້ມູນຫຼັກຖານ, ແລະການປັບປຸງການບໍລິການໃຫ້ແກ່ປະຊາຊົນ ແລະ ພາກທຸລະກິດ.
ແຕ່ເຖິງຢ່າງໃດກໍ່ຕາມຖ້າຫາກບໍ່ມີລະບຽບການຄຸ້ມຄອງຢ່າງເໝາະສົມ, AI ກໍ່ສາມາດເຮັດໃຫ້ເກີດບັນຫາຄວາມສ່ຽງຕ່າງໆໄດ້ ເຊັ່ນ: ການລະເມີດຂໍ້ມູນສ່ວນຕົວ, ຄວາມລຳອຽງທາງສັງຄົມ, ຄວາມສ່ຽງຂອງການເຜີຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ຄົນເຮົາ.
ໃນໄລຍະການເປັນປະທານອາຊຽນຂອງ ສປປລາວໃນປີຜ່ານມາ, ອົດສະຕຣາລີໄດ້ສະໜັບສະໜູນສະມາຄົມນັກຂ່າວແຫ່ງ ສປປລາວຈັດຝຶກອົບຮົມ ກ່ຽວກັບ AI ເພື່ອເປີດໂອກາດໃຫ້ສື່ມວນຊົນລາວໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບໂອກາດ ແລະ ສິ່ງທ້າທາຍຕ່າງໆ ທ່າມກາງການນຳໃຊ້ AI ທີ່ເພີ່ມຂຶ້ນ.
ອົດສະຕຣາລີ ຮູ້ສຶກເປັນກຽດທີ່ໄດ້ຮ່ວມມືກັບສປປລາວ ແລະ ບັນດາປະເທດໃນອາຊຽນ ໃນການສ້າງຂີດຄວາມສາມາດກ່ຽວກັບ AI ເພື່ອຮັບມືກັບສິ່ງທ້າທາຍຕ່າງໆໃນພາກພື້ນ ເຊັ່ນ: ການຫັນເປັນດິຈິຕອລຢ່າງວ່ອງໄວ ແລະ ການຊ່ວຍເຫຼືອປະເທດຕ່າງໆໃນການນຳໃຊ້ຜົນປະໂຫຍດຂອງ AI, ພ້ອມດຽວກັນນັ້ນກໍ່ຮ່ວມມືປົກປ້ອງຄວາມສ່ຽງຈາກ AI ເພື່ອການພັດທະນາແບບຍືນຍົງ.






