ວັນທີ 15 ກຸມພາ 2024 ນີ້ ທີ່ເມືອງວຽງໄຊ ແຂວງຫົວພັນ ,ລັດຖະບານອົດສະຕຣາລີ ຮ່ວມກັບ ອົງການຢູນິເຊັບ ໄດ້ມອບລົດຕ໋ອກຕ໋ອກຈຳນວນ 32 ຄັນ ໃຫ້ແກ່ລັດຖະບານເເຫ່ງ ສປປ ລາວ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງ ແຂວງຫົວພັນ.
ທັງນີ້ ເພື່ອປະກອບສ່ວນເຂົ້າໃນຍຸດທະສາດການຜັນຂະຫຍາຍການເຂົ້າເຖິງບໍລິການດ້ານສຸຂະພາບ ໃນ ສປປ ລາວ ແລະ ຈະຊ່ວຍຮັບປະກັນການສະໜອງຊຸດການບໍລິການສຸຂະພາບແບບເຊື່ອມສານ ແລະ ການເຂົ້າເຖີງ ບໍລິການຢ່າງເທົ່າທຽມຕະຫຼອດປີ, ເປັນຕົ້ນແມ່ນບໍລິການແບບເຊື່ອມສານສັກວັກຊີນຮອບປົກກະຕິ, ວັກຊີນກັນພະຍາດ ໂຄວິດ-19 ແລະ ບໍລິການດ້ານສຸຂະພາບແມ່ ແລະ ເດັກ ໃນບັນດາກຸ່ມຄົນ ທີ່ມີຄວາມສ່ຽງທີ່ສຸດ ແລະ ເຂດຫ່າງໄກສອກຫຼີກໂດຍສະເພາະແມ່ນໃນຍາມລະດູຝົນ.
ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ສປປ ລາວ ຕິີລາຄາສູງ ຕໍ່ການສະໜັບສະໜູນຈາກອົງການຢູນິເຊັບ ເເລະ ລັດຖະບານອົດສະຕຣາລີ. ພາຫະນະເຫຼົ່ານີ້ຈະຊ່ວຍ ເພີ່ມການເຂົ້າເຖິງການບໍລິການດ້ານສຸຂະພາບຢ່າງກ້ວາງຂວາງໃນທົ່ວປະເທດ ແລະ ຈະຊ່ວຍໃຫ້ພະນັກງານ ສາທາລະນະສຸກຂອງພວກເຮົາກ້າວຂ້າມຜ່ານສິ່ງທ້າທາຍທາງດ້ານພູມສາດ ເພື່ອເຂົ້າເຖິງ ເເລະ ສະໜອງ ບໍລິການອັນສຳຄັນ ໃຫ້ເເເກ່ຊຸ່ມຊົນທີ່ມີຄວາມສ່ຽງທີ່ສຸດ.
ລັດຖະມົນຕີ ກະຊວງສາທາລະນະສຸກກ່າວອີກວ່າ: ລົດຕ໋ອກຕ໋ອກເຫຼົ່ານີ້ຈະຖືກແຈກຢາຍໃຫ້ສຸກສາລາ ທັງໝົດ 32 ແຫ່ງໃນ 15 ແຂວງ ພາຫະນະເຫຼົ່ານີ້ມີຄວາມສະດວກສະບາຍໃນການນຳໃຊ້ ແລະຂັບເຄື່ອນ ໂດຍສີ່ລໍ້ເຊິ່ງຈະເປັນປະໂຫຍດຫຼາຍໃຫ້ເເກ່ພະນັກງານສາທາລະນະສຸກທ້ອງຖິ່ນໃນການເຂົ້າເຖິງຊຸມຊົນທີ່ມີຄວາມສ່ຽງໃນໄລຍະລະດູຝົນ ເເລະ ຮັບປະກັນວ່າຊຸມຊົນສາມາດເຂົ້າເຖິງບໍລິການ ດ້ານສຸຂະພາບໄດ້ຕະຫຼອດປີ.
ທ່ານນາງ ເມແກນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ, ກ່າວວ່າ: ລັດຖະບານອົດສະຕຣາລີ ພູມໃຈທີ່ໄດ້ຊ່ວຍສະໜັບສະໜູນຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການຮັບຮອງການເຂົ້າເຖິງການບໍລິການດ້ານສຸຂະພາບຂອງທຸກຄົນໃນປະເທດ. ພາຫະນະດັ່ງກ່າວ ໄດ້ຖືກຈັດສົ່ງໃຫ້ກັບລັດຖະບານ ແຫ່ງ ສປປ ລາວ ພາຍໃຕ້ໂຄງການທີ່ມີຊືວ່າVAHSI(Vaccine Access and Health Security Initiative) ມີມູນຄ່າລວມທັງໝົດປະມານ 245,000 ໂດລາສະຫະລັ .ທ່ານນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ ກ່າວວ່າ: ການຊ່ວຍເຫຼືອຄັ້ງນີ້ ບໍ່ພຽງແຕ່ຈະຊ່ວຍໃຫ້ພະນັກງານສາທາລະນະສຸກສາມາດເຂົ້າເຖິງຊຸມຊົນ ທີ່ມີຄວາມສ່ຽງສູງເທົ່ານັ້ນ, ແຕ່ມັນຍັງສະເເດງໃຫ້ເຫັນເຖີງຄວາມມຸ່ງໝັ້ນຂອງພວກເຮົາໃນການຊອກຫາວິທີ ທີ່ມີນະວັດຕະກຳຕ່າງໆເພື່ອເສີມສ້າງຄວາມເຂັ້ມແຂງຂອງລະບົບສາທາລະນະສຸກ ໃນ ສປປ ລາວ ເພື່ອໃຫ້ລະບົບດັ່ງກ່າວສາມາດຮັບມືກັບສິ່ງທ້າທາຍ ເເລະ ຄວາມສ່ຽງທີ່ສາມາດເກີດຂຶ້ນ ເຊັ່ນ: ຄວາມສ່ຽງຂອງການລະບາດຂອງພະຍາດ ຄວາມພະຍາຍາມທັງໝົດນີ້ກໍເເມ່ນເພື່ອຮັບປະກັນສຸຂະພາບທີ່ດີ ຂອງເດັກນ້ອຍ ແລະ ແມ່ຍິງທຸກຄົນໃນ ສປປ ລາວ.





