ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ຮ່ວມກັບກົມສື່ມວນຊົນ ກະຊວງ ຖວທ , ໜັງສືພິມເສດຖະກິດການຄ້າ ແລະບໍລິສັດແອັກຊັນໂປຣ ຈັດຝຶກອົບຮົມທັກສະການຖ່າຍພາບນິ່ງ ແລະ ວິດີໂອໃຫ້ນັກຂ່າວ ທີ່ຈະໄປເຄື່ອນໄຫວເກັບກຳຂ່າວງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ຈັດຂຶ້ນຕອນເຊົ້າວັນທີ 21 ພະຈິກ 2022ນີ້ ທີ່ ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ສົົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສຸວັນ ວິໄລແສງ ຜູ້ອໍານວຍການໃຫ່ຍວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສໍາມະນາກອນຈາກສື່ຕ່າງໆ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ສົົມສະຫວາດ ພົງສາ ກ່າວວ່າ: ເພື່ອເປັນການເພີ່ມທັກສະໃນການຖ່າຍພາບນິ່ງ ແລະ ພາບວິດີໂອ ຊຶ່ງເປັນການກະກຽມໃຫ້ນັກຂ່າວທີ່ຈະໄປເຄື່ອນໄຫວເກັບກຳຂ່າວງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ. ສະນັ້ນ, ຈຶ່ງໄດ້ຈັດຝຶກທັກສະນີ້ຂຶ້ນເພື່ອນຳໃຊ້ເຕັກໂນໂລຊີເຂົ້າໃນການນໍາໃຊ້ຂໍ້ມູນຮ່ວມກັນ.
ທ່ານ ສຸວັນ ວິໄລແສງ ຜູ້ອໍານວຍການໃຫ່ຍວິທະຍຸກະຈາຍສຽງແຫ່ງຊາດລາວ ກ່າວວ່າ: ພວກເຮົາຈັດກອງປະຊຸມຝຶກອົບຮົມນີ້ຂຶ້ນ ໂດຍສະເພາະ ບໍລິສັດ ແອກຊັນໂປຣ ເຊິ່ງເປັນບໍລິສັດຫນຶ່ງທີ່ມີປະສົບການ ການຖ່າຍພາບ ໄດ້ໃຫ້ການສະຫນັບສະຫນຸນ ໂດຍສະເພາະແມ່ນໃນການແຊຂໍ້ມູນ ເພາະວ່າພວກເຮົາ ຈະປັບປຸງການນຳໃຊ້ນັກຖ່າຍພາບ ບໍ່ວ່າຈະເປັນພາບເຄື່ອນໄຫວ ພາບນິ່ງ ເນື່ອງຈາກວ່າ ແຕ່ລະສໍານັກ ບໍ່ມີນັກຂ່າວພຽງພໍ ໄປແຕ່ລະສະຫນາມ ສະນັ້ນໃນການເຮັດວຽກ ຕ້ອງມີການຮວມສູນເອົານັກຖ່າຍພາບແຕ່ລະສຳນັກ ຫລື ຄະນະສະເພາະກິດ ໂດຍແບ່ງງານກັນວ່າ ໃຜໄປສະຫນາມໃດ ໃຜໄປຈູດໃດ ໃຜໄປເອົາຂ່າວໃດ ຫລັງຈາກນັ້ນ ສູນການຂ່າວຈະສາມາດເລືອກເອົາຂ່າວທີ່ຈະສົ່ງໄປຫາສຳນັກງານຕົນເອງໄດ້ ສະນັ້ນ ພວກເຮົາຈຶ່ງຈະໄດ້ຂ່າວທີ່ຫລາກຫລາຍ ໂດຍແຕ່ລະສໍານັກຂ່າວສາມາດມາດືງເອົາຂໍ້ມູນນັ້ນ ສົ່ງກັບຄືນຫາສຳນັກງານຂອງຕົນເອງ ເພື່ອອອກຂ່າວໄດ້, ສະນັ້ນ ມື້ນີ້ ກ່ອນຈະລົງສະຫນາມຕົວຈິງ ພວກເຮົາຈຶ່ງຈັດງານສຳມະນາແລກປ່ຽນ ເພື່ອສົ່ງຂໍ້ມຸນໃຫມ່ໆທີ່ພວກເຮົາຈະໄດ້ນຳໃຊ້ ໃນງານກິລາຊຽງຂວາງເກມໃນເທື່ອນີ້ເພື່ອວ່າ ຈະເຮັດແນວໃດໃຫ້ມີຄວາມສະດວກຂຶ້ນຕື່ມເຖິງວ່າຜູ້ທີ່ບໍ່ໄດ້ໄປຮອດຊຽງຂວາງ ກໍສາມາດດຶງເອົາຂໍ້ມູນຂອງພວກເຮົານຳໄປໃຊ້ໄດ້