ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອົບຮົມພະນັກງານນໍາທ່ຽວລະດັບຊາດ ຄັ້ງທີ 31

Sep 9, 2024

ຊຸດຝຶກອົບຮົມພະນັກງານນໍາທ່ຽວລະດັບຊາດ ຄັ້ງທີ 31 ຈັດຂຶ້ນຕອນເຊົ້າວັນທີ 9 ກັນຍາ 2024 ທີ່ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ພາຍໃຕ້ການເປັນປະທານຂອງທ່ານນາງ ດາລານີ ພົມມະວົງສາ, ຮອງລັດຖະມົນຕີກະຊວງຖະ ແຫຼງຂ່າວ, ວັດທະນະທຳແລະ ທ່ອງທ່ຽວ, ມີ ທ່ານ ຄໍາຫຼ້າ ຍອຍສາຍຄໍາ, ຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງ ທ່ຽວພ້ອມດ້ວຍສຳມະນາກອນເຂົ້າຮ່ວມທັງໝົດ 90 ຄົນ.
ທ່ານນາງ ດາລານີ ພົມມະວົງສາ ໃຫ້ຮູ້ວ່າ: ການທ່ອງທ່ຽວແມ່ນອຸດສາຫະກຳທີ່ປອດຄວັນ ຊຶ່ງມີການເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ, ຕໍ່ເນື່ອງ ແລະ ໄດ້ກາຍເປັນຂະແໜງການຕົ້ນຕໍ ທີ່ປະກອບສ່ວນສໍາຄັນເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມ ຫຼາຍໆປະເທດໃນໂລກ ລວມທັງ ສປປ ລາວ ໄດ້ຖືເອົາວຽກງານ ການທ່ອງທ່ຽວ ເປັນບູລິມະສິດໃນການພັດທະນາ. ລັດຖະບານແຫ່ງ ສປປ ລາວ ກໍໄດ້ຖືເອົາວຽກງານທ່ອງ ທ່ຽວເປັນເສດຖະ ກິດປາຍແຫຼມຂະແໜງການໜຶ່ງ ທີ່ກະຕຸ້ນບັນດາຂະແໜງການອື່ນ ທີ່ເປັນຕ່ອງໂສ້ການ ບໍລິການໃຫ້ມີການພັດທະນາໄປພ້ອມໆກັນ ຂະຫຍາຍການລົງທຶນເຂົ້າໃສ່ບັນດາກິດຈະການຕ່າງໆ ເປັນ ຕົ້ນ ການຂົນສົ່ງນັກທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ, ການນໍາທ່ຽວ, ການພັກແຮມ, ອາຫານ ແລະ ເຄື່ອງດື່ມ, ການສົ່ງເສີມສຸຂະພາບ, ການຜະຈົນໄພ, ເຄື່ອງທີ່ລະນຶກ ແລະ ບັນດາກິດຈະກຳປິ່ນອ້ອມການທ່ອງທ່ຽວ ທີ່ ພົວພັນທາງກົງ ແລະ ທາງອ້ອມຂອງການບໍລິການ, ສົ່ງເສີມໃຫ້ເກີດການຜະລິດພາຍໃນຢ່າງກວ້າງ ຂວາງ ສາມາດສ້າງວຽກເຮັດງານທໍາ ແລະ ກະຈາຍລາຍຮັບຢ່າງກວ້າງຂວາງ ໃຫ້ແກ່ປະຊາຊົນທ້ອງຖິ່ນ ໂດຍ ສະເພາະໃນເຂດທີ່ການທ່ອງທ່ຽວມີການຂະຫຍາຍຕົວ ໃນນັ້ນກໍລວມມີອາຊີບພະ ນັກງານນໍາທ່ຽວ ຊຶ່ງນໍາ ເອົາເງິນຕາຕ່າງປະເທດມາສູ່ປະເທດຊາດ ຂອງພວກເຮົາ ເປັນຈຳນວນຫຼາຍພໍສົມຄວນ, ຊ່ວຍປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຊ່ວຍຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ ບັນດາເຜົ່າຕາມນະ ໂຍບາຍຂອງພັກ ແລະ ລັດຖະບານ ທີ່ໄດ້ວາງອອກເທື່ອລະກ້າວ.
ທ່ານນາງ ດາລານີ ພົມມະວົງສາ ໃຫ້ຮູ້ເຖິງທ່າອ່ຽງການທ່ອງ ທ່ຽວໃນປີ 2024ວ່າ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ, ບັນດາທຸລະກິດໃນ ຂະແໜງການທ່ອງທ່ຽວມີຄວາມໝັ້ນໃຈຫຼາຍຂື້ນ ຕໍ່ຄວາມໝັ້ນຄົງຂອງອຸດສະຫະກຳການທ່ອງທ່ຽວ ແລະ ພວມເລັ່ງຂະຫຍາຍຕະຫຼາດໃໝ່ ເພີ່ມຂຶ້ນ ໂດຍມີເປົ້າໝາຍການທ່ອງທ່ຽວທີ່ມີຄວາມຮັບຜິດຊອບ ແລະ ຍືນຍົງ ເນັ້ນໃສ່ການທ່ອງທ່ຽວສີຂຽວ ເປັນມິດກັບສິ່ງແວດລ້ອມ ແລະ ການມີສ່ວນ ຮ່ວມຂອງປະຊາຊົນ ທ້ອງຖິ່ນ. ອົງການທ່ອງທ່ຽວໂລກຄາດຄະ ເນວ່າ ອຸດສາຫະກຳການທ່ອງທ່ຽວ ຈະກັບມາສູ່ສະພາບເປັນ ປົກກະຕິ ໃນປີ 2024-2025 ນີ້. ປະຈຸບັນຫຼາຍປະເທດ ກຳລັງເລັ່ງການເປີດສາຍການບິນ ລະຫວ່າງຈຸດ ໝາຍປາຍທາງການທ່ອງທ່ຽວສໍາຄັນໆເພີ່ມຂຶ້ນ, ສຸມໃສ່ການຂະຫຍາຍຕະຫຼາດໃຫມ່ ໂດຍຖືເອົານະໂຍບາຍ ດ້ານວິຊ່າ ເປັນຈຸດກະຕຸ້ນ ແລະ ດຶງດູດນັກທ່ອງທ່ຽວ. ນັກທ່ອງທ່ຽວໃຫ້ຄວາມສົນໃຈຕໍ່ກິດຈະກຳ ການທ່ອງທ່ຽວໃນເຂດທຳມະຊາດ ແລະ ວັດທະນະທຳ ທີ່ເນັ້ນໃສ່ປະສົບການໃໝ່ໃນການເດີນທາງ ຫຼາຍ ຂື້ນ, ຕ້ອງການອອກຈາກຕົວເມືອງໃຫຍ່ ທີ່ມີສະພາບແວດລ້ອມແອອັດທັນສະໄໝ ເພື່ອໄປສຳພັດກັບວິຖີ ການດໍາລົງຊີວິດຢູ່ທ້ອງຖິ່ນທີ່ແຕກຕ່າງ. ພ້ອມດຽວກັນນີ້, ການຫັນເປັນທັນສະໄໝ ທາງດ້ານຂໍ້ມູນຂ່າວ ສານການທ່ອງທ່ຽວ ແລະ ການປັບຕົວເຂົ້າກັບສະພາບວິກິດຕ່າງໆ ຍັງຖືເປັນບູລິມະສິດຕົ້ນຕໍໃນປີ 2024- 2025.
ປີ 2023 ຜ່ານມາ ສປປ ລາວ ຕ້ອນຮັບນັກທ່ອງທ່ຽວສາກົນ ຈໍານວນ 3.417.629 ເທື່ອຄົນ ເພີ່ມ 164% ທຽບໃສ່ປີ 2022, ມີອັດຕາການພັກເຊົາສະເລ່ຍ 6.62ມື້/ຄົນ, ການໃຊ້ຈ່າຍສະເລ່ຍ 68.90 ໂດລາ/ ຄົນ/ມື້ ສ້າງລາຍຮັບໄດ້ 1.042.989.348 ໂດລາສະຫະລັດ, ນັກທ່ອງທ່ຽວພາຍໃນ (ລາວທ່ຽວລາວ) ຈໍານວນ 1.927.696 ເທື່ອຄົນ, ມີອັດຕາການພັກເຊົາສະເລ່ຍ 3 ມື້/ຄົນ, ການໃຊ້ຈ່າຍສະເລ່ຍ 54 ໂດລາ/ຄົນ/ ມື້, ສ້າງລາຍຮັບໄດ້ 312.286.752 ໂດລາສະຫະລັດ.
ນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວລາວ ອັນດັບ 1 ແມ່ນນັກທ່ອງທ່ຽວໄທ ມີຈໍານວນ 1.326.705 ເທື່ອຄົນ ກວມເອົາ 38.8% ຂອງຈໍານວນນັກທ່ອງທ່ຽວ, ຮອງລົງມາແມ່ນນັກທ່ອງທ່ຽວ ຈາກ ສສ. ຫວຽດນາມ 837.632 ເທື່ອຄົນ ອັນດັບທີ 3 ແມ່ນ ສປ ຈີນ ມີຈໍານວນ 641.314 ເທື່ອຄົນ.
ຊຸດຝຶກອົບຮົມຄັ້ງນີ້ດໍາເນີນເປັນເວລາ 55 ວັນ ນັບແຕ່ວັນ ທີ 9 ກັນຍາ ຫາວັນທີ 29 ພະຈິກ 2024.ໂດຍເນັ້ນໃສ່ 3 ດ້ານຄື: ຄວາມຮູ້ທົ່ວໄປ ມີ 5ວິຊາ, ຄວາມຮູ້ພື້ນຖານ 7 ວິຊາ ແລະຄວາມຮູ້ສະເພ່ະອາຊີບ ມີ 10 ວິຊາ.