ສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ຈັດຝຶກອົບຮົມ “ແນະນໍາການຊໍາລະເງິນໃຫ້ຄົນຕ່າງປະເທດໄປຈີນ” ໃນຕອນເຊົ້າວັນທີ 10 ເມສາ 2024 ຢູ່ສູນວັດທະນະທໍາ ປະຈໍາ ລາວ ທີ່ນະຄອນຫລວງວຽງຈັນ ໂດຍມີຜູ້ຕາງໜ້າຈາກສະຖານທູດຈີນ ປະຈໍາລາວ, ນັກສຶກສາລາວທີ່ພວມກະກຽມໄປສຶກສາຕໍ່ທີ່ປະເທດຈີນ ແລະ ສື່ມວນຊົນຈາກຫລາຍພາກສ່ວນອ້ອມຂ້າງສູນກາງເຂົ້າຮ່ວມ.
ໃນໂອກາດນີ້, ຜູ້ຕາງໜ້າໜ່ວຍງານທີ່ກ່ຽວຂ້ອງຈາກທະນາຄານແຫ່ງປະເທດຈີນ (ຮົງກົງ) ສາຂານະຄອນຫຼວງວຽງຈັນ ໄດ້ຂຶ້ນອະທິບາຍໃຫ້ຮູ້ກ່ຽວກັບຄູ່ມືການຊຳລະພາຍໃນປະເທດຈີນ ສຳລັບຄົນຕ່າງປະເທດ ເນື່ອງຈາກປະເທດຈີນ ເອົາໃຈໃສ່ຊຸກຍູ້ການຊຳລະແບບເຄື່ອນທີ່ແທນການໃຊ້ເງິນສົດ ເພື່ອອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວທີ່ໄປທ່ອງທ່ຽວ, ໄປສຶກສາຮໍ່າຮຽນ, ດໍາເນີນທຸລະກິດ ແລະ ອື່ນໆ ຢູ່ປະເທດຈີນ ດ້ວຍການພັດທະນາລະບົບຊໍາລະຕ່າງໆ ຜ່ານລະບົບອອນລາຍທາງມືຖື ເຮັດໃຫ້ມີຄວາມສະດວກສະບາຍ ເພາະບໍ່ຈໍາເປັນຕ້ອງພົກພາເງິນສົດ, ທັງຫລຸດຜ່ອນຄວາມສ່ຽງຕ່າງໆ.
ຜູ້ຕາງໜ້າທະນາຄານດັັ່ງກ່າວ ໄດ້ອະທິບາຍໃນ 4 ບັນຫາສໍາຄັນ ຄື: ການໃຊ້ບັດຊຳລະ, ການຊໍາລະເຄື່ອນທີ່, ການໃຊ້ເງິນສົດ ແລະ ການແລກປ່ຽນ ແລະ ຜະລິດຕະພັນ BOC, ໃນນີ້ ພາຍໃນປະເທດຈີນສາມາດຮອງຮັບບັດ Unionpay, Visa, Mastercard, American Express, JCB. ທ່ານສາມາດນໍາໃຊ້ບັດເຫລົ່ານີ້ລວມເຖິງບັດ Virtual Card ເຊັ່ນ Apple pay ເຂົ້າໃນການຊໍາລະຄ່າບໍລິການກັບໂຮງແຮມ, ຮ້ານຄ້າ ແລະ ຮ້ານອາຫານໃນຈີນໄດ້.
ການຊໍາລະແບບເຄື່ອນທີ່ພາຍໃນປະເທດຈີນເປັນສ່ວນຫນື່ງໃນການດໍາລົງຊີວິດ, ປະຊາຊົນຫລາຍກວ່າ 90% ນຳໃຊ້ການຊໍາລະແບບເຄື່ອນທີ່, ຊ່ອງທາງທີ່ພື້ນຖານທີ່ສຸດຂອງຈີນໃນປັດຈຸ ບັນມີ Wechat, Alipay ແລະ Unionpay Qr. ຂະນະດຽວກັນປະເທດລາວເຮົາກໍກໍາລັງພັດທະນາລະບົບການຊໍາລະຕ່າງໆ ໂດຍຖອດຖອນບົດຮຽນຈາກປະເທດຈີນ.
ນອກຈາກນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຮູ້ກ່ຽວກັບການດາວໂຫລດ, ການສະແກນ ແລະ ການໂອນເງິນຜ່ານລະບົບອອນລາຍໂດຍຜ່ານແອັບພີເຄເຊິນຕ່າງໆ ທີ່ບໍລິການໃນປະເທດຈີນ ຕື່ມອີກ. ທັງໝົດນີ້ ເພື່ອແນໃສ່ເຮັດໃຫ້ການນໍາໃຊ້ເງິນເຂົ້າໃນການດໍາເນີນທຸລະກໍາຕ່າງໆ ຂອງຄົນຕ່າງປະເທດທີ່ເດີນທາງໄປຈີນມີຄວາມສະດວກສະບາຍທີ່ສຸດ.






