ພິທີລົງນາມເຊັນສັນຍາໂຄງການສົ່ງເສີມຄວາມເຂັ້ມແຂງແກ່ຊາວກະສິກອນຂະໜາດນ້ອຍເພດຍິງໃນການປັບຕົວຂົງເຂດດ້ານກະສະກຳ. ສະຫນັບສະຫນູນໂດຍລັດຖະບານອຽກລັງມູນຄ່າ 400.000 ເອີໂຣ ໃຫ້ແກ່ໂຄງການຂອງອົງການອາຫານໂລກແຫ່ງສະຫະປະຊາຊາດປະຈໍາລາວ ເປັນຜູ້ຈັດຕັ້ງປະຕິບັດ, ຈັດຂຶ້ນໃນ 16 ພຶດສະພານີ້ ທີ່ສຳນັກງານຂອງໂຄງການອາຫານໂລກປະຈຳນະຄອນ ຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ດີເດຣ ນີ ຟັລລູອິນເອກອັກຄະລັດຖະທູດອຽກລັງປະຈໍາລາວ, ມີທ່ານ ມາກ ອານເດຣ ໂປສ ຜູ້ຕາງໜ້າ ແລະ ຜູ້ອໍານວຍການຂອງອົງການອາຫານໂລກປະຈໍາລາວ ແລະ ຕາງໜ້າທ່ານສຸວັນທອງນຳວົງຮອງຫົວຫນ້າກົມສົ່ງເສີມກະສິກຳແລະສະຫະກອນກະຊວງກະສິກຳ ແລະ ປ່າໄມ້.
ທ່ານເອກອັກຄະລັດຖະທູດອຽກລັງປະຈໍາລາວ ທ່ານ ດີເດຣ ນີ ຟັລລູອິນມີຄໍາເຫັນວ່າ: ການສະໜັບສະໜູນງົບປະມານຈາກປະເທດອຽກລັງຈໍານວນ 400,000 ຢູໂຣ ໃຫ້ແກ່ໂຄງການຂອງອົງການອາຫານໂລກແຫ່ງສະຫະປະຊາຊາດ )WFP) ເພື່ອສົ່ງເສີມຄວາມມັ່ນຄົງທາງດ້ານອາຫານ ແລະ ໂພຊະນາການ ພ້ອມທັງເສີມສ້າງຄວາມຕ້ານທານຕໍ່ການປ່ຽນແປງຂອງສະພາບອາກາດ ໂດຍມຸ່ງເນັ້ນໃນການສົ່ງເສີມສິດທິ ແລະ ສັກກະຍະພາບຂອງຜູ້ຍິງໃນພາກການກະສິກໍາ. ເຊິ່ງງົບປະມານນີ້ຈະຊ່ວຍເຫຼືອຊາວກະສິກອນກອນຍິງ ປະມານ 1,000 ຄົນ ໃນພາກເໜືອຂອງລາວ. ເຊິ່ງໂຄງການນີ້ດໍາເນີນງານຮ່ວມກັບກົມສົ່ງເສີມ ແລະ ພັດທະນາກະສິກອນ ຂອງກະຊວງກະສິກໍາ ແລະ ປ່າໄມ້ ໂດຍມີເປົ້າໝາຍເພື່ອຊ່ວຍເຫຼືອຊາວກະສິກອນ ແລະ ຄົວເຮືອນໃນຊົນນະບົດ ໂດຍສະເພາະຜູ້ຍິງ, ໄວໜູ່ມ ແລະ ຊົນເຜົ່າທ້ອງຖິ່ນ ໃຫ້ສາມາດແກ້ໄຂບັນຫາການຂາດແຄນອາຫານ, ພາວະຂາດໂພຊະນາການ ແລະ ຄວາມຍາກຈົນ ເຊິ່ງຈະດຳເນີນການຜ່ານການສົ່ງເສີມການເຂົ້າເຖິງອາຫານທີ່ມີຄວາມຫຼາກຫຼາຍ ແລະ ໂພຊະນາການ, ເສີມສ້າງຄວາມຕ້ານທານໃຫ້ແກ່ກະສິກອນ ຜ່ານການສົ່ງເສີມການກະສິກໍາທີ່ສາມາດປັບຕົວກັບສະພາບອາກາດ ແລະ ການຄວບຄຸມຄວາມສ່ຽງຈາກໄພພິບັດ ໃນຊຸມຊົນ. ພ້ອມທັງສົ່ງເສີມການເຂົ້າເຖິງບໍລິການທາງການເງິນ ໂດຍການມອບທຶນໃຫ້ແກ່ກະສິກອນຍິງ ເພື່ອພັດທະນາການຜະລິດໃນທ້ອງຖິ່ນອີກດ້ວຍ.ໂຄງການນີ້ສະທ້ອນເຫັນເຖິງຄວາມມຸ່ງມັ້ນຂອງ ອຽກລັງ ໃນການສະໜັບສະໜູນລັດຖະບານລາວ ໃນຄວາມພະຍາຍາມບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ (SDG) ຂໍ້ທີ 2 ວ່າດ້ວຍການຂະໜາຍຄວາມມັ່ນຄົງທາງອາຫານ ແລະ ໂພຊະນາການ ແລະ ການກະສິກໍາທີ່ຍືນຍົງ ພ້ອມທັງ SDG ຂໍ້ທີ 13 ກ່ຽວກັບການປ່ຽນແປງຂອງສະພາບອາກາດ
ທ່ານ ນາງ ທູດນີ ຟັລລູອິນ ຜູ້ຕາງໜ້າ ແລະ ຜູ້ອໍານວຍການຂອງອົງການອາຫານໂລກປະຈໍາລາວໄດ້ກ່າວວ່າ: ປະເທດ ອຽກລັງ ໃຫ້ຄວາມສຳຄັນກັບການສະໜັບສະໜູນການປັບຕົວ ແລະ ສ້າງຄວາມຕ້ານທານຕໍ່ການປ່ຽນແປງຂອງສະພາບອາກາດ ເປັນສ່ວນໜຶ່ງຂອງແນວທາງຄວາມຮ່ວມມືໃນການພັດທະນາຂອງພວກເຮົາໃນພາກພື້ນອາຊຽນ ໂດຍສະເພາະໃນປະເທດທີ່ມີຄວາມບອບບາງຕໍ່ຜົນກະທົບຂອງການປ່ຽນແປງຂອງສະພາບດິນຟ້າອາກາດ. ໂຄງການນີ້, ໄດ້ຮັບທຶນສະໜັບສະໜູນຜ່ານສະຖານເອກອັກຄະລະທູດອຽກລັງປະຈໍາ ນະຄອນຫຼວງຮ່າໂນ້ຍ, ໃນການຮ່ວມມືກັບ ອົງການອາຫານໂລກ ເປັນຕົວຢ່າງສະທ້ອນໃຫ້ເຫັນເຖິງຄວາມມຸ່ງມັ້ນຂອງອຽກລັງ ໃນການຮ່ວມມືດ້ານສະພາບອາກາດ ແລະ ການພັດທະນາແບບຍືນຍົງ.
ຂ່າວ-ພາບ : ບຸນຍັງ ພຸດສະຫວັດ






