ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີມຽນມາ ທັດສະນະສຶກສາທາງລົດໄຟລາວ-ຈີນ

Dec 13, 2024

ໃນຕອນເຊົ້າຂອງວັນທີ 12 ທັນວາ 2024 ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ໄດ້ໃຫ້ການຕ້ອນຮັບ ພະນະ ທ່ານ ພົນເອກ ແມັດທຸນອຸ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ໂຍທາທິການ ແລະ ການສື່ສານ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ທີ່ມາເຄື່ອນໄຫວທັດສະນະສຶກສາຢູ່ທາງລົດໄຟລາວ-ຈີນ ໃນລະຫວ່າງທີ່ເດີນທາງມາລາວເພື່ອເຂົ້າຮ່ວມກອງປະຊຸມ ລັດຖະ ມົນຕີຂົນສົ່ງປະເທດອະນຸພາກພື້ນແມ່ນ້ຳຂອງຄັ້ງທີ 9 ທີ່ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ.
ໃນໂອກາດດັ່ງກ່າວ, ພະນະທ່ານ ພົນເອກ ແມັດທຸນອຸ ພ້ອມ ດ້ວຍຄະນະໄດ້ທົດລອງຂີ່ລົດໄຟ EMU ຂະບວນລ້ານຊ້າງ ແລະ ໄດ້ຢ້ຽມຊົມສະຖານີລົດໄຟນະຄອນຫຼວງວຽງຈັນ ແລະ ສະຖານີລົດໄຟຫຼວງພະບາງ. ທ່ານໄດ້ຕີລາຄາສູງຕໍ່ທາງລົດໄຟລາວ-ຈີນ ໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງປະເທດລາວ, ໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ, ຊ່ວຍສົ່ງເສີມການຜະລິດສິນຄ້າກະສິກຳ, ສົ່ງເສີມການພັດທະນາ ການທ່ອງທ່ຽວ, ພ້ອມນັ້ນ ຍັງໄດ້ຊ່ວຍເຫຼືອໄພນ້ຳຖ້ວມທີ່ເກີດ ຂຶ້ນຢູ່ພາກເໜືອຂອງລາວໃນໄລຍະທີ່ຜ່ານມາ, ຖືເປັນໂຄງການທີ່ປະສົບຜົນສຳເລັດຢ່າງສູງ ແລະ ເປັນແບບຢ່າງໃຫ້ກັບບັນດາປະເທດອ້ອມຂ້າງ.
ທີ່ມາ: ບໍລິສັດ ລົດໄຟ ລາວ-ຈີນ