ຮອງນາຍົກລັດຖະມົນຕີລາວ ເຂົ້າຢ້ຽມຂໍ່ານັບນາຍົກລັດຖະມົນຕີ ຫວຽດນາມ.

ໃນຕອນບ່າຍຂອງວັນທີ 25 ກຸມພາ 2025 ທີ່ ນະຄອນຫຼວງຮ່າໂນ້ຍ, ສສ. ຫວຽດນາມ, ສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດ ນາມ, ໃນໂອກາດເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 2 ໃນລະຫວ່າງວັນທີ 25-26 ກຸມພາ 2025 ທີ່ ນະຄອນ ຫຼວງຮ່າໂນ້ຍ, ສສ. ຫວຽດນາມ.
ໃນໂອກາດນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈໃນການຕ້ອນຮັບອັນອົບອຸ່ນ ແລະ ດີໃຈເປັນຢ່າງຍິ່ງ ທີ່ໄດ້ພົບກັບ ສະຫາຍ ຟ້າມ ມິງ ຈິງ ອີກຄັ້ງ ພ້ອມທັງໄດ້ຕີລາຄາສູງຕໍ່ການການກະກຽມບັນດາໜ້າວຽກ ແລະ ແນວຄວາມຄິດທີ່ດີໃນການຈັດເວທີດັ່ງກ່າວ, ເຊິ່ງກອງປະຊູມຄັ້ງນີ້ແມ່ນຄັ້ງທີ 2 ແລະ ເຫັນໄດ້ວ່າເປັນກິດຈະກໍາໜຶ່ງທີ່ສໍາຄັນຂອງອາຊຽນ ໃນການປະ ກອບສ່ວນສ້າງຄວາມເຂັ້ມແຂງຂອງປະຊາຄົມອາຊຽນ ໃນທ່າມ ກາງຄວາມຜັນແປຂອງພູມສາດ-ການເມືອງ ແລະ ພູມສາດ-ເສດ ຖະກິດຂອງໂລກ ໃນປັດຈຸບັນ.
ນອກຈາກນີ້, ໄດ້ລາຍງານຜົນການພົບປະບໍ່ເປັນທາງການ ກັບ ສະຫາຍ ບຸຍ ແທງ ເຊີນ, ຮອງນາຍົກລັດຖະມົນ, ລັດຖະມົນຕີຕ່າງປະເທດ ເພື່ອທີ່ໄດ້ປຶກສາຫາລືບາງວຽກງານທີ່ຕິດພັນກັບການຊຸກຍູ້ ການພົວພັນຮ່ວມມືສອງປະເທດ ໂດຍສະເພາະແມ່ນ ການຜັນຂະຫຍາຍຂໍ້ຕົກລົງຂອງສອງກົມການເມືອງ ກໍ່ຄືຜົນສໍາເລັດຂອງກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າທີ່ໄດ້ຈັດຂຶ້ນໃນຕົ້ນເດືອນມັງກອນ 2025 ທີ່ຜ່ານມາ, ເຊິ່ງສອງຝ່າຍໄດ້ຢືນຢັນຮ່ວມກັນທີ່ຈະພ້ອມກັນຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງພັກ-ສອງລັດຖະບານ ແລະ ບັນດາໂຄງການ ຮ່ວມມືສອງຝ່າຍຕ່າງໆ.
ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາຄືນການພົວພັນຮ່ວມມືສອງປະເທດໃນໄລຍະຜ່ານ ເຫັນໄດ້ວ່າ ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງປະເທດ ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ. ສະເພາະໃນປີ 2025 ກໍ່ມີການຢ້ຽມ ຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຂອງສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ, ການຢ້ຽມຢາມ ສສ. ຫວຽດ ນາມ ຢ່າງເປັນທາງການຂອງ ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ພິເສດ, ສອງປະເທດ ລາວ-ຫວຽດນາມ ຮ່ວມກັບ ສະຫາຍ ກຳປູເຈຍ, ສາມຝ່າຍກໍ່ໄດ້ສຳເລັດການຈັດກອງປະຊຸມສຸດຍອດຜູ້ນຳ 3 ພັກ ການເມືອງ, ເຊິ່ງຄັ້ງນີ້ມີລັກສະນະເປີດກວ້າງ ໂດຍມີການເຂົ້າຮ່ວມຂອງສາມນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງການຕ່າງ ປະເທດ. ພ້ອມດຽວກັນນັ້ນ, ສາມນາຍົກລັດຖະມົນຕີ ກໍ່ໄດ້ພົບປະເຮັດວຽກຮ່ວມກັນ ແລະ ສະເໜີໃຫ້ສາມຝ່າຍ ປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫາຍຜົນສຳເລັດຂອງກອງປະຊຸມດັ່ງກ່າວ. ຜົນສຳເລັດຂອງການພົບປະລະຫວ່າງຜູ້ນຳຂັ້ນສູງຂອງສາມພັກການເມືອງ ລາວ-ຫວຽດນາມ-ກຳປູເຈຍ ໄດ້ເປັນພື້ນຖານສຳຄັນໃຫ້ແກ່ການຮັດແໜ້ນສາຍພົວພັນອັນເປັນມູນເຊື້ອທີ່ດີງາມຂອງສາມປະເທດ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດທີ່ແທ້ຈິງມາສູ່ງປະຊາຊົນສາມຊາດອິນດູຈີນ ກໍ່ຄືເພື່ອການປະກອບສ່ວນເຂົ້າໃນຄວາມມີສະຖຽນລະ ພາບໃນພາກພື້ນ ແລະ ສາກົນ.
ໃນຂະນະດຽວກັນ, ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອູ່ນ ແລະ ຊົມເຊີຍຕໍ່ ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ທີ່ນຳພາຄະນະມາເຂົ້າຮ່ວມເວທີອະນາຄົດອາຊຽນຄັ້ງນີ້ຄັ້ງ, ໂອກາດນີ້ສະຫາຍໄດ້ສະເໜີໃຫ້ສອງປະເທດ ສືບຕໍ່ຮັດແໜ້ນການຮ່ວມມືກັນຢ່າງໃກ້ຊິດ ໂດຍສະເພາະ ການເປັນເສນາທິການໃຫ້ແກ່ການນຳຂັ້ນສູງຂອງສອງປະເທດ ຫວຽດນາມ-ລາວ ໃຫ້ດີຂຶ້ນກວ່າເກົ່າ, ສືບຕໍ່ເອົາໃຈໃສ່ຊຸກຍູ້ບັນດາກະຊວງ, ຂະແຫນງການທີ່ກ່ຽວຂ້ອງ ໃນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ເອກະສານຕ່າງໆທີ່ໄດ້ລົງນາມຮ່ວມກັນແລ້ວ ໂດຍສະເພາະບັນດາໂຄງການທີ່ສຳຄັນເຊັ່ນ: ໂຄງການທ່າເຮືອຫວຸງອ່າງ, ໂຄງການເສັ້ນທາງດ່ວນຮ່າໂນ້ຍ-ວຽງຈັນ ແລະ ໂຄງການອື່ນໆອີກຈຳນວນໜຶ່ງ ທັງນີ້ກໍ່ເພື່ອໃຫ້ບັນດາໂຄງການດັ່ງກ່າວໃຫ້ເປັນຮູບປະທຳ ແລະ ມີຜົນ ສຳເລັດສູງກວ່າເກົ່າ, ສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືໃນຂະແໜງການອື່ນໆ ທີ່ມີທ່າແຮງຮ່ວມກັນໃຫ້ຫຼາຍຍິ່ງໆຂຶ້ນ, ສະໜັບ ສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ທັງນີ້ ກໍ່ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນທັງສອງປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ.
ທີ່ມາ: ກົມການຂ່າວ, ກະຊວງການຕ່າງປະເທດ.




