ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ ຊຸກຍູ້ການແກ້ໄຂຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ

Oct 8, 2024

ວັນທີ 6 ຕຸລາ 2024, ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດວ້ຍຄະນະ ໄດ້ເຄື່ອໄຫວຕິດຕາມຊຸກຍູ້ການແກ້ໄຂຜົນກະທົບ ພາຍຫຼັງທີ່ເກີດໄພພິ ບັດນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ, ໃຫ້ກຽດຕອນຮັບໂດຍທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງໆ ຫຼວງນໍ້າທາ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງເຂົ້າຮ່ວມ.
ການເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ ຂອງທ່ານຮອງນາຍົກລັດຖະມົນຕີ ຄັ້ງນີ້ ເພື່ອເປັນການຕິດຕາມຊຸກຍູ້ ການຟື້ນຟູ ແລະ ແກ້ໄຂຜົນກະທົບຈາກໄພ ພິບັດນໍ້າຖ້ວມ ໂດຍສະເພາະແມ່ນການຊ່ວຍເຫຼືອປະຊາຊົນດ້ານຕ່າງໆ ເປັນຕົ້ນ ການຊ່ວຍເຫຼືອເຄື່ອງອຸປະໂພກ-ບໍລິໂພກ, ການຕິດຕາມເບິ່ງແຍງດູແລສຸຂະພາບ ແລະ ສຸຂະອານາໄມ ຂອງປະຊາຊົນ ກໍຄືຜູ້ປະສົບໄພ, ການປັບປຸງສ້ອມແປງໂຄງລ່າງພື້ນຖານ, ເສັ້ນທາງ, ຂົວ, ລະບົບຊົນລະປະທານ, ກະສິກໍາ, ລະບົບນໍ້າປະປາ, ສໍານັກງານຫ້ອງການ, ໂຮງຮຽນ, ໂຮງໝໍ ແລະ ອື່ນໆ ທີ່ເປ່ເພເສຍຫາຍ ໃຫ້ສາມາດກັບມານໍາໃຊ້ໄດ້ເປັນປົກກະຕິໂດຍໄວ; ໃນນີ້, ໄດ້ໄປກວດກາເບິ່ງພື້ນທີ່ຕົວຈິງ ຢູ່ເຂດບ້ານຕ່າງໆ ທີ່ໄດ້ຮັບຜົນກະທົບ ເຊັ່ນ: ຄ້າຍຄຸມຂັງຫຼັກ 4, ບ້ານດອນສໍາພັນ ແລະ ຂົວຂ້າມນໍ້າທຸງ ບ້ານບວມພຽງ.
ໃນໂອກາດນີ້, ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ກໍໄດ້ມອບເງິນຊ່ວຍເຫຼືອບັນເທົາທຸກໃຫ້ອົງການປົກຄອງແຂວງຫຼວງນໍ້າທາ ຈໍານວນ 1,000,000,000 ກີບ (ໜຶ່ງຕື້ກີບ); ກອງບັນຊາການທະຫານແຂວງ 200,000,000 ກີບ (ສອງຮ້ອຍລ້ານກີບ) ແລະ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ 200,000,000 ກີບ (ສອງຮ້ອຍລ້ານກີບ).
ພາບ-ຂ່າວ: ຄວາມສະຫງົບ