ໃນວັນທີ 24 ກັນຍາ 2025 ນີ້, ທີ່ ສະໜາມຫັດແອບ ວິທະຍາຄານ ນາຍທະຫານບົກ ກົມມະດໍາ ໄດ້ມີການປະສານສຽງແຕກເທື່ອສຸດທ້າຍຂອງການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ພາຍໃຕ້ ພາຍໃຕ້ຄໍາຂວັນ: “ຄຽງບ່າຄຽງໄຫຼ່ ຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ” ໂດຍການເຂົ້າຮ່ວມມີ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ວະລາດີມຣິ ກາລີນິນ ເອກອັກຄະລັດຖະທູດ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ, ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີຫົວໜ້າຄະນະຊີ້ນໍາການຊ້ອມຮົບຮ່ວມລາວ-ຣັດ, ຣັດເຊຍ-ລາວ “ລາໂຣສ-2025”, ແຂກຖືກເຊີນ ພ້ອມດ້ວຍນາຍ ແລະ ພົນທະຫານທັງຝ່າຍ ລາວ-ຣັດເຊຍ ເຂົ້າຮ່ວມ.

ພາຍຫຼັງທີ່ໄດ້ປະສານງານ ວາງແຜນຮ່ວມກັນ ແລະ ກະກຽມ ຄວາມພ້ອມຮອບດ້ານໃຫ້ແກ່ ພາກປະຕິບັດຕົວຈິງ ເລີ່ມແຕ່ວັນທີ 15 ກັນຍາ ເປັນຕົ້ນມາ ການຈັດຕັ້ງຊ້ອມປະສານສຽງແຕກຮ່ວມກັນ ລະຫວ່າງ ກອງທັບ ລາວ-ຣັດເຊຍ ເປັນການຍົກສູງຂີດຄວາມສາມາດໃນການຮ່ວມມືທາງດ້ານການທະຫານລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບ ສ ຣັດເຊຍ ສ້າງຄວາມເຊື່ອໝັ້ນ, ເພີ່ມທະວີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂົງເຂດວຽກງານປ້ອງກັນຊາດ ຂອງສອງປະເທດ ຍົກສູງບົດບາດອະທິປະໄຕ, ສ້າງຄວາມເຂັ້ມແຂງ ແລະ ໝັ້ນຄົງໃຫ້ແກ່ ສປປ ລາວ ທັງເປັນການແລກປ່ຽນບົດຮຽນ ແລະ ຍົກລະດັບ ຄວາມຮູ້ ຄວາມສາມາດ ການຊີ້ນໍາ-ບັນຊາ ແລະ ການຈັດຕັ້ງປະສານລະຫວ່າງ ສອງກອງທັບ ລາວ-ຣັດເຊຍ ໃຫ້ມີຄວາມເປັນເອກະພາບ, ມີປະສິດທິຜົນ ດ້ານເສນາທິການໃນການປະຕິບັດໜ້າທີ່ວິຊາສະເພາະ ແລະ ໜ້າທີ່ພິເສດ ໃນການຕອບຕ້ານການກໍ່ການຮ້າຍ ໂດຍເລັ່ງໃສ່ການເຝິກທະຫານຮາບຍານເກາະ, ຕີພິເສດ ໃນການປະຕິບັດໜ້າທີ່ເຄື່ອນໄຫວສູ້ຮົບໃນ ພູມມີປະເທດຕົວຈິງຂອງພະນັກງານ-ນັກຮົບກອງທັບປະຊາຊົນລາວໃຫ້ໜັກແໜ້ນເຂັ້ມແຂງ ຮອບດ້ານ ຮູ້ໝູນໃຊ້ພາຫານະ, ອາວຸດຍຸດທີ່ທັນສະໄໝ ແລະ ສາມາດປະຕິບັດໜ້າທີ່ໄດ້ຢ່າງມີໄຊ.

ການຊ້ອມຮົບຮ່ວມ ລາວ-ຣັດເຊຍ ຄັ້ງນີ້ ໄດ້ດໍາເນີນໄປຕາມ ແຜນການການຊ້ອມຮົບຮ່ວມທີ່ ທັງສອງຝ່າຍ ໄດ້ກໍານົດໄວ້ ປະສົມ-ປະສານກັບການນໍາໃຊ້ອາວຸດ, ອຸປະກອນຮັບປະກັນໃຫ້ແກ່ການຊ້ອມຮົບ ທີ່ທັນສະໄໝ ບວກກັບນໍ້າໃຈສູ້ຮົບອັນອົງອາດກ້າຫານ ແລະ ຍຸດທະວິທີ ແລະ ໄຫວພິບໃນການນໍາໃຊ້ອາວຸດຢ່າງຊໍານິຊໍານານຂອງທະຫານ ລາວ ແລະ ຣັດເຊຍ ໄດ້ເຮັດໃຫ້ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ພາຍໃຕ້ຄໍາຂວັນ: “ຄຽງບ່າຄຽງໄຫຼ່ ຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ” ໄດ້ດໍາເນີນໄປຢ່າງມີຜົນສໍາເລັດສູງ.

ຂ່າວ: ບຸນຊ້ອຍ ວິໄລພອນ


