ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບເລຂາພັກ, ປະທານສະພາປະຊາຊົນ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ

Sep 23, 2024

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 21 ທີ່ນະຄອນໜານໜິງ, ສປ ຈີນ, ຕອນແລງວັນທີ 22 ກັນຍາ 2024 ທີ່ສູນປະຊຸມສາກົນ ໂຮງແຮມລີ້ຢວນ, ນະຄອນໜານໜິງ ສປ ຈີນ, ສະຫາຍ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບສະຫາຍ ຫຼິວ ໜິງ, ເລຂາພັກ, ປະທານສະພາປະຊາຊົນເຂດປົກຄອງຕົນເອງ ຊົນເຜົ່າຈ້ວງກວາງຊີ ພ້ອມດ້ວຍຄະນະ.
ກ່ອນອື່ນ, ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈມາຍັງສະຫາຍ ເລຂາພັກ, ປະທານສະພາປະຊາ ຊົນເຂດປົກຄອງຕົນເອງ ຊົນເຜົ່າຈ້ວງກວາງຊີ ແລະ ຄະນະຮັບຜິດຊອບຈັດງານ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ອຳນວຍຄວາມສະດວກໃຫ້ ແກ່ການຢ້ຽມຢາມຂອງຄະນະຜູ້ແທນ ສປປ ລາວໃນຄັ້ງນີ້ ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຮອບດ້ານ ໃນການພັດທະນາເສດຖະກິດ-ສັງຄົມ ຂອງເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ເຊິ່ງເຫັນວ່າ ເປັນເຂດໜຶ່ງທີ່ມີການພັດທະນາໄວໃນ ສປ ຈີນ; ໄດ້ຕີລາຄາສູງ ຕໍ່ການເປັນເຈົ້າພາບຈັດງານວາງສະແດງສິນຄ້າ ແລະ ກອງປະຊຸມສຸດຍອດການຄ້າ-ການລົງທຶນ ອາຊຽນ-ຈີນ ຄັ້ງທີ 21 ນີ້ ເປັນການສືບຕໍ່ຜັນຂະຫຍາຍ ການພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະ ເພື່ອແນໃສ່ສົ່ງເສີມການພົວພັນຮ່ວມມື ທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ເຕັກໂນໂລຊີ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ອື່ນໆ ລະຫວ່າງ ສປ ຈີນ ແລະ ບັນດາປະເທດອາຊຽນ ເຊື່ອໝັ້ນວ່າ ການຈັດງານວາງສະແດງສິນຄ້າຄັ້ງນີ້ ຈະເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສປ ຈີນ ແລະ ບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ ໃຫ້ນັບມື້ໄດ້ຮັບໝາກຜົນຕົວຈິງຫຼາຍກວ່າເກົ່າ; ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ- ລາວ, ການຮ່ວມມືຂອງສອງປະເທດ ເຫັນວ່າ ໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ລົງເລິກສູ່ວຽກງານຕົວຈິງຫຼາຍດ້ານ ໂດຍສະເພາະ ການສືບຕໍ່ປະຕິບັດຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປ ຈີນ ເຂົ້າກັບຍຸດທະສາດການຫັນປະເທດ ທີ່ບໍ່ມີຊາຍແດນຕິດຈອດກັບທະເລ ມາເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ເວົ້າລວມ, ເວົ້້າສະເພາະ ຕະຫຼອດໄລຍະຜ່ານມາ ສປປ ລາວ ແລະ ກັບເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ໄດ້ມີການຮ່ວມມືກັນຢ່າງໃກ້ຊິດ, ຊ່ວຍເຫຼືອສະໜັບສະໜູນເຊິ່ງກັນ ແລະ ກັນ, ການແລກປ່ຽນການຢ້ຽມຢາມ ຂອງການນຳຂັ້ນສູງສອງຝ່າຍ ກໍ່ດຳເນີນໄປຢ່າງເປັນປົກກະຕິ ແລະ ໄດ້ເພີ່ມຂຶ້ນໃນແຕ່ລະປີ ລວມທັງ ການຊ່ວຍເຫຼືອພັດທະນາດ້ານຕ່າງໆ; ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອອັນລໍໍ້າຄ່າຂອງ ສປ ຈີນ ຕະຫຼອດໄລຍະທີີ່ຜ່ານມາ ບໍ່ວ່າໃນໄລຍະການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໂດຍສະເພາະ ການບໍາລຸງກໍ່ສ້າງຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ; ເພື່ອເປັນຊຸກຍູ້ການຮ່ວມມືສອງປະເທດ ກໍ່ຄື ລະຫວ່າງ ສປປ ລາວ ກັບ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ໃນໂອກາດພົບປະກັບ ສະຫາຍເລຂາພັກ, ປະທານສະພາປະຊາຊົນ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ຄັ້ງນີ້, ສະຫາຍຮອງນາຍົກລັດຖະມົນຕີ ຍັງໄດ້ສະເໜີບາງຄໍາເຫັນ ເປັນຕົ້ນ: ໃຫ້ຖືເອົາການຕົກລົງ ເປັນເອກະພາບ ຂອງສອງເລຂາທິການໃຫຍ່ຂອງສອງພັກ ເພື່ອຜັນຂະຫຍາຍໃຫ້ເກີດດອກອອກຜົນເປັນຈິງໃນແຕ່ລະດ້ານ; ຂຸດຄົ້ນນໍາໃຊ້ບັນດາທ່າແຮງບົ່ມຊ້ອນ ໂດຍນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ເພື່ອຊຸກຍູ້ການໄປມາຫາສູ່ການເຊື່ອມໂຍງເຊື່ອມຈອດກັນ ໃນຫຼາຍຮູບແບບ ແລະ ຫຼາຍຊ່ອງທາງກວ່າເກົ່າ; ສືບຕໍ່ການໄປມາຫາສູ່ກັນໃນທຸກລະດັບ ຢ່າງເປັນປົກກະຕິ ເພື່ອເສີມສ້າງຄວາມເຂົ້າອົກເຂົ້າໃຈ, ໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ, ຍູ້ແຮງການຮ່ວມມືໃນລະດັບທ້ອງຖິ່ນຂອງສອງຝ່າຍ, ສົ່ງເສີມການແລກປ່ຽນທາງດ້ານວັດທະນະທໍາ-ສັງຄົມ ໂດຍສະເພາະ ການທ່ອງທ່ຽວ ທັງສ້າງເງື່ອນໄຂໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ ໄດ້ມີການໄປມາຫາສູ່ແລກປ່ຽນກັນ ເພື່ອສ້າງຈິດສໍານຶກ, ຄວາມສະໜິດສະໜົມຮັກແພງ ແລະ ການເປັນຄູ່ຮ່ວມຊະຕາກໍາ ໃຫ້ແກ່ເຂົາເຈົ້າ; ສືບຕໍ່ຈັດຕັ້ງປະຕິບັດແຜນການຮ່ວມມື ແລະ ບົດບັນທຶກຄວາມເຂົ້າໃຈຕ່າງໆທີ່ລົງນາມຮ່ວມກັນຜ່ານມາ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ; ປີ 2024 ເປັນປີທ່ອງທ່ຽວລາວ ສະເໜີໃຫ້ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ຊຸກຍູ້ພາກທຸລະກິດ ທີ່ມີຄວາມສົນໃຈ, ມີທ່າແຮງເພື່ອສົມທົບກັບພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ຮ່ວມກັນພັດທະນາ ແລະ ຮ່ວມກັນຊຸກຍູ້ການທ່ອງທ່ຽວຂອງສອງຝ່າຍ ໃຫ້ມີບັນຍາກາດໃໝ່ ບົນຈິດໃຈນໍາໃຊ້ເສັ້ນ ທາງຄົມມະນາຄົມທີ່ມີພື້ນຖານ ທີ່ດີແລ້ວນີ້ ໃຫ້ເກີດຜົນປະໂຫຍດສູງສຸດ; ໃຫ້ມີການສ້າງຕັ້ງກົນໄກການຮ່ວມມືຮ່ວມກັນຮອບດ້ານໃນຕໍໍ່ໜ້າ; ສືບຕໍ່ການຮ່ວມມື ໃນຂົງເຂດວຽກງານກໍ່ສ້າງຊັບພະຍາກອນມະນຸດ, ສ້າງເງື່ອນໄຂໃຫ້ພະນັກງານລາວ ໄດ້ມາແລກປ່ຽນຖອດຖອນບົດຮຽນຢູ່ກວາງຊີ ໃຫ້ຫຼາຍຂຶ້ນ; ສະເໜີໃຫ້ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ມີນະໂຍບາຍພິເສດ ໃຫ້ແກ່ສິນຄ້າກະສິກໍາມາຈາກ ສປປ ລາວ ໃຫ້ສາມາດເຂົ້າມາຈໍາໜ່າຍຢູ່ ສປ ຈີນ ແລະ ຊ່ວຍຍົກສູງຄຸນນະພາບການຜະລິດສິນຄ້າກະສິກໍາ ຂອງ ສປປລາວ ລວມທັງ ປັບປຸງການປູກພືດກະສິກໍາທີ່ມີທ່າແຮງ ແລະ ມີຜົນຕອບຮັບທີ່ສູງຂຶ້ນ; ເອົາໃຈໃສ່ຊຸກຍູ້ການດໍາເນີນງານຂອງສູນຮ່ວມມື ແນວພັນພືດທີ່ດີ ລະຫວ່າງ ເຂດກວາງຊີ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ຂອງລາວ ເພື່ອຄົ້ນຄວ້າ, ທົດລອງ ແລະ ຮ່ວມກັນພັດທະນາ ແນໃສ່ຕອບສະໜອງແນວພັນພືດທີ່ດີ ໃຫ້ແກ່ຊາວກະສິກອນ ກໍ່ຄື ປະຊາຊົນລາວປູກໃຫ້ເປັນສິນຄ້າ ແລະ ສົ່ງອອກມາ ສປ ຈີນ ເພີ່ມຂື້ນ.
ໃນໂອກາດນີ້, ສະຫາຍເລຂາພັກ, ປະທານສະພາປະຊາຊົນ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ກໍ່ໄດ້ສະ ແດງຄວາມດີໃຈເປັນຢ່າງຍິ່ງ ແລະ ຍິນດີຕ້ອນຮັບສະຫາຍ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະທີ່ເດີນທາງ ມາເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງນີ້, ພ້ອມທັງ ຕີລາຄາສູງ ຕໍ່ການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ເວົ້າລວມ, ເວົ້າສະເພາະ ການພົວພັນຮ່ວມມື ລະຫວ່າງ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ກັບ ສປປ ລາວ ເຊິ່ງມີປະຫວັດສາດ, ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອມາແຕ່ດົນນານ; ຕີລາຄາສູງ ທີ່ເຫັນວ່າການຮ່ວມມືຂອງສອງປະເທດ ນັບມື້ນັບໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເວົ້້າລວມ, ເວົ້າສະເພາະ ແມ່ນການຮ່ວມມືລະຫວ່າງ ເຂດກວາງຊີ ແລະ ສປປ ລາວ ແມ່ນໄດ້ຮັບການເພີ່ມທະວີ ແລະ ນັບມື້ນັບເຂົ້າສູ່ລວງເລິກຕົວຈິງ ໂດຍສະເພາະ ການຮ່ວມມືທາງເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ກະສິກໍາ ລວມທັງ ໃນຕໍ່ໜ້າຈະສືບຕໍ່ຊ່ວຍເຫຼືອ ໃນການກໍ່ສ້າງຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ. ພ້ອມທັງ ຢືນຢັນວ່າຈະຮ່ວມກັບພາກສ່ວນກ່ຽວຂ້ອງຂອງລາວ ສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ເພື່ອຮັດແໜ້ນການພົວພັນຮ່ວມມື ແລະ ຖອດຖອນບົດຮຽນ ໃນຂົງເຂດທີ່ທັງສອງຝ່າຍມີທ່າແຮງ ແລະ ໃຫ້ຄວາມສົນໃຈນຳກັນ ລວມທັງ ສ້າງຕັ້ງກົນໄກການຮ່ວມມື ເພື່ອຄວາມສະດວກ ໃນການປະສານງານ ແລະ ຊຸກຍູ້ການພົວພັນຮ່ວມມື ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ແລະ ຈະສືບຕໍ່ຊຸກຍູ້ບັນດາບໍລິສັດ, ນັກລົງທຶນຂອງເຂດກວາງຊີ ໄປຢ້ຽມຢາມ ແລະ ສຶກສາ ເບິ່ງຄວາມເປັນໄປໄດ້ ໃນການຮ່ວມມືດ້ານການລົງທຶນ ແລະ ດໍາເນີນທຸລະກິດ ຢູ່ ສປປ ລາວ.
ໃນວັນດຽວກັນ, ສະຫາຍ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມໂຮງຮຽນນ້ອງນ້ອຍ 67 ເຊິ່ງເປັນໂຮງຮຽນທີ່ລູກຫຼານ ຂອງພະນັກງານປະຕິວັດອາວຸໂສຂອງ ສປປ ລາວ ມາສຶກສາຮໍ່າຮຽນ ໃນເມື່ອກ່ອນ.
ພາບ ແລະ ຂ່າວໂດຍ: ກົມປະຊາສຳພັນ, ຫສນຍ
May be an image of 11 people
May be an image of 11 people and text
May be an image of 14 people and text