ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກ ອັງກິດ ປະຈຳ ສປປ ລາວ

Oct 3, 2024

ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ນາງ ແມວ ບາໂລ( Ms Mel Barloe) ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກ ອັງກິດ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນວັນທີ 3 ຕຸລາ 2024 ເພື່ອປືກສາຫາລືກ່ຽວກັບການເຂົ້າຮ່ວມກອງປະຊຸມ The 92 nd INTERPOL General Assembly ໃນລະຫວ່າງ 3-4 ຕຸລາ 2024.
ຈາກນັ້ນ, ພົອ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເຂົ້າຢ້ຽມຂໍ່ານັບ ຂອງທ່ານເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກ ອັງກິດ ປະຈຳ ສປປ ລາວ ເຊິ່ງເປັນຂີດໝາຍສຳຄັນໃຫ້ການພົບປະ ແລະ ປຶກສາຫາລືກ່ຽວກັບການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຂອງສອງປະເທດ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແໜ້ນແຟ້ນຂຶ້ນເລື້ອຍໆ.
ໃນໂອກາດນີ້, ນາງ ແມວ ບາໂລ ໄດ້ສະແດງຄວາມຂອບໃຈຢ່າງສູງ ມາຍັງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ໃຫ້ການຕອນຮັບຢ່າງອົບອຸ່ນ ພ້ອມນີ້ຈະນໍາເອົາຄໍາປຶກສາຫາລືທີ່ໄດ້ເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນຮູບປະທໍາ.
ທີ່ມາ: ຄວາມສະຫງົບ