ໃນຕອນເຊົ້າຂອງວັນທີ 07 ຕຸລາ 2024 ທີ່ ກະຊວງການຕ່າງປະເທດ ສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ມິງ ເຕິມ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ. ຫວຽດນາມ ປະຈໍາ ສປປ ລາວ ຄົນໃຫມ່ ພ້ອມດ້ວຍຄະນະ.
ໃນໂອກາດນີ້ ສະຫາຍ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະ ເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍທີ່ ສະຫາຍ ຫງວຽນ ມິງ ເຕິມ ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ. ຫວຽດນາມ ປະຈໍາ ສປປ ລາວ ແລະ ໄດ້ຍື່ນສານຕາຕັ້ງຕໍ່ ປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 30 ກັນຍາ 2024 ຜ່ານມາ ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດ ລາວ-ຫວຽດນາມ ໃນຕະຫຼອດໄລຍະຜ່ານມາ ສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ມີການພົບປະ ແລະ ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆຢ່າງເປັນປົກກະຕິ ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມແໜ້ນແຟ້ນ ແລະ ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ ມີທ່າຂະຫຍາຍຕົວຢ່າງຕັ້ງໜ້າ.
ພ້ອມນັ້ນ ສອງຝ່າຍກໍ່ຈະສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍໃຫ້ເປັນຮູບປະທໍາໂດຍໄວ ໂດຍສະເພາະໂຄງການທີ່ມີລັກສະນະຍຸດທະສາດ ເພື່ອແນໃສ່ການເຊື່ອມໂຍງພື້ນຖານເສດຖະກິດຂອງສອງປະເທດ.
ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມເຊື່ອໝັ້ນວ່າດ້ວຍບົດຮຽນ ແລະ ປະສົບການຂອງ ສະຫາຍ ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈໍາ ສປປ ລາວ ຄົນໃໝ່ ຈະສາມາດປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມຕາມທີ່ພັກ-ລັດ ມອບໝາຍໃຫ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງສອງປະເທດ ລາວ-ຫວຽດນາມ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ.
ໃນຂະນະດຽວກັນ ສະຫາຍ ເອກອັກຄະລັດຖະທູດ ຫງວຽນ ມິງ ເຕິມ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວ ໂດຍສະເພາະກະຊວງການຕ່າງປະເທດຢ່າງໃກ້ຊິດ ເພື່ອປະກອບສ່ວນຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆ ໃຫ້ແຕກດອກອອກຜົນໃນອະນາຄົດ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ຫວຽດນາມ-ລາວ.
#ກົມການຂ່າວ ກະຊວງການຕ່າງປະເທດ




