ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເອກອັກຄະລັດຖະທູດອົດສະຕາລີ

Jul 23, 2025

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເອກອັກຄະລັດຖະທູດອົດສະຕາລີ
ວັນທີ 22 ກໍລະກົດ 2025 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ເມແກນ ຈອນສ (Megan Jones), ເອກອັກຄະລັດຖະທູດ ແຫ່ງ ອົດສະຕາລີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.
ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ເອກອັກຄະລັດຖະທູດ ແຫ່ງ ອົດສະຕາລີ ປະຈໍາ ສປປ ລາວ ທີ່ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານການທູດຂອງຕົນຢ່າງຫ້າວຫັນ ເຊິ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ຂອງສອງປະເທດ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຫຼາຍຂຶ້ນ, ພ້ອມທັງ ຕີລາຄາສູງ ຕໍ່ຜົນການພົວພັນຮ່ວມມືສອງຝ່າຍ ເຊິ່ງໄດ້ມີຜົນສຳເລັດໃນຫຼາຍດ້ານ ໂດຍສະເພາະ ຂົງເຂດການຄ້າ, ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ກະສິກຳ ແລະ ຂົງເຂດອື່ນໆ; ໄດ້ແຈ້ງໃຫ້ຊາບ ກ່ຽວກັບທ່າແຮງ ກໍ່ຄືນະໂຍບາຍສົ່ງເສີມການລົງທຶນ ຂອງ ສປປ ລາວ ລວມທັງ ສະພາບການຄຸ້ມຄອງໂຄງການລົງທຶນດ້ານບໍ່ແຮ່ ແລະ ທິດທາງແຜນການໃນຕໍ່ໜ້າ ຢູ່ ສປປ ລາວ; ໄດ້ສະເໜີ ທ່ານ ເອກອັກຄະລັດຖະທູດອົດສະຕາລີ ສືບຕໍ່ຊ່ວຍຊຸກຍູ້ນັກລົງທຶນ ຂອງອົດສະຕາລີ ມາລົງທຶນ ຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນກວ່າເກົ່າ ໂດຍສະເພາະ ໃນຂະແໜງການ ທີ່ ສປປ ລາວ ສົ່ງເສີມ ແລະ ມີທ່າແຮງ; ໄດ້ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນຊ່ວຍເຫຼືອ ຂອງລັດຖະບານ ແລະ ປະຊາຊົນ ອົດສະຕາລີ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ.
ໃນໂອກາດດຽວກັນ, ທ່ານ ເອກອັກຄະລັດຖະທູດອົດສະຕາລີ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມທັງ ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ທີ່ໄດ້ອຳນວຍຄວາມສະດວກ ແລະ ສະໜັບສະໜູນ ການເຄື່ອນໄຫວວຽກງານການທູດ, ລວມທັງ ການປະຕິບັດໂຄງການຕ່າງໆ ທີ່ລັດຖະບານ ອົດສະຕາລີ ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຂົງເຂດວຽກງານຕ່າງໆ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ, ເສດຖະກິດ, ສັງຄົມ, ກະສິກຳ, ສິ່ງແວດລ້ອມ ແລະ ອື່ນໆ ເຮັດໃຫ້ມີຜົນສຳເລັດ ເປັນຢ່າງດີ.
ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລືກັນ ເພື່ອເພີ່ມທະວີການຮ່ວມມື ທາງດ້ານການຄ້າ-ການລົງທຶນ ໃນຕໍ່ໜ້າ ຕື່ມອີກ.