ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມການນຳຫຼັກແຫຼ່ງ ແຂວງຫົວພັນ

Mar 15, 2025

ໃນຕອນເຊົ້າວັນທີ 14 ມີນາ 2025 ທີ່ຫ້ອງວ່າການແຂວງຫົວພັນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ, ຜູ້ຊີ້ນຳວຽກງານແຂວງຫົວພັນ ໄດ້ພົບປະໂອ້ລົມ ແລະ ປຶກສາຫາລືວຽກງານການພັດທະນາເສດຖະກິດ-ສັງຄົມຂອງແຂວງຫົວພັນ ຮ່ວມກັບບັນດາການນຳ ແລະ ພະນັກງານຫຼັກແຫຼ່ງຂອງແຂວງດັ່ງກ່າວ ໂດຍການນຳພາຄະນະເຂົ້າຮ່ວມຂອງທ່ານ ຄຳແພງ ໄຊສົມແພງ, ເຈົ້າແຂວງຫົວພັນ.
ໃນໂອກາດນີ້, ທ່ານ ຫົວໜ້າຫ້ອງວ່າການແຂວງ, ຫົວໜ້າພະແນກການເງິນແຂວງ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ; ແລະ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ຜັດປ່ຽນກັນລາຍງານໃຫ້ຊາບ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ໃນຂົງເຂດຄວາມຮັບຜິດຊອບຂອງຂະແໜງການຕົນ ແລະ ຕິດພັນກັບບັນດາຄຳເຫັນເຈາະຈີ້ມຂອງທ່ານ ຮອງນາຍົກລັດຖະມົນຕີ ເປັນຕົ້ນ ການຈັດຕັ້ງຜັນຂະຫຍາຍ ມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນຈົ້າຕົນເອງ ໃນໄລຍະໃໝ່; ໂຄງສ້າງເສດຖະກິດ ແລະ ແຫຼ່ງລາຍຮັບຫຼັກຂອງແຂວງໃນປະຈຸບັນ; ສະພາບການລົງທຶນ ຂອງຜູ້ປະກອບການຕ່າງໆ ຢູ່ພາຍໃນແຂວງ; ສະພາບການຄຸ້ມຄອງວຽກງານການສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ທີ່ໄດ້ຮັບອະນຸຍາດຈາກສູນກາງ ແລະ ແຂວງ ໃນໄລຍະຜ່ານມາ; ສະພາບການຈັດຕັ້ງປະຕິບັດໂຄງການຮ່ວມມືກັບຕ່າງປະເທດ ຢູ່ພາຍແຂວງ; ການກະກຽມຄວາມພ້ອມຮອບດ້ານ ຂອງແຂວງຫົວພັນ ໃນການກ້າວໄປເປັນແຂວງກຸ້ມຕົນເອງ ທາງດ້ານງົບປະມານເທື່ອລະກ້າວ, ລວມທັງ ຜົນສຳເລັດທີ່ພົ້ນເດັ່ນ, ບັນດາຂໍ້ຄົງຄ້າງ, ຂໍ້ຈໍາກັດ-ສິ່ງທ້າທາຍ, ສາເຫດ, ບົດຮຽນທີ່ຖອດຖອນໄດ້, ທິດທາງແຜນການໃນຕໍ່ໜ້າ ແລະ ຂໍ້ສະເໜີຈໍານວນໜຶ່ງ ເພື່ອສູ້ຊົນພັດທະນາເສດຖະກິດ-ສັງຄົມແຂວງຫົວພັນ ກໍ່ຄື ເຮັດໃຫ້ພື້ນຖານຂອງການປະຕິວັດລາວ ໃຫ້ມີການຂະຫຍາຍຕົວສູງຂຶ້ນຢ່າງຈະແຈ້ງ, ວຽກງານຮອບດ້ານພາຍໃນແຂວງ ໄດ້ຮັບການພັດທະນາຢ່າງວ່ອງໄວ. ຫຼັງຈາກນັ້ນ, ທ່ານ ເຈົ້າແຂວງໆຫົວພັນ ກໍ່ໄດ້ມີຄຳເຫັນເພີ່ມເຕີມ ແລະ ຢັ້ງຢືນຄືນຕໍ່ບາງວຽກງານສຳຄັນ ທີ່ຈະຕ້ອງໄດ້ສືບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າ ແລະ ມີມາດຕະການແກ້ໄຂ ທີ່ຈະແຈ້ງຊັດເຈນ.
ໃນຕອນທ້າຍ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ພົປະໂອ້ລົມ ໂດຍໄດ້ຕີລາຄາສູງ ຕໍ່ຄວາມຮັບຜິດຊອບ ແລະ ຜົນສຳເລັດທີ່ອົງການປົກຄອງທຸກຂັ້ນຂອງແຂວງ ສາມາດປະຕິບັດໄດ້ໃນໄລຍະຜ່ານມາ ເຊິ່ງອັນພົ້ນເດັ່ນໃນຂົງເຂດວຽກງານເສດຖະກິດ ແມ່ນການເກັບລາຍຮັບເຂົ້າງົບປະມານ ໄດ້ລື່ນຄາດໝາຍຕິດຕໍ່ກັນມາ 4 ປີ, ການກະກຽມຄວາມພ້ອມຮອບດ້ານ ຂອງແຂວງຫົວພັນ ໃນການກ້າວໄປເປັນແຂວງກຸ້ມຕົນເອງ ທາງດ້ານງົບປະມານເທື່ອລະກ້າວ ກໍ່ເຫັນວ່າ ເປັນແຜນທີ່ມີຂໍ້ມູນຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ລະອຽດຄົບຖ້ວນພໍສົມຄວນ.
ສ່ວນຂໍ້ສະເໜີຕ່າງໆ ຂອງແຂວງ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຮັບເອົາໄປພິຈາລະນາ ເຊິ່ງມີບາງດ້ານ ຍັງຈະຕ້ອງໄດ້ສືບຕໍ່ເຮັດວຽກຮ່ວມກັບຂະແໜງການກ່ຽວຂ້ອງຂອງສູນກາງ ກ່ອນສະເໜີລັດຖະບານ ພິຈາລະນາໃຫ້ນະໂຍບາຍສະເພາະ ຕໍ່ການພັດທະນາຕົ້ນກຳເນີດເຂດພື້ນຖານການປະຕິວັດ ກໍ່ຄື ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ທີ່ຍັງເຫັນວ່າເປັນແຂວງທຸກຍາກ ໃນຂັ້ນຕໍ່ໄປ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.
See insights and ads

Boost post
All reactions:

You, Saona Studio.ຊາວນາສະຕູດີໂອ. and 75 others