ຕອນເຊົ້າວັນທີ 15 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ຄະນະສະຫະພັນກິລາເພາະກາຍແຫ່ງຊາດລາວ ແລະ ບັນດານັກກິລາຜູ້ທີ່ມີຜົນງານໂດດເດັ່ນໃນການແຂ່ງຂັນກິລາເພາະກາຍໄລຍະຜ່ານມາ; ມີທ່ານ ກິ່ງມະໂນ ພົມມະຫາໄຊ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ; ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ພ້ອມດ້ວຍບັນດາຄູຝຶກ, ນັກກິລາເພາະກາຍທີມຊາດລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ຄໍາພະໄພວັນ ວົງໄຊ ຮອງປະທານ, ເລຂາທິການສະຫະພັນກິລາເພາະກາຍແຫ່ງຊາດລາວ ລາຍງານໃຫ້ຮູ້ກ່ຽວກັບຜົນງານໃນໄລຍະຜ່ານມາວ່າ: ປີ 2024 ກິລາເພາະກາຍແຫ່ງຊາດລາວ ສ້າງຜົນງານໃນເວທີສາກົນໄດ້ 7 ຫຼຽນຄໍາ, 5 ຫຼຽນເງິນ ແລະ 16 ຫຼຽນທອງ. ພິເສດ ສາມາດຍາດໄດ້ແຊ້ມໂລກ 2 ຄົນ ໃນການແຂ່ງຂັນເພາະກາຍຊິງແຊັມໂລກ ຄັ້ງທີ 15 ທີ່ປະເທດເມົາດິບ ໃນເດືອນພະຈິກ 2024. ສໍາລັບການແຂ່ງຂັນເພາະກາຍຊິງແຊັມອາຊຽນ ຄັ້ງທີ 19 ນັກກິລາທີມຊາດລາວລົງແຂ່ງຂັນ 5 ຄົນ ຍາດໄດ້ 2 ຫຼຽນຄໍາ, 2 ຫຼຽນເງິນ. ສ່ວນການແຂ່ງຂັນເພາະກາຍຊິງແຊັມອາຊີ ຄັ້ງທີ 57 ນັກກິລາທີມຊາດລາວ ລົງແຂ່ງຂັນ6 ຄົນ ຍາດໄດ້ 2 ຫຼຽນຄໍາ, 1 ຫຼຽນເງິນ, 2 ຫຼຽນທອງ, ຊຶ່ງການແຂ່ງຂັນສອງລາຍການແມ່ນຈັດຂຶ້ນລະຫວ່າງ ວັນທີ 18-25 ສິງຫາ 2025 ທີ່ຣາຊະອານາຈັກໄທ.

ໃນໂອກາດດຽວກັນ, ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງວ່າ: ຜົນສຳເລັດທີ່ຍາດມາໄດ້ ຖືເປັນຄັ້ງປະຫວັດສາດ ໄດ້ນໍາມາຊຶ່ງຄວາມເບີກບານມ່ວນຊື່ນ ແລະ ເອກອ້າງທະນົງໃຈຢ່າງໃຫຍ່ຫຼວງ ໃຫ້ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ເປັນການເຊີດຊູຊື່ສຽງກຽດສັກສີຂອງນັກກິລາເພາະກາຍລາວ ກໍຄືປະເທດລາວ ໃຫ້ພົ້ນເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ. ຜົນສຳເລັດທັງໝົດ ທີ່ຍາດມາໄດ້ ແມ່ນເກີດຈາກຈິດໃຈຮັກຊາດອັນດູດດື່ມ, ຄວາມຕັ້ງໃຈ, ຄວາມເສຍສະຫຼະ, ຄວາມມານະອົດທົນ, ຄວາມຕັ້ງໜ້າໃນການຝຶກຊ້ອມ, ການສຸມທຸກເຫື່ອແຮງ ແລະ ສະຕິປັນຍາຂອງນັກກິລາ; ພ້ອມທັງແມ່ນການປະກອບສ່ວນຊ່ວຍເຫຼືອຢ່າງຕັ້ງໜ້າ ແລະ ການອໍານວຍຄວາມສະດວກດ້ານຕ່າງໆຂອງ ຄະນະພັກ-ຄະນະນໍາກະຊວງສຶກສາທິການ ແລະ ກິລາ, ສະຫະພັນກິລາເພາະກາຍແຫ່ງຊາດລາວ, ບັນດາຄູຝຶກ ແລະ ຜູ້ປົກຄອງນັກກິລາ. ຜົນສໍາເລັດທີ່ຍາດມາໄດ້ ຍັງຊີ້ໃຫ້ເຫັນເຖິງຄວາມສາມັກຄີເປັນປຶກແຜ່ນ ຂອງປະຊາຊົນບັນດາເຜົ່າພາຍໃນຊາດ ທີ່ຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວກັນ ຊຸກຍູ້ໃຫ້ກຳລັງໃຈແກ່ນັກກິລາລາວ ທັງໃນ ແລະ ນອກສະໜາມ ລວມເຖິງການສະໜັບສະໜູນຈາກພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ. ສິ່ງສໍາຄັນ ເພື່ອສ້າງໃຫ້ຄົນລາວ ມີຄວາມແຂງແຮງທາງດ້ານຮ່າງກາຍ, ຈິດໃຈ, ເຕົ້າໂຮມຄວາມສາມັກຄີ, ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ທັງພາຍໃນ ແລະ ຕ່າງປະເທດ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໄປພ້ອມໆກັນ.

ຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກຕື່ມ ໃຫ້ກະຊວງສຶກສາທິການ ແລະ ກິລາ, ສະຫະພັນກິລາເພາະກາຍແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ພ້ອມກັນກະກຽມຄວາມພ້ອມຮອບດ້ານໃຫ້ດີ ເພື່ອເປັນເຈົ້າພາບຈັດການແຂ່ງຂັນກິລາເພາະກາຍຊິງແຊັມໂລກ ຄັ້ງທີ 17 ທີ່ນະຄອນຫຼວງວຽງຈັນ ໃນທ້າຍປີ 2026. ສ່ວນນັກກິລາ ຕ້ອງໄດ້ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີທັກສະສູງຂຶ້ນເລື້ອຍໆ ເພື່ອກຽມພ້ອມເຂົ້າຮ່ວມແຂ່ງຂັນ. ໃນນັ້ນ, ການຫຼິ້ນກິລາຕ້ອງຝຶກຝົນຕົນເອງໃຫ້ມີສຸຂະພາບແຂງແຮງ ແລະ ມີລະບຽບວິໄນ. ໃນໂອກາດທີ່ ສປປ ລາວ ຈະເປັນເຈົ້າພາບ ຈັດການແຂ່ງຂັນເພາະກາຍຊິງແຊັມໂລກໃນທ້າຍປີ 2026 ແມ່ນຕິດພັນກັບຫຼາຍຂະແໜງການ, ຈຶ່ງສະເໜີໃຫ້ກະຊວງສຶກສາທິການ ແລະ ກິລາ ເປັນເຈົ້າການປະສານສົມທົບກັບກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ລວມທັງພາກສ່ວນກ່ຽວຂ້ອງ ກະກຽມໂຄສະນາການທ່ອງທ່ຽວ ແລະ ວຽກງານກ່ຽວຂ້ອງໃຫ້ດີ ເພື່ອດຶງດູດນັກທ່ອງທ່ຽວ. ໃຫ້ເອົາໃຈໃສ່ຕິດຕາມການຍ້ອງຍໍຊົມເຊີຍນັກກິລາ, ຄູຝຶກ ແລະ ສະຫະພັນກິລາເພາະກາຍແຫ່ງຊາດລາວ ທີ່ໄດ້ປະກອບສ່ວນສ້າງຊື່ສຽງໃຫ້ປະເທດຊາດ ໃນໄລຍະຜ່ານມາຢ່າງເໝາະສົມ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.


