ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຈະເຂົ້າຮ່ວມກອງປະຊຸມສະພາລັດຖະມົນຕີ ປະຈຳປີ 2024 ຂອງອົງການຮ່ວມມືດ້ານເສດຖະກິດ ເພື່ອການພັດທະນາ ທີ່ ປາຣີ, ປະເທດຝຣັ່ງ.

Apr 30, 2024

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຈະເຂົ້າຮ່ວມກອງປະຊຸມສະພາລັດຖະມົນຕີ ປະຈຳປີ 2024 ຂອງອົງການຮ່ວມມືດ້ານເສດຖະກິດ ເພື່ອການພັດທະນາ ທີ່ ປາຣີ, ປະເທດຝຣັ່ງ.
ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ຟູມິໂອະ ຄິຊິດະ, ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ແລະ ທ່ານ Mathias Cormann, ເລຂາທິການໃຫຍ່ ຂອງອົງການຮ່ວມມືດ້ານເສດ ຖະກິດ ເພື່ອການພັດທະນາ (OECD), ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະເດີນທາງເຂົ້າຮ່ວມກອງປະຊຸມສະພາລັດຖະມົນຕີ ຂອງອົງການ OECD ປະຈໍາປີ 2024 (The OECD-Ministerial Council Meeting 2024), ຊຶ່ງຈະຈັດຂື້ນໃນລະຫວ່າງວັນທີ 2-3 ພຶດສະພາ 2024 ທີ່ ນະຄອນຫຼວງ ປາຣີ, ປະເທດຝຣັ່ງ, ພາຍໃຕ້ຫົວຂໍ້: “ການນຳ ພາປຶກສາຫາລືລະດັບໂລກ ດ້ວຍແນວທາງທີ່ເປັນກາງ ແລະ ເຊື່ອ ຖືໄດ້ ເພື່ອການເຕີບໂຕແບບຍືນຍົງ ແລະ ຮອບດ້ານ – Leading Global Discussion with Objective and Reliable Approach toward Sustainable and Inclusive Growth” ໂດຍການເປັນປະທານຂອງຍີ່ປຸ່ນ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສະເຫຼີມໄຊ ກົມມະສິດ ຈະໄດ້ຂຶ້ນກ່າວປາໃສຕາງໜ້າໃຫ້ແກ່ບັນດາປະເທດສະມາຊິກອາຊຽນ ໃນຖານະເປັນປະເທດປະທານອາຊຽນ ສໍາລັບປີ 2024 ເພື່ອແລກປ່ຽນວິໃສທັດຂອງອາຊຽນ ແລະ ສປປ ລາວ ໃນໂອກາດການສະເຫຼີມສະຫຼອງການສ້າງຕັ້ງໂຄງການອາຊີຕາເວັນ ອອກສ່ຽງໃຕ້ ຂອງອົງການ OECD ຫຼື The OECD- Southeast Asia Regional Programme (SEARP) ຄົບຮອບ 10 ປີ ແລະ ທັງເປັນການຊົມເຊີຍປະເທດຍີ່ປຸ່ນ ໃນຖານະຄູ່ຮ່ວມມືຍຸດທະສາດ ຂອງ ສປປ ລາວ ໃນໂອກາດສະເຫຼີມສະຫຼອງການເຂົ້າເປັນສະມາຊິກຂອງ ອົງການ OECD ຄົບຮອບ 60 ປີ.