ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 5 ສິງຫາ 2022, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດ ຖະມົນຕີຕ່າງປະເທດພາຍໃຕ້ຂອບກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 12 ແລະ ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 29 ທີ່ ພະນົມເປັນ, ກໍາປູເຈຍ.
ກອງປະຊຸມລັດຖະມົນຕີຕ່າງປະເທດພາຍໃຕ້ຂອບກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 12 ໄດ້ຢໍ້າຄືນຄວາມສໍາຄັນຂອງກົນໄກກອງປະຊຸມສຸດຍອດອາຊີຕາເວັນອອກ ໃນຖານະເປັນເວທີຂອງຜູ້ນໍາ ເພື່ອປຶກສາຫາລື ແລະ ສົ່ງເສີມການຮ່ວມມືໃນຂົງເຂດຍຸດທະສາດທາງດ້ານການເມືອງ ແລະ ເສດຖະກິດ ທີ່ມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ ໂດຍແນໃສ່ປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ ກໍຄື ໃນໂລກ.
ໃນໂອກາດນີ້, ກອງປະຊຸມກໍໄດ້ທົບທວນຄືນ ແລະ ຊົມເຊີຍຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນປະຕິບັດງານໄລຍະ 2018-2022 ໃນຂົງເຂດຕ່າງໆເຊັ່ນ: ສິ່ງແວດລ້ອມ ແລະ ພະລັງງານ, ການສຶກສາ, ການເງິນ, ວຽກງານສາທາ ລະນະສຸກ ແລະ ພະຍາດລະບາດ, ການຄຸ້ມຄອງໄພພິບັດ, ການເຊື່ອມຈອດ, ເສດ ຖະກິດ ແລະ ການຄ້າ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການຮ່ວມມືທາງທະເລ ແລະ ອື່ນໆ. ພ້ອມນີ້, ກອງປະຊຸມ ຍັງໄດ້ຢືນຢັນຄວາມຫມາຍຫມັ້ນ ເພື່ອຮັດ ແໜ້ນ ແລະ ເສີມຂະຫຍາຍການຮ່ວມມືໃນຂົງເຂດເຫຼົ່ານີ້, ລວມທັງຊຸກຍູ້ການຮ່ວມມືໃນຂົງເຂດໃໝ່ ເພື່ອຮັບມືກັບພະຍາດໂຄວິດ-19 ກໍຄື ພະຍາດລະບາດທີ່ຈະເກີດຂື້ນໃຫມ່, ແລະ ຟື້ນຟູເສດຖະກິດຫຼັງໂຄວິດ-19 ເປັນຕົ້ນແມ່ນການຮັບປະ ກັນຄວາມໂລ່ງລ່ຽນຂອງຕ່ອງໂສ້ການຜະລິດ, ຄວາມໝັ້ນຄົງດ້ານພະລັງງານ ແລະ ສະບຽງອາຫານ, ການພັດທະນາແບບຍືນຍົງ, ການຫຼຸດຜ່ອນຄວາມທຸກຍາກ, ການທ່ອງທ່ຽວ, ຄວາມປອດໄພ ແລະ ຄວາມໝັ້ນຄົງທາງທະເລ ແລະ ອື່ນໆ.
ສໍາລັບກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 29, ບັນດາລັດຖະມົນຕີໄດ້ທົບທວນຄືນການຮ່ວມມືໃນໄລຍະ ຜ່ານມາ ແລະ ສະແດງຄວາມຊົມເຊີຍຕໍ່ຄວາມຄືບຫນ້າ ໃນການຈັດຕັ້ງປະຕິບັດຖະແຫຼງການວິໄສທັດເວທີພາກພື້ນອາຊຽນ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບັນດາກິດຈະກໍາສົ່ງເສີມການສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ແລະ ການທູດປ້ອງກັນເຫດ.
ຕໍ່ສະພາບການພາກພື້ນທີ່ພວມຜັນແປ ຄວບຄູ່ກັບສິ່ງທ້າທາຍໃນພາກພື້ນອາຊີ- ປາຊີຟິກ, ກອງປະຊຸມ ໄດ້ຢໍ້າຄືນບົດບາດຂອງອາຊຽນທີ່ເປັນກໍາລັງຂັບເຄື່ອນສໍາຄັນຂອງເວທີພາກພື້ນອາຊຽນ ໃນການຮັບມືກັບບັນດາສິ່ງທ້າທາຍ ແລະ ໄດ້ຊຸກຍູ້ປະເທດເຂົ້າຮ່ວມເວທີພາກພື້ນອາຊຽນ ສືບຕໍ່ຈັດຕັ້ງປະຕິບັດກິດຈະກໍາການທູດປ້ອງກັນເຫດ ກໍຄື ການສົ່ງເສີມການສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ທີ່ສອດຄ່ອງກັບບັນດາຫຼັກການຂອງກົນໄກເວທີພາກພື້ນອາຊຽນ, ແລະ ຮັດແໜ້ນການຮ່ວມມືໃນການຕ້ານພະຍາດໂຄວິດ-19 ແລະ ການຟື້ນຟູຫຼັງໂຄວິດ-19.
ກອງປະຊຸມ ໄດ້ຮັບຮອງເອົາ 3 ເອກະສານສໍາຄັນ ຄື: ກິດຈະກໍາການຮ່ວມມືຂອງເວທີພາກພື້ນອາຊຽນ ສໍາລັບສົກປີ 2022-2023, ໃນນັ້ນ ສປປ ລາວ, ສປ ຈີນ ແລະ ການາດາ ໄດ້ສືບຕໍ່ເປັນປະທານຮ່ວມກອງປະຊຸມກາງສະໄໝເວທີພາກພື້ນອາຊຽນ ກ່ຽວກັບການບັນເທົາທຸກໄພພິບັດ ສໍາລັບປີ 2023; ຖະແຫຼງການເວທີພາກພື້ນອາຊຽນ ກ່ຽວກັບການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ ຜ່ານບັນດາມາດຕະການການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການທູດປ້ອງກັນເຫດ; ແລະ ຖະແຫຼງການເວທີພາກພື້ນອາຊຽນ ກ່ຽວກັບການຢໍ້າຄືນຄວາມໝາຍໝັ້ນເພື່ອຮັກສາອາຊີຕາເວັນອອກສ່ຽງໃຕ້ ເປັນເຂດປອດອາວຸດນິວເຄລຍ.
ໃນວັນດຽວກັນ ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ປາກ ຈິນ (Park Jin),ລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ເຊິ່ງສອງຝ່າຍໄດ້ ປຶກສາຫາລື ແລະ ແລກ ປ່ຽນຄຳຄິດເຫັນ ກ່ຽວກັບ ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໃນຂະແໜງການຕ່າງໆ, ການສົ່ງເສີມການທ່ອງທ່ຽວ ພາຍຫລັງເປີດປະເທດ ແລະ ການໄປມາຫາສູ່ແລກປ່ຽນ ການຢ້ຽມ ຢາມ ພາຍຫລັງສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ໄດ້ຜ່ອນຄາຍລົງ, ໂດຍສະເພາະການປຶກສາຫາລືກ່ຽວກັບການແກ້ໄຂບັນຫາເສດຖະກິດ ແລະ ການເງິນ ໃນປັດຈຸບັນ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ 19, ບັນຫາດ້ານພະລັງງານ ລວມໄປເຖິງການປຶກສາຫາ ລືສະພາບການພາກພື້ນ ແລະ ສາກົນ ທີ່ພວມພະເຊີນໜ້າກັບສິ່ງທ້າທາຍຫລາຍຢ່າງ ແລະ ອື່ນໆ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ