ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ ຮັບເງິນຊຸກຍູ້ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

Jan 5, 2026

ໃນວັນທີ 5 ມັງກອນ 2026 ນີ້, ໄດ້ມີພິທີມອບ-ຮັບເງິນ ເພື່ອຊຸກຍູ້ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 6-8 ມັງກອນ 2026 ຢູ່ນະຄອນຫລວງວຽງຈັນ, ຕາງໜ້າລັດຖະບານຮັບໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຫົວໜ້າອະນຸກໍາມະການງົບປະມານ ແລະ ບໍລິຫານ ໂດຍມີທ່ານຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງລັດຖະມົນຕີກະຊວງການເງິນ, ຜູ້ຕາງໜ້າຫ້ອງວ່າການສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພາກສ່ວນທີ່ນຳເອົາເງິນມາມອບໃນຄັ້ງນີ້, ປະກອບມີຄື: ກຸ່ມບໍລິສັດລາວໂທລະຄົມ ຈຳນວນ 1,2 ຕື້ກີບ, ຊຶ່ງມອບໂດຍ ທ່ານ ສຸພົນ ຈັນທະວິໄຊ ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດລາວໂທລະຄົມ ແລະ ທະນາຄານ ສົ່ງເສີມກະສິກຳ ຈຳກັດ ຈຳນວນ 1 ຕື້ກີບ, ມອບໂດຍ ທ່ານ ພິລາວັນ ສໍພາບມີໄຊ ຜູ້ອຳນວຍການ ທະນາຄານສົ່ງເສີມກະສິກຳ ຈຳກັດ.
May be an image of one or more people and text
ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ບັນດາພາກສ່ວນ ທີ່ໄດ້ນຳເອົາເງິນມາມອບໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການດຳ ເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃຫ້ມີຄວາມໂລ່ງລ່ຽນ ແລະ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້. ພ້ອມທັງ, ຢືນຢັນວ່າ ຈະນໍາເອົາເງິນທີ່ໄດ້ຮັບໃນຄັ້ງນີ້ ໄປນຳໃຊ້ໃຫ້ສອດຄ່ອງກັບຈຸດປະສົງ-ເປົ້າໝາຍ ແລະ ເກີດຜົນປະໂຫຍດສູງສຸດ.
ຂ່າວ-ພາບ: ຫສນຍ