ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ ຮ່ວມໃສ່ບາດບຸນອອກພັນສາ ທີ່ນະຄອນປາກເຊ

Oct 17, 2024

ຮອງນາຍົກລັດຖະມົນຕີ ຮ່ວມໃສ່ບາດບຸນອອກພັນສາ ທີ່ນະຄອນປາກເຊ
ຕອນເຊົ້າວັນທີ 17 ຕຸລາ 2024, ກົງກັບຂຶ້ນ 15 ຄໍ່າ ເດືອນ 11 ລາວ ພສ 2567, ເປັນວັນບຸນ ອອກພັນສາປະວໍຣະນາ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມພັນລະຍາ, ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ພ້ອມພັນລະຍາ ໄດ້ເຂົ້າຮ່ວມທຳບຸນໃສ່ບາດ ນໍາພໍ່ແມ່ປະຊາຊົນຄົນລາວຊາວພຸດ ຢູ່ວັດຫລວງປາກເຊ ໂດຍການເຂົ້າຮ່ວມເປັນປະທານຝ່າຍສົງ ມີພຣະອາຈານ ມະຫາ ສຸວັນ ຈັນທະຣາຊ ປະທານອົງການພຸດທະສາສະໜາສຳ ພັນລາວແຂວງຈຳປາສັກ, ພ້ອມດ້ວຍພະເຖລານຸເຖລະ, ມີການນຳແຂວງຈໍາປາສັກ, ການ ນໍາພະແນກການ, ກົມກອງອ້ອມຂ້າງແຂວງ, ການນຳນະຄອນປາກເຊ ແລະ ຊາວພຸດລາວເຂົ້າຮ່ວມຢ່າງຫລວງຫລາຍ.
ການທຳບຸນໃສ່ບາດ, ເປັນການສືບທອດຮີດຄອງປະເພນີ ບຸນອອກພັນສາປະວໍຣະນາ ກໍຄື ວັດ ທະນະທຳອັນດີງາມຂອງຊາດ ທີ່ຄົນລາວຊາວພຸດ ສືບທອດປະຕິບັດມາແຕ່ບູຮານນະການ ໃຫ້ຍືນຍົງຄົງຢູ່ຄຽງຄູ່ກັບຄົນລາວຕະຫລອດໄປ. ພ້ອມນີ້, ການໃສ່ບາດ, ຖວາຍທານ ແລະ ຢາດນໍ້າ ເພື່ອເປັນການອຸທິດສ່ວນບຸນກຸສົນ ແລະ ເປັນສີລິມົງຄຸນໃຫ້ແກ່ຕົນເອງ-ຄອບຄົວ ໃຫ້ຢູ່ເຢັນເປັນສຸກ ທັງເປັນການເຜີຍແຜ່ວັດທະນະທຳອັນດີງາມຂອງຊາດອີກດ້ວຍ.
ຕອນທ້າຍພິທີ, ພະອາຈານ ມະຫາ ສຸວັນ ຈັນທະຣາຊ ປະທານອົງການພຸດທະສາສະໜາສຳພັນລາວແຂວງ ກໍໄດ້ເທສະໜາສັ່ງ ສອນອອກຕົນຕົນຍາດໂຍມ ໃຫ້ຍຶດໜັ້ນໃນການທຳຄວາມດີ, ພ້ອມກັນຮັກສາສິນ, ຮັກສາກາຍວາຈາ ແລະ ເຮືອນຊານບ້ານ ຊ່ອງຂອງຕົນ ໃຫ້ມີຄວາມສະອາດສວຍງາມ, ປະ ພຶດປະຕິບັດຕົນ ໃຫ້ສອດຄ່ອງຕາມທຳນອງຄອງທຳ ແລະ ລະບຽບກົດໝາຍບ້ານເມືອງ.
ຂ່າວ-ພາບ: ທູນທອງໃຈ