ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມບຸນຊ່ວງເຮືອ ປະຈໍາປີ 2024 ທີ່ນະຄອນປາກເຊ

Oct 18, 2024

ບຸນຊ່ວງເຮືອປະເພນີ ອອກພັນສາ ປະຈໍາປີ 2024 ທີ່ນະຄອນປາກເຊ ແຂວງຈໍາປາສັກ ຈັດຂຶ້ນຢູ່ບໍລິເວນແຄມນໍ້າເຊໂດນ ບ້ານທ່າສາລາຄໍາ ໃນວັນທີ 18 ຕຸລາ 2024 ໂດຍການໃຫ້ກຽດເຂົ້າຮ່ວມ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນ ຕີ, ທ່ານ ອາລຸນໄຊ ສູນນະລາດ, ເຈົ້າແຂວງຈຳປາສັກ, ພ້ອມດ້ວຍແຂກຮັບເຊີນ ແລະ ປະຊາຊົນພາຍໃນແຂວງຈໍາປາສັກ ເຂົ້າຮ່ວມ.
ໃນພິທີ, ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ໄດ້ໃຫ້ຮູ້ວ່າ: ການຊ່ວງເຮືອປະເພນີ ໃນຄັ້ງນີ້ ເພື່ອເປັນການອະນຸລັກຮັກສາຮີດຄອງປະເພນີອັນດີງາມ ໃຫ້ຍືນຍົງຄົງຕົວ ແລະ ສືບສານຕໍ່ ໄປ ທັງເປັນການສົ່ງເສີມການທ່ອງທ່ຽວ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວແຂວງຈໍາປາສັກ ກໍຄື ນະຄອນປາກເຊໃຫ້ຫລາຍຂຶ້ນ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ- ສັງຄົມ ໃຫ້ມີຄວາມເຂັ້ມແຂງ ຕາມທີ່ກຳນົດອອກ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ Vlll ຂອງອົງຄະນະພັກແຂວງຈໍາປປາສັກ ວ່າ: ສ້າງນະຄອນປາກເຊ ໃຫ້ເປັນໃຈກາງທາງດ້ານເສດຖະກິດ, ການຄ້າ, ການທ່ອງທ່ຽວ ແລະ ບໍລິການທາງຜ່ານ ຢ່າງໜັກແໜ້ນ.
ໃນປີນີ້, ມີເຮືອຊ່ວງຈາກບັນດາບ້ານພາຍໃນນະຄອນປາກເຊ, ຈາກບັນດາເມືອງຂອງແຂວງຈໍາປາສັກ ແລະ ແຂວງສາລະວັນ ເຂົ້າຮ່ວມ 59 ຄະນະ, ມີເຮືອທັງໝົດ 46 ລໍາ, ມີການແຂ່ງຂັນ 7 ປະເພດ, ຄື: ເຮືອຊ່ວງ 12 ສີພາຍ (ຊາຍ) ມີ 20 ຄະນະ/ລໍາ, ເຮືອຊ່ວງ 24 ສີພາຍ (ຊາຍ) ມີ 10 ຄະນະ/ລຳ, ເຮືອຊ່ວງ 24 ສີພາຍ (ຍິງ) ມີ 7 ຄະນະ/ລໍາ, ເຮືອຊ່ວງປະເພນີ 33 ສີພາຍ (ຊາຍ) ມີ 8 ຄະນະ/ລຳ, ເຮືອຊ່ວງປະເພນີ 33 ສີພາຍ (ຍິງ) ມີ 6 ຄະນະ/ລໍາ, ເຮືອຊ່ວງ ເຮືອສູດ 33 ສີພາຍ (ຊາຍ) ມີ 5 ຄະນະ/ລໍາ ແລະ ເຮືອຊ່ວງ 55 ສີພາຍ (ຊາຍ) ມີ 3 ຄະນະ/ລຳ.
ຂ່າວ-ພາບ: ທູນທອງໃຈ