ໃນວັນທີ 25 ພຶດສະພາ 2025 ນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນຖານະເປັນປະເທດກິດຕິມະສັກ ໄດ້ເຂົ້າຮ່ວມ ແລະ ໃຫ້ກຽດຂຶ້ນກ່າວຄໍາປາໄສ ໃນພິທີເປີດງານວາງສະແດງສິນຄ້າສາກົນພາກຕາເວັນຕົກຈີນ ຄັ້ງທີ 20 ທີ່ນະຄອນເສິນຕູ, ແຂວງເສສວນ, ສປ ຈີນ ພາຍໃຕ້ຫົວຂໍ້: “ການປະຕິຮູບຢ່າງເລິກເຊິ່ງ ເພື່ອເສີມຂະຫຍາຍແຮງຂັບເຄື່ອນໃນການເປີດກວ້າງ ເພື່ອສົ່ງເສີມການພັດທະນາ”.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຍົກໃຫ້ເຫັນເຖິງຄວາມສໍາຄັນໃນການຈັດງານວາງສະແດງສາກົນດັ່ງກ່າວ ເພື່ອສົ່ງເສີມການເປີດກວ້າງຕະຫລາດທີ່ເປັນທ່າແຮງໃນພາກຕາເວັນຕົກ ຂອງ ສປ ຈີນ ສູ່ສາກົນ ຕາມແນວທາງ “ໜຶ່ງແລວ ໜຶ່ງເສັ້ນທາງ” ໂດຍແນ່ໃສ່ຊຸກຍູ້ສົ່ງເສີມການແລກປ່ຽນ, ການຮ່ວມມືລະດັບສູງໃນພາກພື້ນ ແລະ ສົ່ງເສີມການພັດທະນາລະບົບອຸດສາຫະກໍາສະໄໝໃໝ່. ງານວາງສະແດງດັ່ງກ່າວ, ເປັນເວທີໜຶ່ງທີ່ສໍາຄັນໃນການເປີດໂອກາດໃຫ້ແກ່ພາກລັດ ແລະ ພາກເອກະຊົນ ໄດ້ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ ແລະ ປະສົບການໃນດ້ານຕ່າງໆຮ່ວມກັນ ໂດຍສະເພາະ ຂະແໜງການນະວັດຕະກໍາເຕັກໂນໂລຊີທັນສະໄໝ ເພື່ອອໍານວຍຄວາມສະດວກໃຫ້ແກ່ ອຸດສາຫະກໍາການຜະລິດ ແລະ ການບໍລິການໃນຍຸກສະໄໝໃໝ່. ພ້ອມກັນນີ້, ຍັງເປັນການເປີດໂອກາດໃຫ້ແກ່ພາກທຸລະກິດ ແລະ ຜູ້ປະກອບການທີ່ມາຈາກປະເທດຕ່າງໆ ໄດ້ຈັບຄູ່ທາງທຸລະກິດ ແລະ ຮັດແໜ້ນການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ພ້ອມກັນນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນເຖິງແນວທາງນະໂຍບາຍຂອງ ສປປ ລາວ ໃນການຫັນປະເທດທີ່ບໍ່ມີຊາຍແດນຕິດຈອດທະເລ ໄປສູ່ ປະເທດເຊື່ອມຈອດກັບພາກພື້ນ ທີ່ໄດ້ສອດຄ່ອງຕໍ່ກັບນະໂຍບາຍໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປ ຈີນ ໂດຍສະເພາະ ການເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ, ເສັ້ນທາງຂົນສົ່ງໂດຍສານ ລະຫວ່າງ ນະຄອນຫລວງວຽງຈັນ-ນະຄອນຄຸນໝິງ ແຂວງຢູນນານ ສປ ຈີນ ເພື່ອສົ່ງເສີມການໄປມາຫາສູ່ກັນ, ການຂົນສົ່ງ, ການຄ້າຂາຍ ໃຫ້ກວ້າງຂວາງຂຶ້ນກວ່າເກົ່າ. ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ເຊີນຊວນບັນດາພາກທຸລະກິດ ແລະ ນັກລົງທຶນຈາກປະເທດຕ່າງໆ ເຂົ້າມາທ່ອງທ່ຽວ ແລະ ສຶກສາໂອກາດໃນການຮ່ວມມື ແລະ ລົງທຶນ ໃນຂະແໜງການຕ່າງໆທີ່ ສປປ ລາວ ມີທ່າແຮງ ໂດຍສະເພາະ ຂະແໜງການພັດທະນາກະສິກໍາ-ປ່າໄມ້ສະອາດ, ພະລັງງານທົດແທນ, ສີຂຽວ ແລະ ຍືນຍົງ ອີກດ້ວຍ.
ໃນໂອກາດດຽວກັນນີ້, ການນຳຂັ້ນສູງຂອງ ສປປ ລາວ ແລະ ສປ ຈີນ ໄດ້ຮ່ວມເປັນສັກຂີພິຍານໃນການຕັດແຖບຜ້າຫ້ອງວາງສະແດງຂອງລາວ. ຫລັງຈາກນັ້ນ, ກໍໄດ້ຢ້ຽມຢາມຫ້ອງວາງສະແດງຕ່າງໆ ພາຍໃນງານ ຕື່ມອີກ.
ຂ່າວ: ກປທ
ພາບ: ຫສນຍ







