ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 19 ສິງຫາ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢູ່ແຂວງອັດຕະປື, ໃຫ້ກຽດຕ້ອນຮັບໂດຍທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມຄະນະນຳຂອງແຂວງ.
ພາຍຫຼັງໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ,ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022 ແລ້ວ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ຕໍ່ພະນັກງານຫລັກແຫຼ່ງແຂວງອັດຕະປື ເຊິ່ງທ່ານຮອງນາຍົກໄດ້ເນັ້ນໜັກຫຼາຍບັນຫາ ເປັນຕົ້ນ: ການຄຸ້ມຄອງບັນຫາອັດຕາແລກປ່ຽນເງີນຕາ,ອັດຕາເງິນເຟີ້ ພາຍໃນແຂວງໃຫ້ສາມາດຄວບຄຸມໄດ້,ການຄຸ້ມຄອງລາຄາສິນຄ້າອຸປະໂພກ,ບໍລິໂພກ ບໍ່ໃຫ້ມີການເໜັງຕີງ ຫຼື ຂື້ນລາຄາຕາມລຳພັງໃຈ,ຄຸ້ມຄອງລາຄານໍ້າມັນເຊື້ອໄຟ ໃຫ້ຢູ່ໃນເກນປົກກະຕິ,ສຸມໃສ່ສົ່ງເສີມການປູກ,ການລ້ຽງ ໃຫ້ປະຊາຊົນໃນທ້ອງຖິ່ນ ທີ່ມີທ່າແຮງໃຫ້ໄດ້ຫຼາຍ ເພື່ອທົດແທນການນຳເຂົ້າ,ເອົາໃຈໃສ່ປະຕິບັດນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ບັນລຸຕາມຄາດໝາຍທີ່ສະພາປະຊາຊົນແຂວງໄດ້ຮັບຮອງ ອັດຕາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນໃຫ້ຂະຫຍາຍຕົວບໍ່ຫຼຸດ 6%, ພ້ອມທັງປະຕິບັດໂຄງການລົງທຶນຂອງລັດ, ການຊ່ວຍເຫຼືອທາງການເພື່ອການພັດທະນາ,ການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ບັນລຸຕາມແຜນການ,ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕ້ອງຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ,ສຸມໃສ່ຈັດເກັບລາຍຮັບ ຈາກໂຄງການລົງທຶນຕ່າງໆ ໃຫ້ດີກວ່າເກົ່າ ພ້ອມທັງຄຸ້ມຄອງລາຍຈ່າຍຢ່າງຮັດກຸມຕາມທິດປະຢັດ ໂດຍສະເພາະແມ່ນໃຫ້ຈັດຕັ້ງປະຕິບັດ ດຳລັດ ວ່າດ້ວຍລົດຂອງລັດ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ.ເອົາໃຈໃສ່ແກ້ໄຂບັນຫາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຢາເສບຕິດ ທີ່ເປັນສາເຫດຂອງການເກີດປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມເຊັ່ນ: ການຂີ້ລັກ,ງັດແງະ ຕ້ອງໄດ້ຮັບການແກ້ໄຂຢ່າງທັນການ .
ຂ່າວ: ສິດຕິພອນ