ໃນວັນທີ 13 ກັນຍາ 2024 ນີ້, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຕິດຕາມສະພາບນ້ຳຖ້ວມ ຢູ່ລຽບແຄມນ້ຳຂອງ ໃນນະຄອນ ຫລວງວຽງຈັນ(ນວ) ເປັນຕົ້ນ ຢູ່ ເຂດເມືອງສີໂຄດຕະບອງ (ບ້ານໜອງດາ ແລະ ບ້ານດ່ານຄຳ) ແລະ ເມືອງ ສັງທອງ ເພື່ອລົງຊຸກຍູ້ ໃຫ້ກຳລັງໃຈ ຕໍ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນຄັ້ງນີ້, ພ້ອມທັງ ມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິ ໂພກ ໃຫ້ຜູ້ປະສົບໄພ ຈຳນວນໜຶ່ງ.
ໃນໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ຕາງໜ້າໃຫ້ກອງທຶນຄຸ້ມຄອງໄພພິບັດຂັ້ນສູນກາງ ມອບເງິນ ຈຳນວນ 200 ລ້ານກີບ ໃຫ້ກອງທຶນຄຸ້ມຄອງໄພພິບັດຂັ້ນ ນະ ຄອນຫລວງວຽງຈັນ ເພື່ອນໍາໃຊ້ເຂົ້າໃນການຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ຢູ່ນະ ຄອນຫລວງວຽງຈັນ ໃນປີ 2024. ພ້ອມນີ້, ທ່ານຍັງໄດ້ມອບເງິນສ່ວນຕົວຂອງຕົົນເອງ ຈຳນວນ 100 ລ້ານກີບ ໃຫ້ກອງທຶນຄຸ້ມຄອງໄພພິບັດຂັ້ນ ນະຄອນ ຫລວງວຽງຈັນ, ຕາງໜ້າຮັບ ໂດຍ ທ່ານ ສີລິລາດ ທົງສິນທອງເພັງ ຮອງເຈົ້າຄອງນະຄອນຫລວງວຽງຈັນ ແລະ ໄດ້ມອບເຄື່ອງອຸປະໂພກບໍສິໂພກ ແລະ ນ້ຳດື່ມ ໃຫ້ບັນດາບ້ານ ກໍຄື ປະຊາຊົນ ທີ່ໄດ້ຮັບຜົນກະທົບ າກໄພນ້ຳຖ້ວມ ຢູ່ 2 ເມືອງ ດັ່ງກ່າວ ຕື່ມອີກ.
ໃນໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ຍັງໄດ້ສະແດງຄວາມຢື້ຢາມຖາມຂ່າວ ຕໍ່ປະຊາຊົນທີ່ໄດ້ຮັບຜົນກະ ທົບ, ພ້ອມ ທັງໃຫ້ກຳລັງໃຈ ແລະ ເນັ້ນຕໍ່ຜູ້ໄດ້ຮັບຜົນກະທົບ ໃຫ້ມີສະຕິລະວັງ ຕໍ່ສະພາບຝົນຕົກຢ່າງຕໍ່ເນື່ອງ ທີ່ອາດຈະເຮັດໃຫ້ເກີດນໍ້າຖ້ວມຍື່ງ ແລະ ນໍ້າຖ້ວມຂັງ ຂຶ້ນຕື່ມ ໃນໄລຍະ 1-2 ວັນຕໍ່ໜ້ານີ້, ພ້ອມທັງຮຽກຮ້ອງໃຫ້ທຸກພາກ ສ່ວນ ຈົ່ງກຽມພ້ອມຍົກຍ້າຍວັດຖຸສິ່ງ ຂອງທີ່ມີຄ່າ ແລະ ສັດລ້ຽງຂອງຕົນ ໄປໄວ້ບ່ອນທີ່ປອດໄພ ແລະ ໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.
ສຳລັບ ເມືອງສີໂຄດຕະບອງ ມີຫລາຍບ້ານໄດ້ຮັັບຜົນກະທົບ ເປັນຕົ້ນ ບ້ານດ່ານຄຳ ແລະ ບ້ານໜອງດາ ທີ່ໄດ້ຮັບຜົນກະທົບໜັກ ມີ 200 ກວ່າຄອບຄົວ ໄດ້ຮັບຜົນກະທົບ. ໃນນັ້ນ, ບ້ານໜອງດາ ມີຈຸດສ່ຽງຢູ່ 2 ຈຸດ ຄື: ເຂດປະຕູນໍ້າບ້ານໜອງດາ ແລະ ເຂດຂົວນໍ້າມູນ ເນື່ອງຈາກປະຊາຊົນປຸກເຮືອນຢູ່ບ່ອນຕໍ່າ. ສ່ວນບ້ານດ່ານຄໍາ ມີ 3 ຈຸດ ຄື: ເຂດປໍ້ານໍ້າມັນບ້ານດ່ານຄໍາ ເຊິ່ງເປັນຈຸດເຊື່ອມຕໍ່ຫາບ້ານໜອງດາ, ເຂດທ່າເຮືອຂ້າມໄປບ້ານດອນຊີງຊູ້ ແລະ ຈຸດ 4 ແຍກຂອງບ້ານດ່ານຄໍາ. ນອກນັ້ນ, ປະຊາຊົນທີ່ອາໄສຢູ່ບ້ານດອນຊີງຊູ້ ກໍໄດ້ຮັບຜົນກະທົບເຊັ່ນດຽວກັນ.
ປັດຈຸບັນ ເຈົ້າໜ້າທີ່ທຸກພາກສ່ວນ ເປັນຕົ້ນ ຊາວໜຸ່ມ, ກໍາລັງຕໍາຫລວດ, ທະຫານ ກໍາລັງຂຸ້ນຂ້ຽວຍົກຍ້າຍປະຊາຊົນ ລວມທັງ ເຄື່ອງຂອງຈໍາເປັນ ແລະ ສັດລ້ຽງ ຂຶ້ນໄປຢູ່ບ່ອນທີ່ສູງ ແລະ ປອດ ໄພ.
ສ່ວນເມືອງ ສັງທອງ ມີທັງໝົດ 12 ບ້ານ, 216 ຄອບຄົວ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ, ພ້ອມນີ້, ເສັ້ນທາງ ເລກທີ 11 ຈຸດໃຕ້ບ້ານສຳພັນນາ (ນ້ຳຖ້ວມ 500 ກວ່າແມັດ ແລະ ເໜືອບ້ານແກ້ງໝໍ້ ຖ້ວມ 200 ກວ່າແມັດ), ລົດຈັກ, ລົດເກັງ ບໍ່ສາມາດທຽວເສັ້ນທາງຈຸດດັ່ງກ່າວໄດ້. ປັດຈຸບັນ ຄະນະກຳມະການປ້ອງ ກັນ ແລະ ຄຸ້ມຄອງໄພພິບັດຂັ້ນເມືອງ, ຂັ້ນບ້ານ ໄດ້ຍົກຍ້າຍປະຊາຊົນທີ່ຖືກຜົນກະທົບໄປຢູ່ເຂດທີ່ປອດໄພ (ໄປຢູ່ນຳລູກ, ຫລານ, ຍາດພີ່ນ້ອງ). ພ້ອມທັງ ນໍາໃຊ້ພະນັກງານ, ທະຫານ, ຕຳຫລວດ ແລະ ການຈັດຕັ້ງບ້ານ, ປກສ, ກອງຫລອນບ້ານ ເຄື່ອນຍ້າຍວັດຖຸສິ່ງຂອງພາຍໃນເຮືອນອອກໄປໄວ້ໃນເຂດທີ່ປອດໄພ.






