ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວ ພົບປະ ຢ້ຽມຢາມ ປະຊາຊົນກຸ່ມບ້ານອາໂນ, ເມືອງຫຼາ

Jan 9, 2025

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວ ພົບປະ ຢ້ຽມຢາມ ປະຊາຊົນກຸ່ມບ້ານອາໂນ, ເມືອງຫຼາ
ວັນທີ 8 ມັງກອນ 2025 ນີ້ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງເຄື່ອນໄຫວ ພົບປະ ຢ້ຽມຢາມ ປະຊາຊົນ ກຸ່ມບ້ານອາໂນ, ເມືອງຫຼາ, ແຂວງອຸດົມໄຊ.
ໃນໂອກາດນີ້ ທ່ານໄດ້ຮັບຟັງການລາຍງານສະພາບລວມຂອງກຸ່ມບ້ານອາໂນ ໂດຍຫຍໍ້. ເຊິ່ງກຸ່ມບ້ານອາໂນ ປະກອບມີ 11 ບ້ານ, ມີ 3 ຊົນເຜົ່າ ຄື: ຊົນເຜົ່າກຶມມຸ 5 ບ້ານ, ມົ້ງ 1 ບ້ານ ແລະ ຊົນເຜົ່າອາຄາ 5 ບ້ານ, ມີພົນລະ ເມືອງທັງໝົດ 7.871 ຄົນ, ຍິງ 4.052 ຄົນ, ກຶມມຸ 2.066 ຄົນ, ກວມ 26,25%, ມົ້ງ 776 ຄົນ, ກວມ 9,85% ແລະ ອາຄາ 5.029 ຄົນ, ກວມ 63,89%, ກຸ່ມບ້ານອາໂນ ເປັນເຂດພູດອຍກວມ 99% ອາຊີບຕົ້ນຕໍຂອງປະຊາຊົນ ແມ່ນເຮັດໄຮ່ ເຮັດສວນ, ລຽງສັດ ແລະ ຊອກເຄື່ອງປ່າຂອງດົງ, ທ່າແຮງບົ່ມຊ້ອນ ເໝາະແກ່ການປູກພືດພັນທັນຍາຫານ, ລຽງສັດໃຫຍ່, ເປັນແຫຼ່ງທ່ອງທ່ຽວ ວິຖີຊີວິດຂອງຊົນເຜົ່າ ຕິດພັນກັບທຳມະຊາດ ຊົມທະເລໝອກຍາມເຊົ້າຕາມລະດູການ.
ທ່ານໄດ້ສະແດງຄວາມຍ້ອງຍໍຊົນເຊີຍຕໍ່ຜົນງານຂອງກຸ່ມບ້ານ ແລະ ປະຊາຊົນບັນດາເຜົ່າ ທີ່ມີມູນເຊື້ອດຸໝັ່ນຂະຫຍັນພຽນ ເຮັດໃຫ້ຫຼາຍຄອບຄົວຫຼຸດພົ້ນອອກຈາກຄວາທຸກຍາກ. ພ້ອມທັງໄດ້ຮຽກຮ້ອງໃຫ້ ການນໍາແຂວງ-ເມືອງ ສືບຕໍ່ເອົາໃຈໃສ່ ຊຸກຍູ້ ການຜະລິດ, ເສດຖະກິດຂອງປະຊາຊົນ ໂດຍຊອກຫາແນວພັນໃໝ່ ແລະ ເຕັກນິກການຜະລິດແບບໃໝ່ທີ່ທັນສະໄໝເຂົ້າຊ່ວຍໃນການຜະລິດ, ສົ່ງເສີມໃຫ້ປະຊາຊົນລ້ຽງສັດໃຫຍ່ ຕິດພັນກັບ ການປູກຫຍ້າ ແລະ ປູກພືດເປັນສິນຄ້າ, ເອົາໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນ ບັນຫາຢາເສບຕິດໃຫ້ໝົດໄປ, ສືບຕໍ່ເຮັດວຽກງານສາມສ້າງໃຫ້ເຂົ້າສູ່ລວງເລິກ ແລະ ມີຄວາມໜັກແໜ້ນ.
ໃນໂອາດກາດນີ້ ທ່ານຍັງໄດ້ນຳເອົາເງິນສົດຈຳນວນໜຶ່ງມອບໃຫ້ ກຸ່ມບ້ານອາໂນ ເພື່ອເປັນກອງທຶນພັດທະນາບ້ານ ແລະ ຢ້ຽມຊົນ ວິຖີຊີວິດຂອງປະຊາຊົນພາຍໃນບ້ານ ຕືມອີກ.
ຂ່າວ: ຄໍາພັນ ແກ້ວມະນີ