ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງຄຳມ່ວນ
ວັນທີ 10 ກຸມພາ 2025 ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະຕິດຕາມ ໄດ້ລົງມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ ແລະ ເຂົ້າຮ່ວມງານບຸນນະມັດສະການພຣະທາດສີໂຄດຕະ ບອງ.

ໃນໂອກາດນີ້່ທ່ານໄດ້ໂອ້ລົມຕໍ່ພະນັກງານການນໍາຫຼັກແຫຼ່ງຂອງແຂວງທີ່ເຮືອນຮັບແຂກເລກ 1. ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ລາຍງານສະ ພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງໂດຍສັງເຂບ ເປັນຕົ້ນແມ່ນ: ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ; ການພັດທະນາຊົນ ນະບົດ ແລະ ລຶບລ້າງຄວາມທຸກຍາກ; ຂົງເຂດວຽກງານວັດທະນະທໍາ; ການກະກຽມດໍາເນີນກອງປະຊຸມ 3 ຂັ້ນຂອງພັກ ແລະ ການຫ້າງຫາກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດສໍາຄັນຂອງຊາດ-ຂອງພັກ.
ໃນໄລຍະ 1 ປີຜ່ານມາ ເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວໃນລະດັບ 6.05%, ລວມຍອດຜະລິດຕະພັນ ບັນລຸໄດ້ 24, 452 ຕື້ກີບ, ເທົ່າກັບ 119.71%, ລາຍຮັບສະເລ່ຍຕໍ່ຫົວຄົນ 53 ລ້ານກີບ/ຄົນ ຫຼື ເທົ່າກັບ 2,469 ໂດລາສະຫະລັດ. ດ້ານວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແມ່ນໄດ້ສຸມທຶນຮອນ, ງົບປະມານເຂົ້າໃນການປັບປຸງພື້ນຖານໂຄງລ່າງ, ຂົວ, ຊົນລະ ປະທານ, ຈັດສັນເນື້ອທີ່ທໍາການຜະລິດ, ສະໜອງສັດລ້ຽງ, ກໍ່ສ້າງຕາຂ່າຍໄຟຟ້າ, ກໍ່ສ້າງໂຮງຮຽນ, ໂຮງ ໝໍນ້ອຍ ແລະ ອື່ນໆ ປຸກ ລະດົມບໍລິສັດລົງທຶນພາຍໃນ ແລະ ຕ່າງປະເທດ ເຂົ້າຊ່ວຍໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ປັດຈຸບັນທົ່ວແຂວງມີບ້ານພົ້ນທຸກ 480 ບ້ານ ກວມເອົາ 84.2%, ບ້ານທຸກຍາກຍັງເຫຼືອ 90 ບ້ານ ເທົ່າກັບ 15.8%, ເມືອງທຸກຍາກ 3 ເມືອງ.
ສຳລັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຮອດວັນທີ 9 ກຸມພາ 2025 ສາມາດຈັດເກັບລາຍຮັບງົບປະມານໄດ້ທັງໝົດ 579 ຕື້ກີບ ເທົ່າກັບ 14.69% (ແຜນການ 3,947 ຕື້ກິບ) ໃນນີ້ ລາຍຮັບສູນກາງປະຕິບັດໄດ້ 113 ຕື້ກີບ ເທົ່າກັບ 8.99% (ແຜນການ 1,257 ຕື້ກີບ), ລາຍຮັບທ້ອງຖິ່ນປະຕິບັດໄດ້ 472 ຕື້ກວ່າກີບ ເທົ່າກັບ 17.55% (ແຜນການ 2,690 ຕື້ກີບ) ແລະ ດ້ານລາຍຈ່າຍປະຕິບັດໄດ້ 13 ຕື້ກວ່າກີບ ເທົ່າກັບ 1.76% (ແຜນການປີ 792 ຕື້ກີບ). ສໍາລັບພາກສະເໜີຕໍ່ລັດຖະບານຂໍງົບປະມານຊ່ວຍເຫຼືອກໍ່ສ້າງເສັ້ນທາງເລກທີ 12, ລະບົບຊົນລະປະ ທານ, ກໍ່ສ້າງເສັ້ນທາງລົດໄຟ ແລະ ກໍ່ສ້າງຕາຝັັ່ງເຈື່ອນໃນເຂດແຂວງຄໍາມ່ວນ.
ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ມີຄຳເຫັນແລກປ່ຽນ ແລະ ໃຫ້ທິດຊີ້ນຳແກ່ການນຳແຂວງຄໍາມ່ວນ, ກ່ອນອື່ນ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຍາດມາໄດ້ໃນໄລຍະຜ່ານມາ, ພ້ອມນັ້ນ, ໄດ້ເນັ້ນໃຫ້ເອົາໃຈເພີ່ມທະວີມາດຕະການສະກັດກັ້ນການກໍ່ອາຊະຍາກໍາຂ້າມຊາດ, ການແກ້ໄຂບັນຫາຢາເສບຕິດ, ສິ່ງທີ່ຜິດກົດໝາຍຕ່າງໆ ໃຫ້ຖືເປັນວຽກບູລິມະສິດສໍາຄັນ; ສຸມໃສ່ປຸກລະດົມມວນຊົນທົ່ວສັງຄົມມີສ່ວນຮ່ວມໃນການກະກຽມກອງປະຊຸມ 3 ຂັ້ນ ກໍ່ຄືກອງປະຊຸມໃຫຍ່ອົງຄະນະພັກເຮົາ ໃຫ້ເປັນຂະບວນ ແລະ ປະກອບສ່ວນເຂົ້າໃນບັນດາເຫດການສໍາຄັນຕ່າງໆ ໃນປີ 2025; ສຸມໃສ່ທ່າແຮງບົ່ມຊ້ອນຂອງແຂວງໃນການຊອກແຫຼ່ງລາຍຮັບໃຫ້ມີການຄຸ້ມ ຄອງທີ່ດີ, ມາດຕະການສອດຄ່ອງກັນ; ນອກນີ້, ຍັງໄດ້ໃຫ້ທິດຊີ້ນຳໃນຫຼາຍບັນຫາສຳ ຄັນຕິດພັນກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ.
ໃນວັນດຽວກັນ ທ່ານ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ຍັງໄດ້ໄປຢ້ຽມຢາມໂຮງງານ ຄໍາມ່ວນ ອຸດສາຫະກຳທໍ່ ຢູ່ເຂດເສດຖະກິດພິເສດ ເຊິ່ງແມ່ນການລົງທຶນຂອງນັກລົງທຶນຈາກ ສປ ຈີນ ເປັນໂຮງງານຂະໜາດໃຫຍ່, ຜະລິດເພື່ອຮັບໃຊ້ໃນພາກ ອຸດສາຫະກຳ ແລະ ພາກກະສິກຳພາຍໃນ ແລະ ຕ່າງປະເທດ; ຢ້ຽມຢາມ ຄອບ ຄົວຕົວແບບ ອໍລະໄທຟາມ ຢູ່ບ້ານໜອງບົວຄໍາ ແລະ ໂຄງການພັດທະນາປັບປຸງແກ້ໄຂຄວາມທຸກຍາກຂອງປະຊາຊົນບ້ານກາບູດຊຽງແຫວນ ເມືອງທ່າແຂກ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ບໍລິສັດຊີໂນ ອາກຣີ ໂປຕາສ ຈໍາກັດ.
Cr: khammouanenew





