ໃນຕອນເຊົ້າຂອງວັນທີ 10 ຕຸລາ 2024 ທີ່ ສູນປະຊຸມແຫ່ງ ຊາດ (NCC), ທ່ານ ສະຫລີມໄຊ ກົມມະສິດ, ຮອງນາຍົກຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Kenji Okamura, ຮອງຜູ້ອຳນວຍການໃຫຍ່ອົງການກອງທຶນການເງິນສາກົນ (IMF) ພ້ອມດ້ວຍຄະນະ ໃນໂອກາດມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມທີ່ປິ່ນອ້ອມອື່ນໆ ໃນໄລຍະວັນທີ 09-11 ຕຸລາ 2024 ທີ່ ນະຄອນ ຫຼວງວຽງຈັນ.
ຈຸດປະສົງຂອງການພົບປະຢ້ຽມຂຳ່ນັບຄັ້ງນີ້ ເພື່ອເສີມ ຂະຫຍາຍການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການກອງທຶນການເງິນສາກົນ ໂດຍສະເພາະ ການຮ່ວມມືໃນຂົງເຂດວຽກ ງານການຄຸ້ມຄອງເສດຖະກິດມະຫາພາກ ໃນ ສປປ ລາວ ແລະ ພາກພື້ນ ພ້ອມທັງເປັນການຕອບສະໜອງຕາມການເຊື້ອເຊີນຂອງ ສປປ ລາວ ໃນການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 ແລະ 45 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.
ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການກອງທຶນການເງິນສາກົນ, ພ້ອມທັງ ສະແດງຄວາມຂອບໃຈ ທີ່ ອົງການກອງທຶນການເງິນສາກົນ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອໃນໄລຍະຜ່ານມາ ລວມທັງ ການໃຫ້ຄຳປຶກສາ ດ້ານນະໂຍບາຍທີ່ເປັນປະໂຫຍດ ຕໍ່ການຈັດຕັ້ງປະຕິບັດເສດຖະກິດມະຫາພາກຂອງ ສປປ ລາວ, ລວມທັງໄດ້ຮັບການຊ່ວຍເຫລືອຍົກລະດັບດ້ານວິຊາການ ຊຶ່ງລ້ວນແລ້ວແຕ່ປະກອບສ່ວນເຂົ້າໃນການຄຸ້ມຄອງເສດຖະກິດຂອງ ສປປ ລາວ ໃຫ້ມີສະຖຽນລະພາບ ແລະ ເຂັ້ມແຂງ.





