ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມງານວາງສະແດງສາກົນພາກຕາເວັນຕົກຈີນ ຄັ້ງທີ 20

May 28, 2025

ໃນລະຫວ່າງວັນທີ 24-27 ພຶດສະພາ 2025, ທ່ານ ສຈ. ປອ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມງານວາງສະແດງສາກົນພາກຕາເວັນຕົກຈີນ ຄັ້ງທີ 20 ທີ່ນະຄອນເສິນຕູ, ແຂວງເສສວນ, ສປ ຈີນ, ພາຍໃຕ້ຫົວຂໍ້: “ການປະຕິຮູບຢ່າງເລິກເຊິ່ງ ເພື່ອເສີມຂະຫຍາຍແຮງຂັບເຄື່ອນໃນການເປີດກວ້າງ ເພື່ອສົ່ງເສີມການພັດທະນາ – Deepening reform to enhance momentum expanding opening-up to promote development”. ຈຸດປະສົງຂອງງານວາງສະແດງດັ່ງກ່າວ ແມ່ນເພື່ອສົ່ງເສີມການເປີດກວ້າງຕະຫຼາດທີ່ເປັນທ່າແຮງໃນພາກຕາເວັນຕົກ ຂອງ ສປ ຈີນ ສູ່ສາກົນ ຕາມແນວທາງ “ໜຶ່ງແລວ ໜຶ່ງເສັ້ນທາງ” ໂດຍແນ່ໃສ່ຊຸກຍູ້ສົ່ງເສີມການແລກປ່ຽນ, ການຮ່ວມມືລະດັບສູງໃນພາກພື້ນ ແລະ ສົ່ງເສີ່ມການພັດທະນາລະບົບອຸດສາຫະກໍາສະໄໝໃໝ່. ງານວາງສະແດງດັ່ງກ່າວ ເປັນເວທີໜຶ່ງທີ່ສໍາຄັນໃນການເປີດໂອກາດໃຫ້ແກ່ພາກລັດ ແລະ ພາກເອກະຊົນ ໄດ້ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ ແລະ ປະສົບການໃນດ້ານຕ່າງໆຮ່ວມກັນ ໂດຍສະເພາະ ຂະແໜງການນະວັດຕະກໍາເຕັກໂນໂລຊີທັນສະໄໝ ເພື່ອອໍານວຍຄວາມສະດວກໃຫ້ແກ່ອຸດສາຫະກໍາການຜະລິດ ແລະ ການບໍລິການໃນຍຸກສະໄໝໃໝ່. ພ້ອມດຽວກັນນີ້, ກໍຍັງເປັນຊ່ອງທາງໜຶ່ງໃຫ້ແກ່ ພາກເອກະຊົນ ແລະ ຜູ້ປະກອບການ ຈາກປະເທດຕ່າງໆໃນໂລກ ໄດ້ຊອກຫາຄູ່ຮ່ວມມືທາງດ້ານການຄ້າ ແລະ ການລົງທຶນໃນພາກພື້ນ ແລະ ສາກົນ.
ນອກຈາກງານວາງສະແດງສິນຄ້າແລ້ວ, ພາຍໃນງານຍັງໄດ້ມີກິດຈະກຳສຳຄັນຕ່າງໆທີ່ຈັດຂຶ້ນຄຽງຄູ່ກັນ ໂດຍສະເພາະ ງານວາງສະແດງສົ່ງເສີມການລົງທຶນ ພາກຕາເວັນຕົກຈີນ; ພິທີເຊັນສັນຍາໂຄງການຮ່ວມມືດ້ານເສດຖະກິດຕ່າງໆທີ່ກ່ຽວຂ້ອງ; ງານວາງສະແດງຈັດຫາສິນຄ້າສາກົນຂອງພາກຕາເວັນຕົກຈີນ ແລະ ກອງປະຊຸມການພັດທະນາຕ່ອງໂສ້ອຸດສາຫະກຳສະໜອງເຄມີສີຂຽວ. ຜູ້ເຂົ້າຮ່ວມງານວາງສະແດງຄັ້ງນີ້ ມີພາກລັດ, ພາກເອກະຊົນ ແລະ ອົງການຈັດຕັ້ງສາກົນ ທີ່ມາຈາກ 27 ແຂວງ, ເມືອງ ແລະ ນະຄອນ ແລະ 3.000 ກວ່າບໍລິສັດ ພາຍໃນ ສປ ຈີນ ແລະ 62 ປະເທດທົ່ວໂລກ.
ໃນໂອກາດເຂົ້າຮ່ວມງານວາງສະແດງຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບກຽດເຂົ້າຮ່ວມໃນນາມເປັນປະເທດກິດຕິມະສັກ ແລະ ຂຶ້ນກ່າວຄໍາປາໄສ ໃນພິທີເປີດງານດັ່ງກ່າວ ຊຶ່ງທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຈັດງານວາງສະແດງສາກົນດັ່ງກ່າວ ເຊິ່ງຕະຫຼອດໄລຍະຜ່ານມາ ໄດ້ມີຄະນະຜູ້ແທນຂັ້ນສູງຈາກ ສປປ ລາວ ເຂົ້າຮ່ວມ, ພ້ອມທັງ ໄດ້ຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດຕ່າງໆເຂົ້າຮ່ວມ ຢ່າງເປັນປົກກະຕິ. ພ້ອມດຽວກັນນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນເຖິງແນວທາງນະໂຍບາຍຂອງ ສປປ ລາວ ໃນການຫັນປະເທດທີ່ບໍ່ມີຊາຍແດນຕິດຈອດທະເລ ໄປສູ່ປະເທດເຊື່ອມຈອດກັບພາກພື້ນ ເຊິ່ງສອດຄ່ອງຕໍ່ກັບນະໂຍບາຍໜຶ່ງແລວ-ໜຶ່ງເສັ້ນທາງ ຂອງ ສປ ຈີນ. ໃນໂອກາດນີ້, ຍັງໄດ້ເຊີນຊວນບັນດາພາກທຸລະກິດ ແລະ ນັກລົງທຶນຈາກປະເທດຕ່າງໆ ເຂົ້າມາທ່ອງທ່ຽວ ແລະ ສຶກສາໂອກາດໃນການຮ່ວມມື ແລະ ລົງທຶນ ໃນຂະແໜງການຕ່າງໆທີ່ ສປປ ລາວ ມີທ່າແຮງ ໂດຍສະເພາະ ຂະແໜງກະສິກໍາ-ປ່າໄມ້, ພະລັງງານທົດແທນ, ສີຂຽວ ແລະ ຍື່ນຍົງ.
ໃນໂອກາດເຂົ້າຮ່ວມງານວາງສະແດງຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ເຂົ້າຮ່ວມພົບປະສອງຝ່າຍ ກັບບັນດາການນໍາຂັ້ນສູງຂອງ ສປ ຈີນ ຄື: ທ່ານ ເພີງ ຊິງຮົວ, ຮອງປະທານຄະນະປະຈໍາສະພາປະຊາຊົນແຫ່ງຊາດ ສປ ຈີນ; ແລະ ພົບປະກັບທ່ານ ນາງ ສີ ສຽວລິນ, ເຈົ້າແຂວງໆເສສວນ ເຊິ່ງທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ ໂດຍສະເພາະ ການເປັນປະເທດເພື່ອນມິດຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ, ຜົນສໍາເລັດດ້ານຕ່າງໆໃນການຈັດຕັ້ງຜັນຂະຫຍາຍແຜນແມ່ບົົດການສ້າງຄູ່ຮ່ວມສະຕາກໍາລາວ-ຈີນ ສະບັບໃໝ່, ລວມທັງ ຜົນສໍາເລັດຂອງການແລກປ່ຽນ ແລະ ການພົບປະຂອງການນໍາຂັ້ນສູງຂອງສອງປະເທດ ຕະຫຼອດໄລຍະຜ່ານມາ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນຜົນສຳເລັດຂອງການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວ-ໜຶ່ງເສັ້ນທາງ ຂອງ ສປ ຈີນ ກໍຄື ການຮ່ວມມືກັນເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ນັບແຕ່ທ້າຍປີ 2021 ເປັນຕົ້ນມາ.
ນອກຈາກນີ້, ຄະນະຜູ້ແທນ ຍັງໄດ້ເດີນທາງໄປຢ້ຽມຢາມສະຖານທີ່ສຳຄັນຕ່າງໆ ທາງດ້ານວິທະຍາສາດ ເຕັກໂນໂລຊີ ເປັນຕົ້ນ: ສູນນະວັດຕະກຳວິທະຍາສາດ ແລະ ເຕັກໂນໂລຊີກະສິກຳແຫ່ງຊາດ ເສີນຕູ່; ສູນອະນຸລັກ ແລະ ການຄົ້ນຄວ້າວິໄຈໝີແພນດ້າແຫ່ງຊາດຈີນ; ໂຄງການຊົນລະປະທານ; ບັນດາບໍລິສັດຊັ້ນນໍາໃນແຂວງເສສວນ ເຊັ່ນ: ກຸ່ມບໍລິສັດ Shudao ແລະ ກຸ່ມບໍລິສັດ DEC. ນອກນັ້ນ, ຍັງໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວທາງວັດທະນະທໍາ ແລະ ໃຫ້ສຳພາດຕໍ່ສື່ມວນຊົນ ແຂວງເສສວນ ຕື່ມອີກ.
ຂ່າວ: ກົມເສດຖະກິດ ກປທ.
ພາບ: ກົມປະຊາສຳພັນ ຫສນຍ.