ໃນຕອນເຊົ້າວັນທີ 19 ມິຖຸນາ 2025, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນຖານະເປັນແຂກປະເທດກິດຕິມະສັກ ໄດ້ເຂົ້າຮ່ວມ ແລະ ໃຫ້ກຽດຂຶ້ນກ່າວຄຳປາໄສ ໃນພິທີເປີດງານສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 9 ແລະ ງານວາງສະແດງ ການນໍາເຂົ້າ-ສົ່ງອອກສິນຄ້າ ຄຸນມິງ ສປ ຈີນ ຄັ້ງທີ 29 ພາຍໃຕ້ຫົວຂໍ້ “ຄວາມສາມັກຄີ ແລະ ການຮ່ວມມື ເພື່ອການພັດທະນາ – Solidarity and Coordination for Common Development”.
ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຍົກໃຫ້ເຫັນເຖິງຄວາມສຳຄັນໃນການຈັດງານວາງສະແດງດັ່ງກ່າວ ເພື່ອສ້າງກາລະໂອກາດໃຫ້ບັນດາພາກທຸລະກິດ ທີ່ມາຈາກປະເທດຕ່າງໆໃນໂລກ, ລວມທັງ ສປປ ລາວ ໄດ້ພົບປະແລກປ່ຽນຂໍ້ມູນຂ່າວສານ ດ້ານການຄ້າ-ການລົງທຶນ, ສົ່ງເສີມການທ່ອງທ່ຽວ ແລະ ສົ່ງເສີມການຮ່ວມມືດ້ານທຸລະກິດ ເພື່ອເຊື່ອມໂຍງຕະຫຼາດສິນຄ້ານຳກັນ. ການເຂົ້າຮ່ວມງານວາງສະແດງຄັ້ງນີ້ ບໍ່ແມ່ນພຽງແຕ່ສະແດງສິນຄ້າ ແຕ່ຍັງສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງ ບັນດາປະເທດ ກໍຄື ພາກສ່ວນເອກະຊົນ ແລະ ພາກລັດ ທີ່ຈະຮ່ວມສ້າງອະນາຄົດທີ່ໝັ້ນຄົງ ແລະ ຍືນຍົງ. ປີ 2024 ທີ່ຜ່ານມາ, ສປປ ລາວ ໄດ້ຮັບກຽດເປັນປະທານໜູນວຽນອາຊຽນ ຊຶ່ງໄດ້ຈັດກອງປະຊຸມສຸດຍອດອາຊຽນ ຮ່ວມກັບປະເທດຄູ່ຮ່ວມເຈລະຈາຕ່າງໆ ແລະ ກອງປະຊຸມປິ່ນອ້ອມຫຼາຍກອງປະຊຸມທີ່ສໍາຄັນ ໂດຍສະເພາະກອງປະຊຸມລົງທຶນອາຊຽນ. ກອງປະຊຸມດັ່ງກ່າວ ໄດ້ກຳນົດທິດທາງການລົງທຶນອາຊຽນໃນໄລຍະໃໝ່ ໂດຍໄດ້ຢຶດຖືເອົາການພັດທະນາເສດຖະກິດ-ສັງຄົມ ຕາມທິດ ““ສີຂຽວ ແລະ ຍືນຍົງ” ເປັນເປົ້າໝາຍຫຼັກຂອງການພັດທະນາໃນໄລຍະໃໝ່ ເຫັນໄດ້ເຖິງກາລະໂອກາດ ກໍຄື ທ່າແຮງຂອງການພັດທະນາແບບຍືນຍົງ.
ພ້ອມດຽວກັນນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນເຖິງແນວທາງນະໂຍບາຍຂອງ ສປປ ລາວ ເຖິງແມ່ນວ່າຈະເປັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລກໍ່ຕາມ, ແຕ່ ສປປ ລາວ ມີທີ່ຕັ້ງພູມສາດທີ່ສຳຄັນ ແລະ ສິ່ງສຳຄັນ ປະເທດລາວ ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ມີນະໂຍບາຍເປີດກວ້າງດຶງດູດການຄ້າ-ການລົງທຶນ, ມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ແລະ ແຫຼ່ງທ່ອງທ່ຽວ ທີ່ສວຍສົດງົດງາມ. ຄຽງຄູ່ກັບທ່າແຮງດັ່ງກ່າວນັ້ນ ກໍ່ຈຳເປັນຕ້ອງມີກຳລັງແຮງ ດ້ານທຶນຮອນ, ດ້ານເຕັກໂນໂລຊີ, Know-How ເຂົ້າຊ່ວຍ ເພື່ອບັນລຸແຜນຍຸດທະສາດການພັດທະນາສີຂຽວ-ຍືນຍົງ. ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ເຊື້ອເຊີນບັນດາວິສາຫະກິດ ຈາກ ສປ ຈີນ ແລະ ປະເທດຕ່າງໆ ເຂົ້າໄປສຶກສາ ໂອກາດການລົງທຶນໃນຂະແໜງການຕ່າງໆທີ່ ສປປ ລາວ ມີທ່າແຮງ ເປັນຕົ້ນ ການຜະລິດສິນຄ້າກະສິກຳສະອາດທີ່ມີມູນຄ່າສູງ, ອຸດສາຫະກຳປຸງແຕ່ງ ທີ່ນຳໃຊ້ນະວັດຕະກໍາ, ການທ່ອງທ່ຽວສີຂຽວ, ພະລັງງານສະອາດ-ພະລັງງານທົດແທນ, ການພັດທະນາພື້ນຖານໂຄງລ່າງ, ໂລຈິສຕິກ, ທ່າບົກ, ການບໍລິການດ້ານການເງິນ ແລະ ອື່ນໆ, ສປປ ລາວ ພ້ອມທີ່ຈະຮ່ວມມື ແລະ ອຳນວຍຄວາມສະດວກຢ່າງເຕັມທີ່ ໃຫ້ແກ່ການລົງທຶນບົນພື້ນຖານ ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.
ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ກໍ່ໄດ້ຢ້ຽມຊົມຫ້ອງວາງສະແດງສິນຄ້າ ທີ່ມາຈາກ ສປປ ລາວ ມີຈຳນວນທັງໝົດ 46 ຫ້ອງ ແລະ ພາຍໃນງານຍັງມີກິດຈະກຳປິ່ນອ້ອມຕ່າງໆ ເປັນຕົ້ນ ງານສັບປະດາເຟຊັນງານວາງສະແດງສິນຄ້າຈີນ-ອາຊີໃຕ້ ແລະ ເສັ້ນທາງສາຍໄໝເຄື່ອງແຕ່ງກາຍຢຸນນານ.
ຂ່າວ ແລະ ພາບ: ກົມປະຊາສໍາພັນ





