ໃນຕອນບ່າຍຂອງວັນທີ 8 ກໍລະກົດ 2025, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມັງ ເກືອງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ຄັ້ງທີ 10 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ.
ໃນໂອກາດນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຂອງ ສະຫາຍ ຮອງລັດຖະມົນຕີ ຫງວຽນ ແມັງ ເກືອງ ພ້ອມດ້ວຍຄະນະ ໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ຄັ້ງທີ 10 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຊຶ່ງເປັນກົນໄກທົບທວນຄືນການຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ແລະ ສອງລັດຖະບານ ທັງເປັນກົນໄກແລກປ່ຽນທັດສະນະ ແລະ ຄຳຄິດເຫັນຕໍ່ສະພາບການຂອງພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈ. ພ້ອມນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຝາກຄໍາຢ້ຽມຢາມຖາມຂ່າວອັນອົບອຸ່ນໄປຍັງ ສະຫາຍ ບຸຍ ແທັງ ເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ສະຫາຍ ຫງວຽນ ຈີ້ ຢຸ້ງ,ຮອງນາຍົກລັດຖະມົນຕີ ແລະ ໄດ້ສະເໜີໃຫ້ສອງກະຊວງການຕ່າງປະເທດ ສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ, ໂດຍສະເພາະ ການແລກປ່ຽນຄໍາຄິດເຫັນ ແລະ ຕີລາຄາສະພາບການຂອງພາກພື້ນ ແລະ ສາກົນທີ່ຜັນແປ ແລະ ປ່ຽນແປງແບບບໍ່ເຄີຍມີມາກ່ອນໃນປັດຈຸບັນ ເພື່ອຮັບມືກັບສິ່ງທ້າທາຍ ແລະ ອຸປະສັກຕ່າງໆ ຈຶ່ງມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດ. ໃນຂົງເຂດເສດຖະກິດ-ການຄ້າ, ໃນຖານະຮອງນາຍົກລັດຖະມົນຕີທີ່ຮັບຜິດຊອບຊີ້ນໍາຂົງເຂດເສດຖະກິດ ແລະ ເປັນປະທານຄະນະກໍາມະການຮ່ວມມືລາວ-ຫວຽດນາມ ສະຫາຍກໍຈະເອົາໃຈຊີ້ນໍາຂະແໜງການຕ່າງໆທີ່ກ່ຽວຂ້ອງຢ່າງໃກ້ຊິດ ໃນການຜັນຂະຫຍາຍການຕົກລົງຂອງການນໍາຂັ້ນສູງໃຫ້ມີຜົນສຳເລັດ ໂດຍສະເພາະແມ່ນໂຄງການໃຫຍ່ທີ່ສຳຄັນ ເປັນຕົ້ນ ໂຄງການສ້າງທາງລົດໄຟທ່າແຂກ-ຫວຸ້ງອານ, ໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ ລວມທັງການອໍານວຍຄວາມສະດວກໃຫ້ແກ່ນັກທຸລະກິດຫວຽດນາມ. ນອກຈາກນີ້, ກໍຈະເອົາໃຈໃສ່ຊີ້ນໍາທຸກຂະແໜງການທີ່ກ່ຽວຂ້ອງ ໃນການກະກຽມກອງປະຊຸມກົມການເມືອງ ແລະ ກອງປະຊຸມຄະນະກໍາມະການຮ່ວມມືລາວ-ຫວຽດນາມ ແລະ ການເຂົ້າຮ່ວມງານສະເຫຼີມສະຫຼອງວັນຊາດຫວຽດນາມຄົບຮອບ 80 ປີ ຂອງການນໍາຂັ້ນສູງຂອງຝ່າຍລາວ ຊຶ່ງຈະມີຂຶ້ນໃນທ້າຍປີ 2025 ນີ້.

ສອງຝ່າຍ ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ຊຶ່ງສືບຕໍ່ໄດ້ຮັບການຮັດ ແໜ້ນ ແລະ ເສີມຂະຫຍາຍ ຂຶ້ນຢ່າງບໍ່ຢຸດຢັ້ງ ໂດຍສະເພາະ ສອງຝ່າຍໄດ້ມີການພົບປະ ແລະ ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆຢ່າງເປັນປົກກະຕິ ຊຶ່ງເປັນການສະແດງເຖິງສາຍພົວພັນພິເສດຂອງສອງປະເທດ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດ ໃນການພັດທະນາເສດຖະກິດ-ສັງຄົມ ທີ່ພັກ-ລັດຖະບານຂອງສອງປະເທດລາວ-ຫວຽດ ນາມ ສາມາດຍາດມາໄດ້ ໃນໄລຍະຜ່ານມາ.
ໃນໂອກາດດຽວກັນ, ສະຫາຍ ຮອງລັດຖະມົນຕີ ຫງວຽນ ແມັງ ເກືອງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບຜົນການພົບປະ ແລະ ເຮັດວຽກກັບ ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ສະຫາຍ ໄດ້ຕີລາຄາສູງຕໍ່ການປະຕິບັດແນວທາງການຕ່າງປະເທດຂອງ ສປປ ລາວ ອັນໄດ້ຍົກບົດບາດຂອງ ສປປ ລາວ ໃຫ້ນັບມື້ນັບສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ. ພ້ອມນີ້, ກໍໄດ້ນໍາເອົາຄໍາຢ້ຽມຢາມຖາມຂ່າວອັນອົບອຸ່ນຂອງ ສະຫາຍ ຮອງນາຍົກລັດຖະມົນຕີ ບຸຍ ແທັງ ເຊີນ ແລະ ສະຫາຍຮອງຍາຍົກລັດຖະມົນຕີ ຫວຽນ ຈີ້ ຢຸ້ງ ມາຍັງ ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ກະຊວງການຕ່າງປະເທດ ສສ.ຫວຽດນາມ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ໂດຍສະເພາະ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.



