ວັນທີ 23 ມັງກອນ 2025 ນີ້, ທີ່ແຂວງສາລະວັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ 4 ແຂວງພາກໃຕ້ (ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື ແລະ ກອງພົນທີ 5) ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກ ລັດຖະມົນຕີ; ມີບັນດາທ່ານ ປະທານ ແລະ ຄະນະກໍາມະການ ປກຊ-ປກສຂັ້ນແຂວງ ພ້ອມດ້ວຍ ຄະນະບັນຊາກອງພົນທີ 5 ເຂົ້າຮ່ວມ.
ສະຫາຍ ດາວວົງ ພອນແກ້ວ, ເຈົ້າແຂວງໆສາລະວັນ, ປະ ທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງສາລະວັນ ໄດ້ມີຄຳເຫັນກ່າວຕ້ອນຮັບບັນດາທ່ານ ທີ່ເຂົ້າ ຮ່ວມກອງປະຊຸມ, ພ້ອມທັງ ລາຍງານໃຫ້ຊາບ ກ່ຽວກັບສະພາບ ການພັດທະນາເສດຖະກິດ-ສັງຄົມ ແລະ ສະພາບການຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງແຂວງ ໃນໄລຍະ 1 ປີທີ່ຜ່ານມາ. ຫຼັງຈາກນັ້ນ, ສະຫາຍ ພົນຈັດຕະວາ ສີເສີດ ສອນດາລາ, ຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ, ຮອງປະທານຄະນະກໍາມະການປ້ອງກັນຊາດ -ປ້ອງກັນຄວາມສະຫງົບແຂວງ ກໍ່ໄດ້ຕາງໜ້າຄະນະກຳມະການ ປກຊ-ປກສ 4 ແຂວງພາກໃຕ້ ແລະ 1ກອງພົນ ລາຍງານໃຫ້ຊາບກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ໃນໄລຍະ 1 ປີຜ່ານມາ ເຫັນວ່າ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ, ລັດຖະບານ ໂດຍສະເພາະ ຄະນະກຳມະການ ປກຊ-ປກສ ສູນກາງ, ແຂວງ ແລະ ການຮ່ວມມືຈາກບັນດາອົງການຈັດຕັ້ງ, ອົງການປົກຄອງແຕ່ລະຂັ້ນ ແລະ ການປະກອບສ່ວນຂອງປະຊາຊົນບັນດາເຜົ່າ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ສາມາດຍາດໄດ້ຜົນງານຫຼາຍດ້ານ ເຊິ່ງເຮັດໃຫ້ຂອບເຂດພື້ນທີ່ພາຍໃນ 4 ແຂວງພາກໃຕ້ ສືບຕໍ່ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກ ແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ລະບົບການ ເມືອງຢູ່ ຂັ້ນຮາກຖານໄດ້ຮັບການປັບປຸງ, ເສດຖະກິດໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າມີການພັດທະນາດີຂຶ້ນ, ກໍາລັງປ້ອງກັນຊາດ -ປ້ອງກັນຄວາມສະຫງົບນັບມື້ເຕີບໃຫຍ່ເຂັ້ມແຂງ ສາມາດຮັບປະ ກັນໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ ແລະ ພ້ອມກັນປະກອບສ່ວນຢ່າງແຂງແຮງເຂົ້າໃນການເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຂັ້ນທ້ອງຖິ່ນຂອງຕົນຢ່າງເປັນຂະບວນກວ້າງຂວາງ ແລະ ຕໍ່ເນື່ອງ.
ໃນໂອກາດດຽວກັນ, ບັນດາຜູ້ເຂົ້າຮ່ວມ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມ ຢ່າງກົງໄປກົງມາ ໂດຍໄດ້ຍົກໃຫ້ເຫັນຜົນ ສຳເລັດອັນພົ້ນເດັ່ນຕື່ມບາງດ້ານ, ລວມທັງ ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ໃນຂອບເຂດຄວາມຮັບຜິດຊອບຂອງກົມກອງ ແລະ ທ້ອງຖິ່ນຂອງຕົນ ທີ່ຈະຕ້ອງໄດ້ພ້ອມກັນສືບຕໍ່ປັບປຸງແກ້ໄຂ ໃຫ້ໄດ້ຮັບໝາກຜົນໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າ, ທັງເປັນເອກະພາບສູງ ຕໍ່ຮ່າງບົດສະຫຼຸບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນປີ 2024 ແລະ ທິດທາງແຜນ ວຽກຈຸດສຸມປະຈໍາປີ 2025.
ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມ ເຊີຍຕໍ່ຜົນສຳເລັດ ໃນການປະຕິບັດວຽກງານ ປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ໃນໄລຍະ 1 ປີຜ່ານມາ ຢູ່ 4 ແຂວງດັ່ງກ່າວ. ພ້ອມທັງ ເນັ້ນໜັກໃຫ້ຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 4 ແຂວງພາກໃຕ້ ແລະ 1 ກອງພົນ ເອົາໃຈໃສ່ວຽກງານໃນຕໍ່ໜ້າ ຕື່ມບາງດ້ານ ເປັນຕົ້ນ: ໃຫ້ສືບຕໍ່ຫັນກຳລັງລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ, ປັບປຸງອົງການປົກຄອງທ້ອງຖິ່ນໃຫ້ໜັກແໜ້ນ, ແກ້ໄຂໜໍ່ແໜງທີ່ຈະພາໃຫ້ເກີດມີຄວາມບໍ່ສະຫງົບ ດ້ວຍຫຼາຍມາດຕະການ, ຫຼາຍວິທີການ ຢ່າງມີຈຸດສຸມແທດເຖິງຕົວຈິງ ໄປຄຽງຄູ່ກັບການສ້າງກຳ ລັງ ປກຊ- ປກສ ຢູ່ຂັ້ນຮາກຖານໃຫ້ເຂັ້ມແຂງ; ຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ປະຊາຊົນບັນດາເຜົ່າທຸກຊັ້ນຄົນ ມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນຂອງຕົນ; ເຊື່ອມຊຶມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ເປັນເຈົ້າການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເປັນເຈົ້າການຕ້ານ ແລະ ສະກັດກັ້ນການໂຄສະນາໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ດີ; ເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກ, ຄະນະກຳມະການ ປກຊ-ປກສ ແຕ່ລະຂັ້ນ ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງ ໃຫ້ມີຄຸນນະພາບ, ມີຄວາມໜັກແໜ້ນທາງດ້ານການ ເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຊື່ສັດ, ຈົງຮັກພັກດີຕໍ່ປະເທດຊາດ, ມີນໍ້າໃຈພິລະອາດຫານ, ເສຍສະຫຼະສູງ, ເປັນກໍາລັງຫຼັກແຫຼ່ງ ແລະ ເປັນທີ່ໄວ້ວາງໃຈຂອງປະຊາຊົນ; ເພີ່ມທະວີການແກ້ໄຂບັນດາປະກົດການຫຍໍ້ທໍ້ພາຍໃນກຳລັງປະກອບອາວຸດໃຫ້ໝົດໄປເທື່ອລະກ້າວ, ຊຸກຍູ້ການລ້ຽງດູກອງທັບ-ລ້ຽງດູກຳລັງ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ; ການສັບຊ້ອນພະນັກງານຕ້ອງໃຫ້ສົມຄູ່ກັບຄວາມຮູ້, ຄວາມສາມາດ, ສອດຄ່ອງກັບໜ້າທີ່ວິຊາສະເພາະ, ສາມາດຮັບໃຊ້ໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານ; ເປັນເຈົ້າການ ໃນການກຳສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ປັບປຸງຕາໜ່າງສືບຂ່າວທຸກລະດັບ, ຖືເອົາວຽກງານສືບຂ່າວເປັນສໍາຄັນ ໂດຍເຮັດເປັນປົກກະຕິຕໍ່ເນື່ອງ, ຮັບປະກັນໄດ້ ຄວາມຊັດເຈນ, ວ່ອງໄວ ເພື່ອລາຍງານໃຫ້ຄະນະກຳມະການ ປກຊ-ປກສ ແຕ່ລະຂັ້ນທັນເວລາ; ການແກ້ໄຂໜໍ່ແໜງຄວາມບໍ່ສະຫງົບ ຕ້ອງມີແຜນການ ແລະ ມາດຕະການຢ່າງລະອຽດ, ມີການປະສານງານຢ່າງກົມກຽວກັນ ລະຫວ່າງ ຂົງເຂດວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ກັບຂົງເຂດວຽກງານເສດຖະກິດ-ສັງຄົມ ເພື່ອຫຼີກລ່ຽງຂໍ້ຂາດຕົກບົກພ່ອງ ແລະ ເກີດຫາງສຽງບໍ່ດີໃນສັງຄົມ; ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດລົງ ດ້ວຍການ ແກ້ໄຂທີ່ຕົ້ນເຫດຂອງບັນຫາ ຢ່າງຖືກຕ້ອງ, ຍຸຕິທຳ, ເປັນເອກະ ພາບ ແລະ ເດັດຂາດ; ພ້ອມກັນນັ້ນໃຫ້ໝູນໃຊ້ ກົນໄກປະສານງານລະດັບສູນກາງ ແລະ ທ້ອງຖິ່ນ ຕໍ່ການແກ້ໄຂບັນຫາຄວາມ ບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍຕາມແນວຊາຍແດນ ຫຼື ກົນໄກຮ່ວມມືອື່ນໆ ຢ່າງຄ່ອງແຄ້ວ ແລະ ທັນການ.
ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ.






